leftcenterrightdel
ທະຫານຊາຍແດນແຂວງດ້ຽນບຽນ ມອບວັດຖຸອຸປະກອນປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ປະເທດເພື່ອນ ລາວ. ພາບ: qdnd.vn

ວັດຖຸອຸປະກອນດັ່ງກ່າວ ລວມມີ: ອຸປະກອນການແພດ, ສະບຽງອາຫານ, ທັນຍາຫານ, ລວມມູນຄ່າທັງໝົດ 100 ກວ່າລ້ານດົ່ງ. ທີ່ພິທີມອບ-ຮັບ, ການນໍາສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການ, ການຜັນແປຂອງພະຍາດໂຄວິດ-19 ຂອງແຕ່ລະຝ່າຍ. ພ້ອມທັງເຫັນດີເປັນເອກະພາບຈະເພີ່ມທະວີການສົມທົບກັນກວ່າອີກລະຫວ່າງກໍາລັງປ້ອງກັນຊາຍແດນສອງຝ່າຍໃນວຽກງານລາດຕະເວນ, ຄວບຄຸມ, ສະກັດກັ້ນການເຄື່ອນໄຫວເຂົ້າອອກເມືອງຢ່າງຜິດກົດໝາຍ. ສ້າງເງື່ອນໄຂສະດວກໃຫ້ພົນລະເມືອງ, ສິນຄ້າສອງຝ່າຍເຮັດລະບຽບການເຂົ້າອອກເມືອງຜ່ານດ່ານສາກົນ ໄຕຈາງ, ຫວຽດນາມ - ປາງຮົກ, ສປປ ລາວ ຕາມຂໍ້ກໍານົດ, ຮັບປະກັນຂັ້ນຕອນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງທັງສອງຝ່າຍ.

ໂດຍ: ກວຽດເຕິມ