ຕາມຫ້ອງການຄ້າຫວຽດນາມ ປະຈຳລາວ, ວົງເງິນການຄ້າຫວຽດນາມ-ລາວ ໃນ 3 ເດືອນຕົ້ນປີ 2024 ບັນລຸ 476,8 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ໃນນັ້ນ, ການສົ່ງອອກຂອງຫວຽດນາມ ໄປຍັງລາວ ບັນລຸກວ່າ 145 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 13,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ສິນຄ້າສົ່ງອອກປະເພດຕ່າງໆຕົ້ນຕໍລວມມີນ້ຳມັນເຊື້ອໄຟທຸກຊະນິດ; ພາຫະນະຂົນສົ່ງ ແລະເຄື່ອງອາໄຫຼ່; ຜະລິດຕະພັນຈາກເຫຼັກກ້າ... ກົງກັນຂ້າມ, ການນໍາເຂົ້າຂອງຫວຽດນາມ ຈາກລາວ ບັນລຸ 331,6 ລ້ານໂດລາສະຫະລັດ, ເພີ່ມຂຶ້ນກວ່າ 11% ເມື່ອທຽບໃສ່ໄລຍະດຽວກັນໃນປີ 2023. ສິນຄ້ານໍາເຂົ້າຕົ້ນຕໍລວມມີຢາງພາລາ; ໄມ້ ແລະຜະລິດຕະພັນຈາກໄມ້; ບໍ່ແຮ່  ແລະແຮ່ທາດອື່ນໆ…

leftcenterrightdel
ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ (ຢູ່ເບື້ອງຊ້າຍ) ແລະລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າລາວ ລົງນາມໃນສັນຍາການຄ້າຫວຽດນາມ - ລາວ ສະບັບໃໝ່. ພາບ: vov.vn

ນັບແຕ່ຕົ້ນປີ 2021 ມາຮອດປະຈຸບັນ, ການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນ, ພິເສດແມ່ນການພົວພັນລະຫວ່າງກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ແລະກະຊວງອຸດສາຫະກຳ ແລະການຄ້າລາວ ພ້ອມດ້ວຍຄວາມມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກບືນຕົວຂຶ້ນຢ່າງແຮງຂອງປະຊາຄົມວິສາຫະກິດສອງປະເທດ, ການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງຫວຽດນາມ ແລະລາວ ນັບມື້ນັບຂະຫຍາຍຕົວ ແລະເຕີບໂຕຢ່າງແຂງແຮງ.

ດ້ວຍຄວາມສາມາດບົ່ມຊ້ອນພັດທະນາຍັງໃຫຍ່ຫຼວງນັ້ນ, ວົງເງິນການຄ້າຫວຽດນາມ - ລາວ ບໍ່ພຽງແຕ່ເຕີບໂຕໃນລະດັບແຕ່ 10% - 15%/ປີ ເທົ່ານັ້ນ ຫາກຍັງມຸ່ງໄປສູ່ການພັດທະນາຢ່າງໝັ້ນຄົງ ແລະຍືນຍົງ. ປີ 2023, ວົງເງິນການຄ້າສອງຝ່າຍລາວ-ຫວຽດນາມ ບັນລຸ 1,6 ຕື້ໂດລາສະຫະລັດ.

ໂດຍ: ໄຊນີດາ