ປະດັບປະດາຕົ້ນດອກຄາຍ, ຕົ້ນໝາກກ້ຽງນ້ອຍ... ນັ້ນແມ່ນການຄົ້ນຫາທີ່ໃໝ່ອ່ຽມຂອງນັກສຶກສາລາວ. ເຖິງວ່າຮໍ່າຮຽນຢູ່ວິທະຍາຄານຕໍາຫຼວດປະຊາຊົນ  ເປັນເວລາ 3 ປີແລ້ວກໍ່ຕາມ, ແຕ່ນີ້ແມ່ນຄັ້ງທຳອິດທີ່ນັກສຶກສາລາວ ຕ້ອນຮັບບຸນປີໃໝ່ປະຈໍາຊາດຫວຽດນາມ.

leftcenterrightdel
ນັກສຶກສາຫວຽດນາມ ແລະລາວ ແລກປ່ຽນສິລະປະ. ພາບ: vtv.vn.

ໃນໄລຍະບຸນເຕັດປີນີ້, ວິທະຍາຄານຕໍາຫຼວດປະຊາຊົນ ມີນັກສຶກສາ 300 ຄົນ ຕ້ອນຮັບບຸນເຕັດຢູ່ກັບທີ່ໂຮງຮຽນ, ໃນນັ້ນເຄິ່ງໜຶ່ງແມ່ນນັກສຶກສາລາວ ແລະກຳປູເຈຍ. ເພື່ອໃຫ້ບັນດານັກສຶກສາເຂົ້າໃຈກ່ຽວກັບວັດທະນະທຳ, ບຸນເຕັດຂອງຫວຽດນາມຕື່ມອີກ, ວິທະຍາຄານ ໄດ້ຈັດຕັ້ງການເຄື່ອນໄຫວກິລາຫຼາຍຢ່າງ ເພື່ອໃຫ້ພວກນ້ອງໄດ້ຄົ້ນຫາບັນດາຮີດຄອງປະເພນີທີ່ເປັນມູນເຊື້ອ.

ຟ້ອນລໍາວົງ-ແມ່ນວາດຟ້ອນພື້ນເມືອງຂອງຄົນລາວ ໄດ້ເຊື່ອມຕໍ່ນັກສຶກສາສອງປະເທດເຂົ້າກັນ. ລະດູບານໃໝ່ມີຄວາມອົບອຸ່ນກວ່າຍ້ອນວ່າຍາມໃດກໍ່ມີການແບ່ງປັນ ແລະເຕັມໄປດ້ວຍນໍ້າໃຈມິດຕະພາບລະຫວ່າງສອງປະເທດອ້າຍນ້ອງ.

ໂດຍ: ກວຽດເຕິມ