ນັກຂ່າວ (ນຂ): ຂໍຮຽນທ່ານນາງ, ທ່ານນາງ ຕີລາຄາຄືແນວໃດກ່ຽວກັບຜົນງານຂອງຫວຽດນາມ ໃນຊຸມປີຜ່ານມາ, ພິເສດແມ່ນໃນບັນດາຂົງເຂດການເມືອງ, ເສດຖະກິດ, ສັງຄົມ ແລະການພົວພັນຕ່າງປະເທດ?

ທ່ານນາງ ສູນທອນ ໄຊຍະຈັກ: ໂດຍແມ່ນພັກທີ່ຮ່ວມກໍາເນີດຈາກພັກກອມມູນິດອິນດູຈີນ, ພວກຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນ ແລະຕີລາຄາສູງບັນດາຜົນງານ ແລະຜົນສໍາເລັດເຊິ່ງພັກ, ລັດ ແລະປະຊາຊົນຫວຽດນາມ ຍາດມາໄດ້ໃນໄລຍະຜ່ານມາ. ພິເສດໃນ 5 ປີຜ່ານມາ, ຫວຽດນາມ ຍາດໄດ້ບັນດາໄຊຊະນະອັນໃຫຍ່ຫຼວງ, ຮອບດ້ານ ແລະມີຄວາມໝາຍດ້ານປະຫວັດສາດໃນທຸກຂົງເຂດ, ໃນນັ້ນພົ້ນເດັ່ນແມ່ນຮັກສາໄດ້ສະຖຽນລະພາບດ້ານການເມືອງ.

leftcenterrightdel
ທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ຫວຽດນາມ ໄດ້ສຸມໃສ່ປ້ອງກັນ, ຕ້ານ ແລະຄວບຄຸມພະຍາດໂຄວິດ-19 ສຳເລັດຄຽງຄູ່ກັບການພັດທະນາເສດຖະກິດ ແລະແກ້ໄຂຜົນຮ້າຍຢ່າງໜັກໜ່ວງຈາກໄພທໍາມະຊາດ. ຫວຽດນາມກໍ່ແມ່ນ 1 ໃນ 10 ປະເທດທີ່ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນຍ້ອນມີລະດັບເຕີບໂຕເສດຖະກິດສູງທີ່ສຸດໃນໂລກ ແລະແມ່ນ 1 ໃນ 16 ພື້ນຖານເສດຖະກິດທີ່ມີການພັດທະນາທີ່ສຸດໃນປີ 2020.

ຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບເປັນປົກກະຕິ, ໄດ້ຮັບການປັບປຸງທີ່ນັບມື້ນັບໝັ້ນຄົງເຂັ້ມແຂງ, ມີຄວາມສາມາດຮັບປະກັນອະທິປະໄຕ ແລະຜືນແຜນດິນອັນຄົບຖ້ວນຂອງປະເທດໄວ້ຢ່າງໝັ້ນຄົງ. ບັນດາຂົງເຂດວັດທະນະທໍາ, ສັງຄົມ, ສາທາລະນະສຸກ, ການສຶກສາ, ວິທະຍາສາດ ແລະເຕັກໂນໂລຢີກໍ່ພັດທະນາຢ່າງແຮງ.

ໃນຂົງເຂດກໍ່ສ້າງພັກ, ຫວຽດນາມ ກໍ່ມີບັນດາຜົນງານພົ້ນເດັ່ນ, ຊ່ວຍໃຫ້ພັກກອມມູນິດຫວຽດນາມ ນັບມື້ນັບໝັ້ນຄົງເຂັ້ມແຂງ, ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ພັກ ແລະລັດຖະບານກ່ຽວກັບການຊີ້ນໍາ, ນໍາພາຂອງພັກທີ່ນັບມື້ນັບສູງຂຶ້ນ. ຄຽງຂ້າງນັ້ນ, ວຽກງານພົວພັນຕ່າງປະເທດ ແລະການເຊື່ອມໂຍງເຂົ້າກັບສາກົນສືບຕໍ່ບັນລຸໄດ້ບັນດາຜົນງານສໍາຄັນ, ພິເສດ, ປີ 2020 ຜ່ານມາ, ຫວຽດນາມ ໄດ້ປະຕິບັດສໍາເລັດບົດບາດປະທານອາຊຽນ ຢ່າງດີເລີດ ແລະພວມມີບັນດາການເຄື່ອນໄຫວທີ່ປະກອບສ່ວນຢ່າງຕັ້ງໜ້າດ້ວຍຖານະບົດບາດແມ່ນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ໄລຍະ 2020-2021.

ນຂ: ທ່ານນາງຕີລາຄາຄືແນວໃດກ່ຽວກັບບົດບາດຂອງພັກກອມມູນິດຫວຽດນາມ ໃນພາລະກິດປົກປັກຮັກສາ ແລະກໍ່ສ້າງພັດທະນາປະເທດຊາດ?

ທ່ານນາງ ສູນທອນ ໄຊຍະຈັກ: ຈາກບັນດາຜົນງານດັ່ງກ່າວ, ອາດສາມາດເຫັນໄດ້ວ່າ, ໃນປະຫວັດສາດຫວຽດນາມ, ພັກກອມມູນິດຫວຽດນາມ ແມ່ນອົງການຈັດຕັ້ງທີ່ມີບົດບາດສໍາຄັນນັບຕັ້ງແຕ່ສ້າງຕັ້ງເມື່ອປີ 1930 ມາຮອດປະຈຸບັນ. ພັກກອມມູນິດຫວຽດນາມ ໄດ້ຊີ້ນໍາ, ນໍາພາປະຊາຊົນດໍາເນີນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານຕາມສອງໄລຍະ, ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະຕ້ານຈັກກະພັດແບບໃໝ່ແມ່ນຝະລັ່ງ ແລະອາເມລິກາ, ຍາດໄດ້ບັນດາໄຊຊະນະຢ່າງຕໍ່ເນື່ອງ ແລະສຸດທ້າຍແມ່ນໄຊຊະນະໃນວັນທີ 30 ເມສາ 1975 ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ.

ໃນໄລຍະຕໍ່ໄປ, ພັກກອມມູນິດຫວຽດນາມ ໄດ້ປຸກລະດົມ, ຊີ້ນໍາກິດຈະການປ່ຽນແປງໃໝ່ ແລະຍາດໄດ້ບັນດາຜົນງານຮອບດ້ານ. ອາດເວົ້າໄດ້ວ່າ ທຸກຜົນງານ, ຜົນສໍາເລັດທຸກດ້ານ, ທຸກບາດກ້າວຂອງປະຊາຊົນຫວຽດນາມ, ຂອງການປະຕິວັດຫວຽດນາມ ໃນຊຸມປີເດືອນທີ່ຜ່ານມາລ້ວນແຕ່ອີງໃສ່ການຊີ້ນໍານໍາພາຂອງພັກກອມມູນິດຫວຽດນາມ; ນີ້ແມ່ນຄວາມຈິງທີ່ບໍ່ສາມາດຕັດແຍກອອກຈາກບັນດາຜົນງານ ແລະໄຊຊະນະ ເຊິ່ງຫວຽດນາມ ຍາດໄດ້ໃນຊຸມປີຜ່ານມາ.

ໃນໄລຍະໄໝ່, ພັກກອມມູນິດຫວຽດນາມ ສືບຕໍ່ຊີ້ນໍານໍາພາ ແລະຊັກນໍາທົ່ວປວງຊົນທັງຊາດກໍ່ສ້າງປະເທດຫວຽດນາມ ໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ ແລະມີບົດບາດນັບມື້ນັບສໍາຄັນໃນເວທີສາກົນ ແລະພາກພື້ນ. ພັກກໍ່ນັບມື້ນັບໝັ້ນຄົງເຂັ້ມແຂງ, ຊ່ວຍໃຫ້ຄວາມເຊື່ອໝັ້ນຈາກປະຊາຊົນຕໍ່ພັກ ແລະລັດຖະບານທີ່ນັບມື້ນັບສູງຂຶ້ນ, ສ້າງເງື່ອນໄຂໃຫ້ຫວຽດນາມ ສືບຕໍ່ພັດທະນາໝັ້ນຄົງ.

ນຂ: ພັກປະຊາຊົນ ປະຕິວັດລາວ ຫາກໍ່ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ສໍາເລັດຜົນ, ໃນຂະນະທີ່ພັກກອມມູນິດຫວຽດນາມ ກໍາລັງຕັ້ງໜ້າກະກຽມໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ເຊິ່ງດໍາເນີນໃນຊຸມວັນຈະມາເຖິງ, ທ່ານນາງ ຕີລາຄາຄືແນວໃດກ່ຽວກັບການຮ່ວມເດີນທາງຂອງພັກກອມມູນິດຫວຽດນາມ ແລະພັກປະຊາຊົນ ປະຕິວັດລາວ ໃນຕະຫຼອດຊຸມປີເດືອນຜ່ານມາ? ຕາມທ່ານນາງແລ້ວ, ໃນຊຸມປີຈະມາເຖິງ, ສອງພັກຕ້ອງເຮັດຄືແນວໃດເພື່ອຮັດແໜ້ນການພົວພັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດລາວ-ຫວຽດນາມ ກວ່າອີກ?

ທ່ານນາງ ສູນທອນ ໄຊຍະຈັກ: ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດເມື່ອເຫັນວ່າໃນຕະຫຼອດຫຼາຍທົດສະວັດຜ່ານມາ, ສອງພັກ, ສອງລັດ ແລະປະຊາຊົນສອງປະເທດລາວ-ຫວຽດນາມ ຍາມໃດກໍ່ຄຽງບ່າຄຽງໄຫຼ່ໃນພາລະກິດຕໍ່ສູ້ຕ້ານສັດຕູຕ່າງດ້າວເພື່ອຍາດເອົາເອກະລາດແຫ່ງຊາດ ແລະສືບຕໍ່ຮ່ວມເດີນທາງໃນພາລະກິດກໍ່ສ້າງສັງຄົມນິຍົມ.

ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດໂດຍປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ທີ່ແສນເຄົາລົບຮັກກໍ່ສ້າງ, ຮ່ວມກັນເພີ່ມພູນຄູນສ້າງ ແລະປົກປັກຮັກສາດ້ວຍເລື້ອດເນື້ອຂອງນັກຮົບສອງປະເທດລຸ້ນຕ່າງໆ ແລະປະຈຸບັນໄດ້ກາຍເປັນສັບສົມບັດລວມທີ່ລ້ໍາຄ່າ, ແມ່ນກົດເກນແຫ່ງການຄົງຕົວ ແລະການພັດທະນາຂອງສອງປະເທດ ແລະແມ່ນໜຶ່ງໃນບັນດາປັດໄຈຕັດສິນໄຊຊະນະຂອງການປະຕິວັດແຕ່ລະປະເທດ.

ພິເສດແມ່ນໃນໄລຍະ 45 ປີແຫ່ງການກໍ່ສ້າງ ແລະພັດທະນາປະເທດໃນສັນຕິພາບ, ສອງພັກສືບຕໍ່ມີການຮ່ວມມືຮອບດ້ານໃນບັນດາຂົງເຂດ, ຄື: ສອງຝ່າຍຈັດຕັ້ງບັນດາຄະນະໄປມາຢ້ຽມຢາມເຊິ່ງກັນ ແລະກັນ, ຮ່ວມມືຢ່າງແໜ້ນແຟ້ນໃນຂົງເຂດທິດສະດີ ແລະພຶດຕິກໍາຕົວຈິງ; ສອງປະເທດກໍ່ໄດ້ປຶກສາ ແລະຮ່ວມມືກັນຢ່າງແໜ້ນແຟ້ນໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ທາງດ້ານເສດຖະກິດ, ການລົງທຶນ ແລະການຄ້າ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດລົງທຶນໃຫຍ່ອັນດັບທີ 3 ຢູ່ ລາວ.

ພວກເຮົາຍັງມີຄວາມສາມາດບົ່ມຊ້ອນຫຼາຍ ແລະທ່າແຮງເພື່ອສາມາດຮ່ວມມືກັນ, ສະນັ້ນຂ້າພະເຈົ້າ ຖືວ່າໃນໄລຍະຈະມາເຖິງ, ສອງພັກ, ສອງລັດຖະບານ ແລະປະຊາຊົນສອງປະເທດພວກເຮົາຄວນສືບຕໍ່ເພີ່ມທະວີການຮ່ວມມືເພື່ອຊຸກຍູ້ບັນດາທ່າແຮງທີ່ມີຄວາມສາມາດບົ່ມຊ້ອນດັ່ງກ່າວ, ນໍາມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ສອງປະເທດ.

ພັກ, ລັດ ແລະປະຊາຊົນສອງປະເທດ ມີຄວາມເອກອ້າງທະນົງໃຈເມື່ອເຫັນວ່າ ເຖິງວ່າສະພາບການໃນພາກພື້ນ ແລະໂລກມີການຜັນແປສັບສົນຫຼາຍຢ່າງກໍ່ຕາມ, ແຕ່ສາຍພົວພັນມິດຕະພາບອັນໃຫຍ່ຍິ່ງ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລາວ-ຫວຽດນາມ ຍັງໄດ້ຮັບການປັບປຸງ ແລະພັດທະນາຢ່າງເລິກເຊິ່ງກວ້າງຂວາງໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ, ນໍາມາເຊິ່ງຜົນປະໂຫຍດໃຫ້ທັງສອງຝ່າຍ.

ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍສະແດງຄວາມຂອບໃຈຕໍ່ພັກ, ລັດ ແລະປະຊາຊົນຫວຽດນາມອ້າຍນ້ອງ ທີ່ຍາມໃດກໍ່ສະຫງວນໃຫ້ປະເທດລາວ ພວກເຮົາການຊ່ວຍເຫຼືອອັນລໍ້າຄ່າ, ໃຫຍ່ຫຼວງ ແລະມີປະສິດທິຜົນໃນພາລະກິດຕໍ່ສູ້ປະຕິວັດ ແລະປົດປ່ອຍປະເທດລາວ ໃນເມື່ອກ່ອນກໍ່ຄືໃນພາລະກິດປົກປັກຮັກສາ ແລະສ້າງສາປະເທດໃນປະຈຸບັນ.

ໃນໂອກາດທີ່ພັກກອມມູນິດຫວຽດນາມ ກໍາລັງຕັ້ງໜ້າກະກຽມໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII, ໃນນາມພັກ, ລັດ ແລະປະຊາຊົນລາວບັນດາເຜົ່າ, ຂ້າພະເຈົ້າຂໍອວຍພອນພັກກອມມູນິດຫວຽດນາມ ສືບຕໍ່ຊີ້ນໍານໍາພາ ແລະຊັກນໍາປະເທດໃຫ້ກ້າວຂຶ້ນ, ປະຕິບັດສໍາເລັດເປົ້າໝາຍປະຊາຊົນຮ່ັງມີ, ປະເທດຊາດເຂັ້ມແຂງ, ຍຸຕິທຳ, ປະຊາທິປະໄຕ ແລະສີວິໄລ; ພ້ອມທັງຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທ່ົວປະເທດ ຄັ້ງທີ XIII ປະສົບຜົນສຳເລັດຢ່າງຈົບງາມ.

ໂດຍ: ເກື່ອງດັ້ງ