ບົນພື້ນຖານນໍ້າໃຈສາມັກຄີມິດຕະພາບແບບພິເສດ, ຄວາມເຂົ້າໃຈ, ເຄົາລົບເຊິ່ງ ກັນແລະກັນ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ. ໃນໄລຍະຜ່ານ ມາ, ກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງຫຼວງພະບາງ ໄດ້ເປັນເຈົ້າການຈັດຕັ້ງກໍາລັງດໍາເນີນການສືບສວນ-ສອບສວນທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຊື້ຂາຍ, ຂົນສົ່ງຢາເສບຕິດຢູ່ລຽບຕາມສອງຟາກຊາຍແດນ.

leftcenterrightdel
ສອງຝ່າຍມອບ-ຮັບບົດບັນທຶກຊ່ວຍຈໍາກ່ຽວກັບຜົນການເຈລະຈາ. ພາບ: ແອັງຢຸ້ງ.

ສອງຝ່າຍໄດ້ສົມທົບກັນມ້າງທຳລາຍ 3 ຄະດີສໍາເລັດຜົນ, ຈັບຕົວ 5 ຄົນ, ເກັບເອົາຢາບ້າໄດ້ 310.000 ເມັດ; ປະຕິບັດວຽກງານສົມທົບກັນໃນການຄຸ້ມຄອງ, ຄວບຄຸມການເຂົ້າ-ອອກເມືອງ, ປ້ອງກັນ ແລະຕ້ານພະຍາດໂຄວິດ-19 ໄດ້ເປັນຢ່າງດີ. ກອງບັນຊາການທະຫານ ຊາຍແດນແຂວງ ດ້ຽນບຽນ ໄດ້ດຳເນີນການກວດ, ປິ່ນປົວພະຍາດໂດຍບໍ່ເສຍຄ່າໃຫ້ແກ່ພະນັກງານ, ປະຊາຊົນເມືອງໂພນທອງ, ແຂວງຫຼວງພະບາງ ຈໍານວນ 470 ເທື່ອຄົນ.

ໃນໄລຍະຈະມາເຖິງ, ສອງຝ່າຍຈະເພີ່ມທະວີການໂຄສະນາເຖິງປະຊາຊົນເພື່ອປະຕິບັດສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນ; ບັນດາເອກະສານຂໍ້ຕົກລົງ ເຊິ່ງ ສອງຝ່າຍໄດ້ລົງນາມຢ່າງເຂັ້ມງວດ, ກໍ່ສ້າງ ຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພ້ອມກັນພັດທະນາ.

ໂດຍ: ກວຽດເຕິມ