ທີ່ການມອບ-ຮັບຂອງຂວັນ, ຜູ້ຕາງໜ້າຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ເມືອງອາເລື໊ອຍ ໄດ້ຢ້ຽມຢາມຖາມຂ່າວ, ລະດົມກຳລັງໃຈ ແລະມອບຂອງຂວັນກວ່າ 120 ພູດ, ນັ້ນແມ່ນບັນດາເຄື່ອງໃຊ້ທີ່ຈຳເປັນໃນການດຳລົງຊີວິດປະຈຳວັນໃຫ້ແກ່ປະຊາຊົນຢູ່ບ້ານກາໂລ, ຄື: ເຂົ້າສານ, ນໍ້າປາ, ນ້ຳມັນພືດ, ແປ້ງນົວ…

leftcenterrightdel
ຄ້າຍທະຫານຊາຍແດນດ່ານຊາຍແດນອາເດີດ ມອບຂອງຂວັນໃຫ້ກໍາລັງປະກອບອາວຸດລາວ. ພາບ: ວໍ້ຕຽນ.

ທ່ານພັນຕີ ແສງວິໄຊ ເພັດໄຊຄໍາ, ຫົວໜ້າກອງຮ້ອຍຊາຍແດນ 531, ກອງບັນຊາການທະຫານແຂວງເຊກອງ ຕາງໜ້າໃຫ້ປະຊາຊົນ ແລະກໍາລັງປະກອບອາວຸດທ້ອງຖິ່ນ ສະແດງຄວາມຂອບໃຈຕໍ່ອາລົມຈິດແບບພິເສດຂອງກໍາລັງທະຫານຊາຍແດນຫວຽດນາມ ແລະປະຊາຊົນເມືອງອາເລື໊ອຍ.

ໃນໄລຍະຜ່ານມາ, ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫ້ວ, ຄ້າຍທະຫານຊາຍແດນດ່ານຊາຍແດນອາເດີດ, ອໍານາດການປົກຄອງ ແລະປະຊາຊົນເມືອງອາເລື໊ອຍ ຍາມໃດກໍ່ຄຽງບ່າຄຽງໄຫຼ່ພ້ອມກັບກໍາລັງປະກອບອາວຸດ ແລະປະຊາຊົນບັນດາບ້ານທີ່ຢູ່ຕິດກັບຊາຍແດນລາວ ຈັດກິດຈະກໍາຕ່າງໆເພື່ອໜູນຊ່ວຍສະບຽງອາຫານ, ອຸປະກອນການແພດ, ພິເສດແມ່ນໃນໄລຍະປ້ອງກັນ, ຕ້ານພະຍາດໂຄວິດ-19. ບັນດາການເຄື່ອນໄຫວທີ່ແທດຈິງດັ່ງກ່າວໄດ້ໜູນຊ່ວຍຢ່າງທັນການໃຫ້ປະຊາຊົນຢູ່ບ້ານກາໂລ ກໍ່ຄື ກໍາລັງປະກອບອາວຸດລາວ ເຮັດໃຫ້ຊີວິດການເປັນຢູ່ເປັນປົກກະຕິ, ປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ.

ໂດຍ: ຈາງຫງວຽນ