ງານວາງສະແດງໂດຍກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວລາວ ສົມທົບກັບສະຖານທູດຫວຽດນາມ ປະຈໍາ ວຽງຈັນ ຈັດຕັ້ງຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນຊາດປະເທດ ສສ ຫວຽດນາມ (2-9-1945 / 2-9-2020).

leftcenterrightdel
ພິທີໄຂງານວາງສະແດງຮູບພາບການພົວພັນຫວຽດນາມ-ລາວ. ພາບ: kpl.gov.la.

ເຂົ້າຮ່ວມພິທີໄຂມີທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວລາວ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ແລະຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການຂອງສອງປະເທດຫວຽດນາມ ແລະລາວ.

ກ່າວຄໍາເຫັນທີ່ພິທີໄຂ, ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ໃຫ້ຮູ້ວ່າ ງານວາງສະແດງມີມຸມມອງທີ່ເລິກເຊິ່ງກ່ຽວກັບບັນດາຂີດໝາຍສໍາຄັນໃນການພົວພັນສອງຝ່າຍ ກໍ່ຄືບັນດາຜົນງານທີ່ສອງປະເທດຫວຽດນາມ ແລະລາວ ບັນລຸໄດ້ໃນຊຸມທົດສະວັດມໍ່ໆມານີ້, ໄດ້ປະກອບສ່ວນເພີ່ມທະວີ ແລະຮັດແໜ້ນສາຍພົວພັນລະຫວ່າງສອງປະເທດຕື່ມອີກ.

ໂດຍ: ຈາງຫງວຽນ