ແຂວງກວາງຈີ໋ ມີຊາຍແດນທາງບົກຕິດພັນກັບປະເທດເພື່ອນມິດລາວ ດ້ວຍຄວາມຍາວເກືອບ 200 ກິໂລແມັດ. ໃນໄລຍະນີ້, ພົນລະເມືອງຫວຽດນາມ ກັບມາແຕ່ລາວ ແລະຈາກປະເທດທີສາມຜ່ານ 2 ດ່ານຊາຍແດນສາກົນລາວບ໊າວ ແລະ ລາໄລ ນັບມື້ນັບເພີ່ມຂຶ້ນ.

ຢູ່ເສັ້ນຊາຍແດນຫວຽດນາມ-ລາວ, ເມື່ອດ່ານຊາຍແດນສາກົນໄດ້ຮັບການຄວບຄຸມຢ່າງແໜ້ນແຟ້ນ, ບາງເປົ້າໝາຍໄດ້ສວຍໃຊ້ຜ່ານດ່ານທ້ອງຖິ່ນ, ດ່ານປະເພນີເພື່ອເຂົ້າປະເທດແນໃສ່ຫຼີກລ້ຽງການກວດກາຂອງກໍາລັງເຈົ້າໜ້າທີ່. ກອງບັນຊາການທະຫານແຂວງກວາງຈີ໋ ໄດ້ກໍານົດເລື່ອງສະກັດກັ້ນທຸກການກະທຳທີ່ລະເມີດກົດໝາຍຜ່ານດ່ານທ້ອງຖິ່ນ, ດ່ານປະເພນີແມ່ນໜ້າທີ່ສໍາຄັນໃນ “ບ້ັ້ນຮົບ” ປ້ອງກັນ, ຕ້ານພະຍາດ Covid-19. ບັນດາຕູບໄດ້ຕັ້ງຂຶ້ນແບບຊົ່ວຄາວຂອງທະຫານຢູ່ລຽບຕາມເສັ້ນຊາຍແດນ.

leftcenterrightdel
ບັນດາຕູບໄດ້ຕັ້ງຂຶ້ນແບບຊົ່ວຄາວຂອງທະຫານຢູ່ເສັ້ນຊາຍແດນ. ພາບ: vov.vn.

ບັນດາຕູບນີ້ແມ່ນຄ້າຍສະກັດກັ້ນຊົ່ວຄາວຢູ່ຊາຍແດນຫວຽດນາມ-ລາວ ໂດຍກໍາລັງທະຫານຊາຍແດນຄ້າຍບານາງ, ກອງບັນຊາການທະຫານຊາຍແດນແຂວງກວາງຈີ໋ ສ້າງຂຶ້ນເພື່ອສະກັດກັ້ນຜູ້ເຂົ້າອອກເມືອງຢ່າງຜິດກົດໝາຍ. ຢູ່ທີ່ນີ້, ທະຫານຊາຍແດນ 9 ຄົນໄດ້ແບ່ງເປັນ 3 ຜຽນຜັດປ່ຽນກັນເຮັດວຽກ 24/24 ຊົ່ວໂມງ.

ທ່ານພັນໂທ ຟານແທ່ງລິງ - ຫົວໜ້າຄ້າຍທະຫານຊາຍແດນບານາງ, ກອງບັນຊາການທະຫານຊາຍແດນແຂວງກວາງຈີ໋ ໃຫ້ຮູ້ວ່າ: “ຜູ້ອອກແຮງງານຫວຽດນາມ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ກັບເມືອເປັນຈໍານວນຫຼວງຫຼາຍ ແລະດ້ວຍຄວາມຢ້ານແຍກປ່ຽວຂອງປະຊາຊົນບາງຄົນ, ສະນັ້ນ, ກົມກອງໄດ້ຜັນຂະຫຍາຍບັນດາຄ້າຍສະກັດກັ້ນຊົ່ວຄາວ, ກອງເວັນຍາມເຄື່ອນທີ່ເພື່ອກຽມພ້ອມສະກັດກັ້ນປະຊາຊົນໄປບໍ່ຖືກທາງ. ດ້ວຍການຊີ້ນໍາຂອງທະຫານຊາຍແດນແຂວງແມ່ນປິດຊາຍແດນໄວ້”.

ໃນໄລຍະ 3 ວັນຜ່ານມາ, ກໍາລັງທະຫານຊາຍແດນແຂວງກວາງຈີ໋ ເຮັດລະບຽບການເຂົ້າເມືອງໃຫ້ຜູ້ໂດຍສານກວ່າ 1.230 ຄົນຢູ່ສອງດ່ານຊາຍແດນສາກົນລາວບ໊າວ ແລະລາໄລ. ກອງບັນຊາການທະຫານຊາຍແດນແຂວງກວາງຈີ໋ ກໍ່ປິດບັນດາດ່ານທ້ອງຖິ່ນ, ດ່ານປະເພນີ, ເພີ່ມທະວີວຽກງານລາດຕະເວນ, ຄວບຄຸມກວດກາຊາຍແດນເພື່ອສະກັດກັ້ນການເຄື່ອນໄຫວເຂົ້າອອກເມືອງ, ຂາອອກຂາເຂົ້າທີ່ຜິດກົດໝາຍຢ່າງສຸດຂີດ.

leftcenterrightdel
ທະຫານຊາຍແດນແຂວງກວາງຈີ໋ ຕັ້ງຄ້າຍສະກັດກັ້ນຕະຫຼອດຕອນເວັນ ແລະຄືນຢູ່ເສັ້ນທາງຊາຍແດນ. ພາບ: vov.vn.

ທ່ານພັນເອກ ເຈິ່ນຕ໋ວນແອັງ ຮອງຜູ້ບັນຊາການທະຫານຊາຍແດນແຂວງກວາງຈີ໋ ໃຫ້ຮູ້ວ່າ: "ກອງບັນຊາການທະຫານຊາຍແດນກໍ່ໄດ້ເພີ່ມທະວີກໍາລັງໜູນຊ່ວຍເຮັດໜ້າທີ່ຢູ່ເສັ້ນຊາຍແດນໃນຈຸດເວລານີ້. ມີຄ້າຍສະກັນກັ້ນຊົ່ວຄາວ 56 ແຫ່ງດ້ວຍນັກຮົບ 201 ຄົນ ແລະສົມທົບກັບຕໍາຫຼວດຕາແສງ, ທະຫານລາດ 132 ຄົນເພື່ອເວັນຍາມ, ສົມທົບກັນຜັນຂະຫຍາຍວຽກງານປ້ອງກັນ, ຕ້ານເຊື້ອພະຍາດ ແລະສະກັດກັ້ນຄົນເຂົ້າອອກເມືອງ ແລະຂາອອກຂາເຂົ້າຢ່າງຜິດກົດໝາຍຢູ່ເຂດຊາຍແດນ. ເມື່ອສະພາບການເຊື້ອພະຍາດແຜ່ລະບາດ, ບັນດາເປົ້າໝາຍໄລ່ຈັບ ແລະຜູ້ບໍ່ມີໜັງສືຜ່ານແດນຈະເຂົ້າອອກເມືອງຫວຽດນາມ ຢ່າງຜິດກົດໝາຍເພື່ອຫຼີກລ້ຽງເຊື້ອພະຍາດ, ດັ່ງນັ້ນ, ຕ້ອງຈັດຕັ້ງຄ້າຍສະກັດກັ້ນ, ເຮັດວຽກງານປ້ອງກັນ, ຕ້ານເຊື້ອພະຍາດເປັນຢ່າງດີ”.

ໃນຊຸມວັນນີ້, ຢູ່ເສັ້ນຊາຍແດນຫວຽດນາມ-ລາວ ຍາມກາງຄືນອຸນຫະພູມລົງຕໍ່າ, ລົມພັດໜາວເຢັນ; ຄ້າຍສະກັດກັ້ນຫຼາຍແຫ່ງບໍ່ມີໄຟຟ້າ, ບໍ່ມີສັນຍານໂທລະສັບ. ແຕ່ວ່າບັນດາພະນັກງານ, ນັກຮົບທະຫານຊາຍແດນແຂວງກວາງຈີ໋ ລ້ວນແຕ່ຕັດສິນໃຈ ແລະລະດົມກັນດ້ວຍຈິດໃຈ “ຕອນໃດເຊື້ອພະຍາດຫາຍໄປໝົດຈຶ່ງກັບເມືອ”.

ໂດຍ: ດັ້ງເກື່ອງ