ຕອນບ່າຍວັນທີ 19 ກຸມພາ, ຢູ່ນະຄອນຫຼວງວຽງຈັນ, ທ່ານ ຟ້າມບິ່ງມິນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການພົບປະສອງຝ່າຍກັບທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີການຕ່າງປະເທດລາວ.

leftcenterrightdel
ທ່ານ ຟ້າມບິ່ງມິນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ແລະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີການຕ່າງປະເທດລາວ. ພາບ: baochinhphu.vn.

ທີ່ການເຮັດວຽກ, ລັດຖະມົນຕີສອງທ່ານ ເນັ້ນໜັກວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສພາກພື້ນ ແລະສາກົນ, ໂດຍສະເພາະແມ່ນໃນປີ 2020 ເມື່ອ ຫວຽດນາມ ດຳລົງຕຳແໜ່ງເປັນປະທານອາຊຽນ ແລະກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ (ສປຊ), ໃນຂະນະທີ່ ລາວ ແມ່ນປະເທດເຈົ້າພາບຂອງຫຼາຍກົນໄກອະນຸພາກພ້ືນແມ່ນ້ຳຂອງສຳຄັນ, ຄື: CLV, CLMV, ACMECS ແລະແມ່ນປະເທດປະສານງານການພົວພັນອາຊຽນ-ອາເມລິກາ. ທ່ານ ຟ້າມບິ່ງມິນ ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ສະໜັບສະໜູນ, ຮ່ວມມືຢ່າງແໜ້ນແຟ້ນເພື່ອໃຫ້ ລາວ ຈັດຕັ້ງກອງປະຊຸມຂັ້ນສູງບັນດາກົນໄກອະນຸພາກພື້ນກໍ່ຄືປະສານງານກອງປະຊຸມຂັ້ນສູງອາຊຽນ-ອາເມລິກາ ສຳເລັດຜົນ.

ທ່ານ ສະເຫຼີມໄຊ ກົມມະສິດ ສະໜັບສະໜູນຂໍ້ລິເລີ່ມຂອງຫວຽດນາມ ກ່ຽວກັບການຈັດຕັ້ງການເຈລະຈານະໂຍບາຍ ອາຊຽນ ກັບບັນດາຄູ່ຮ່ວມມືກ່ຽວກັບການພັດທະນາພາກພື້ນແມ່ນ້ຳຂອງ ເພື່ອນຳມາເຊິ່ງຜົນປະໂຫຍດໃຫ້ແກ່ອະນຸພາກພື້ນ.

ໂດຍ: ສົມເພັດ