ເມື່ອຢ້ຽມຢາມແຂວງຄໍາມ່ວນ, ທ່ານພົນເອກ ໂຕເລິມ ແລະຄະນະຜູ້ແທນພ້ອມດ້ວຍພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລາວ ເປັນຈໍານວນຫຼວງຫຼາຍໄດ້ມາວາງພວງມາລາ, ຖະຫວາຍທູບທຽນໄຫວ້ອາໄລປະທານໂຮ່ຈີມິນ, ຜູ້ທີ່ແສນເຄົາລົບຮັກຂອງຊາດຫວຽດນາມ.

leftcenterrightdel
ທ່ານພົນເອກ ໂຕເລິມ ຖະຫວາຍທູບທຽນໄຫວ້ອາໄລປະທານໂຮ່ຈີມິນ. ພາບ: vov.vn.

ທ່ານພົນເອກ ໂຕເລິມ ຢັ້ງຢືນວ່າ, ເຂດອະນຸສອນສະຖານໄດ້ຮັບການກໍ່ສ້າງຢູ່ທີ່ນີ້ແມ່ນສັນຍາລັກແຫ່ງນໍ້າໃຈສາມັກຄີຮ່ວມກັນສູ້ຮົບ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງປະເທດ ຫວຽດນາມ-ລາວ ໂດຍປະທານໂຮ່ຈີມິນ, ປະທານ ສຸພານຸວົງ ແລະປະທານ ໄກສອນ ພົມວິຫານ ໄດ້ທຸ້ມເທເຫື່ອແຮງເພີ່ມພູມຄູນສ້າງ.

leftcenterrightdel
ທ່ານພົນເອກ ໂຕເລິມ  ພ້ອມດ້ວຍພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ແຂວງຄໍາມ່ວນ. ພາບ: vov.vn.

ພາຍຫຼັງພິທີໄຫວ້ອາໄລປະທານໂຮ່ຈີມິນ, ທ່ານພົນເອກ ໂຕເລີມ ແລະຄະນະປະຕິບັດງານ ໄດ້ມີການພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ແຂວງຄໍາມ່ວນ. ທ່ານພົນເອກ ໂຕເລີມ ຕີລາຄາສູງນໍ້າໃຈສາມັກຄີ, ການໜູນຊ່ວຍເຊິ່ງກັນ ແລະກັນຂອງພໍ່ແມ່ປະຊາຊົນ, ຮັບຮູ້ບາງຄໍາສະເໜີແນະຂອງພໍ່ແມ່ປະຊາຊົນຕໍ່ພັກ ແລະລັດໃນການເອົາໃຈໃສ່ໜູນຊ່ວຍກໍ່ສ້າງໂຮງຮຽນເພື່ອຈັດຕັ້ງການສອນ ແລະຮຽນພາສາຫວຽດ ໃຫ້ແກ່ລູກຫຼານຂອງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລາວ; ພ້ອມທັງລະດົມກໍາລັງໃຈພໍ່ແມ່ປະຊາຊົນ ສືບຕໍ່ສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນການພັດທະນາເສດຖະກິດ, ສ້າງການດໍາລົງຊີວິດໃຫ້ນັບມື້ນັບອີ່ມໜຳສຳລານ, ມີຄວາມຜາສຸກ, ປະກອບສ່ວນຮັກສາມູນເຊື້ອວັດທະນະທໍາຫວຽດນາມໄວ້ໃຫ້ໝັ້ນຄົງ, ເຄົາລົບຮີດຄອງປະເພນີ, ປະຕິບັດຖືກຕາມກົດໝາຍຂອງປະເທດປະຈໍາຖິ່ນເປັນຢ່າງດີ.

leftcenterrightdel
ທ່ານພົນເອກ ໂຕເລິມ   ພ້ອມດ້ວຍຄະນະຜູ້ແທານຖະຫວາຍດອກໄມ້ໄຫວ້ອາໄລປະທານສຸພານຸວົງ. ພາບ: vov.vn.

ຕອນບ່າຍວັນດຽວກັນ, ທ່ານພົນເອກ ໂຕເລິມ ພ້ອມດ້ວຍຄະນະຜູ້ແທນໄດ້ມາວາງພວງມາລາ, ຖະຫວາຍທູບທຽນໄຫວ້ອາໄລປະທານ ສຸພານຸວົງ ຢູ່ອະນຸສາວະລີສຸພານຸວົງ ແລະນັກຮົບກອງທະຫານປະສົມລາວ-ຫວຽດນາມ ຢູ່ເທດສະບານເມືອງທ່າແຂກ, ເຊິ່ງແມ່ນສະຖານທີ່ໄດ້ດໍາເນີນການສູ້ຮົບຂອງບັນດານັກຮົບອາສາສະໝັກຫວຽດນາມ ແລະກອງທັບລາວ ຕ້ານລ່າເມືອງຂຶ້ນຝະລັ່ງ, ປົກປັກຮັກສາເທດສະບານເມືອງທ່າແຂກ ໃນເດືອນມີນາ 1946 ໂດຍປະທານສຸພານຸວົງ ນໍາພາ.

ໂດຍ: ກວຽດເຕິມ