leftcenterrightdel
ຄະນະຖະຫວາຍດອກໄມ້, ທູບທຽນທີ່ອະນຸສອນສະຖານລຸງໂຮ່. ພາບ: ຫາຍເທື້ອງ.

ທີ່ອະນຸສອນສະຖານລຸງໂຮ່, ດ້ວຍຄວາມເຄົາລົບນັບຖືຢ່າງເລິກເຊິ່ງ, ພະນັກງານດີເດັ່ນຈໍານວນ 30 ຄົນຂອງກອງບັນຊາການທະຫານແຂວງຊຽງຂວາງ ທີ່ກໍາລັງເຂົ້າຮ່ວມຊຸດຝຶກອົບຮົມຢູ່ແຂວງເງະອານ ໄດ້ຖະຫວາຍດອກໄມ້, ທູບທຽນຕໍ່ດວງວິນຍານປະທານໂຮ່ຈິມິນ - ຜູ້ທີ່ໄດ້ອຸທິດຕະຫຼອດຊີວິດຂອງຕົນໃຫ້ແກ່ພາລະກິດປົດປ່ອຍຊາດຫວຽດນາມ ແລະປະຊາຊົນລາວບັນດາເຜົ່າອ້າຍນ້ອງ; ຜູ້ທີ່ໄດ້ພ້ອມກັບບັນດາສະຫາຍການນໍາ ແລະລັດລາວ ຕໍ່ສູ້ຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍເພື່ອເອກະລາດ, ເສລີພາບຂອງສອງຊາດ, ເພື່ອສັນຕິພາບຂອງປະຊາຊົນໃນໂລກ; ຜູ້ທີ່ມີຄຸນງາມຄວາມດີອັນໃຫຍ່ຫຼວງໃນການສ້າງຕັ້ງການພົວພັນມິດຕະພາບແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ - ລາວ.

leftcenterrightdel
ຄະນະຢ້ຽມຢາມບ້ານບິດາຂອງລຸງໂຮ່ ແລະຮັບຟັງການບັນຍາຍກ່ຽວກັບຄາວຍັງນ້ອຍຂອງລຸງໂຮ່ ທີ່ບ້ານເກີດເມືອງນອນ. ພາບ: ຫາຍເທື້ອງ.

ຕໍ່ໜ້າດວງວິນຍານຂອງເພິ່ນ, ຄະນະພະນັກງານ ກໍໄດ້ຢັ້ງຢືນວ່າ ປະຊາຊົນລາວ ແລະຫວຽດນາມຮຸ່ນຕ່າງໆ ໄດ້, ກໍາລັງ ແລະຈະເພີ່ມພູນຄູນສ້າງຄວາມສາມັກຄີທີ່ສະໜິດຕິດພັນ; ນໍ້າໃຈອ້າຍນ້ອງແບບພິເສດຫວຽດນາມ - ລາວ ເວົ້າລວມ ແລະແຂວງເງະອານ ກັບແຂວງຊຽງຂວາງ ເວົ້າສະເພາະ ໃຫ້ຂຽວຄົດງົດງາມ, ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ.

ໂດຍ: ກວຽດເຕິມ