ດ້ວຍຫົວຂໍ້ “ຫວຽດນາມ-ປະເທດທີ່ຂ້າພະເຈົ້າຮັກ”, ການແຂ່ງຂັນຄັ້ງນີ້ມີເປົ້າໝາຍສົ່ງເສີມໃຫ້ນັກສຶກສາລາວ ແບ່ງປັນບັນດາຄວາມຮູ້, ຄວາມເຂົ້າໃຈກ່ຽວກັບປະເທດ, ປະຊາຊົນ ແລະວັດທະນະທໍາຫວຽດນາມ; ບັນດາອານຸສອນອັນເລິກເຊິ່ງກ່ຽວກັບຊີວິດ, ການຮໍ່າຮຽນ ແລະການດໍາລົງຊີວິດຢູ່ຫວຽດນາມ. ບັນດານັກສຶກສາລາວ, ດ້ວຍຄວາມຮູ້, ການເຂົ້າຮ່ວມກິດຈະກໍາຕົວຈິງ ແລະອາລົມຈິດຂອງຕົນທີ່ມີຕໍ່ຫວຽດນາມ ຈະໄດ້ໃຊ້ພາສາຫວຽດນາມ ເພື່ອສະແດງທຸກສິ່ງທຸກຢ່າງທີ່ ຕົນເອງມີຄວາມສົນໃຈທີ່ສຸດ.

leftcenterrightdel
ລາຍການບັນລະຍາຍຂອງທີມມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລທ໊າຍງວຽນ. ຢູ່ຮອບຄັດເລືອກ. ພາບ: ກິມຢູງ.

ທ່ານ ສຈ, ປອ. ຟ້າມຮົ່ງກວາງ - ອະທິການບໍດີມະຫາວິທະຍາໄລທ໊າຍງວຽນ ໃຫ້ຮູ້ວ່າ ຮອບຊີງຊະນະເລີດການແຂ່ງຂັນບັນລະຍາຍພາສາຫວຽດນາມ ໃຫ້ແກ່ນັກສຶກສາລາວ ຢູ່ຫວຽດນາມ ປີ 2019 ຈະຈັດຕັ້ງໃນວັນທີ 8 ພະຈິກ 2019 ແລະທ່ານໃຫ້ຮູ້ຕື່ມອີກວ່າ ມະຫາວິທະຍາໄລທ໊າຍງວຽນ ມີນັກສຶກສາສາກົນກວ່າ 1.000 ຄົນທີ່ມາຈາກ 16 ປະເທດໃນໂລກ, ໃນນັ້ນມີນັກສຶກສາລາວກວ່າ 800 ຄົນ. ການເຄື່ອນໄຫວນີ້ແມ່ນໂອກາດເພື່ອໃຫ້ນັກສຶກສາສອງປະເທດຫວຽດນາມ-ລາວ ໄດ້ພົບປະແລກປ່ຽນວັດທະນະທໍາ, ເພີ່ມທະວີຄວາມເຂົ້າໃຈກ່ຽວກັບປະເທດຊາດ ແລະຊາວຫວຽດນາມ ຜ່ານນັ້ນປະກອບສ່ວນຮັດແໜ້ນນໍ້າໃຈສາມັກຄີມິດຕະພາບ ຫວຽດນາມ-ລາວ ຕື່ມອີກ.

leftcenterrightdel
ມະຫາວິທະຍາໄລທ໊າຍງວຽນ, ບ່ອນຈັດຕັ້ງການແຂ່ງຂັນບັນລະຍາຍພາສາຫວຽດນາມ. ພາບ: ກິມຢູງ.

ປະຈຸບັນ, ມະຫາວິທະຍາໄລທ໊າຍງວຽນ ໄດ້ກະກຽມວຽກງານຢ່າງລະອຽດແລ້ວນັບແຕ່ການຕ້ອນຮັບ, ພະລາທິການ, ສື່ມວນຊົນເພື່ອມຸ່ງໄປເຖິງຜົນສໍາເລັດຢ່າງດີງາມຂອງການແຂ່ງຂັນໃນຮອບຊີງຊະນະເລີດໃນວັນທີ 8 ພະຈິກ ຈະມາເຖິງຢູ່ມະຫາວິທະຍາໄລທ໊າຍງວຽນ.

ໂດຍ: ເກື່ອງດັ້ງ