ຫວ່າງມໍ່ໆມານີ້, ກົງສູນໃຫຍ່ຫວຽດນາມ ປະຈໍາ ແຂວງຈໍາປາສັກ ສົມທົບກັບບັນດາທ້ອງຖິ່ນຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນດ້ານການທ່ອງທ່ຽວລະຫວ່າງ 3 ແຂວງພາກໃຕ້ລາວ ແມ່ນອັດຕະປື, ເຊກອງ, ສາລະວັນກັບ 4 ແຂວງ, ນະຄອນຂອງຫວຽດນາມ ແມ່ນດ່ານັ້ງ, ເທື່ອທຽນເຫວ້, ກອມຕູມ ແລະບິ່ງດິ້ງ.

leftcenterrightdel
ນໍ້າຕົກຕາດ Sae Pra (ແຂວງອັດຕະປື). ພາບ: vov.vn.

ກອງປະຊຸມຄັ້ງນີ້ໄດ້ຢັ້ງຢືນຄວາມສາມາດບົ່ມຊ້ອນ, ທ່າແຮງຂອງການທ່ອງທ່ຽວ 4 ແຂວງພາກໃຕ້ລາວ ກໍ່ຄືບັນດາແຂວງ, ນະຄອນພາກກາງຫວຽດນາມ. ພ້ອມທັງໄຈ້ແຍກ, ເຮັດແຈ້ງບັນດາຄວາມຫຍຸ້ງຍາກໃນການເຄື່ອນໄຫວທ່ອງທ່ຽວໃນປະຈຸບັນ, ຜ່ານນັ້ນສະເໜີມາດຕະການແກ້ໄຂບັນດາຂໍ້ຄົງຄ້າງກ່ຽວກັບລະບຽບການບໍລິຫານ, ການເຂົ້າອອກເມືອງ, ຄວາມສະຫງົບ, ພື້ນຖານໂຄງລ່າງ...

leftcenterrightdel
ວັດພູ (ຈໍາປາສັກ). ພາບ: vov.vn.

ບັນດາວິສາຫະກິດສອງຝ່າຍໄດ້ແລກປ່ຽນບົດຮຽນຈັດຕັ້ງບັນດາລາຍການທ່ອງທ່ຽວຂ້າມຊາດຫວຽດນາມ ໄປລາວ ແລະກົງກັນຂ້າມ; ສະເໜີບັນດາລາຍການຮ່ວມສຳພັນໂຄສະນາສົ່ງເສີມການທ່ອງທ່ຽວ ແລະດຶງດູດການລົງທຶນພັດທະນາບັນດາລາຍການທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວລະອຽດຢູ່ບັນດາເຂດທີ່ມີຄວາມສາມາດບົ່ມຊ້ອນ; ສ້າງບັນດາຜະລິດຕະພັນ, ປະເພດການທ່ອງທ່ຽວທີ່ສອດຄ່ອງໃຫ້ແກ່ສອງຝ່າຍ; ຄົ້ນຄວ້າເຈາະຈີ້ມແຜນການ, ນະໂຍບາຍການຮ່ວມມືລະຫວ່າງບັນດາຂະແໜງການ, ຂົງເຂດ, ບັນດາທ້ອງຖິ່ນສອງປະເທດໃນການຄຸ້ມຄອງການຂຸດຄົ້ນຊັບພະຍາກອນພັດທະນາການທ່ອງທ່ຽວ.

ການນໍາຂະແໜງການທ່ອງທ່ຽວບັນດາແຂວງພາກໃຕ້ລາວ ໄດ້ແນະນໍາຄວາມສາມາດບົ່ມຊ້ອນ, ທ່າແຮງດ້ານການທ່ອງທ່ຽວຂອງທ້ອງຖິ່ນຕົນດ້ວຍລະບົບທິວທັດທໍາມະຊາດພູຜາປ່າດົງທີ່ໃຫຍ່ໂຕມະຫາຖານ, ນ້ຳຕົກຕາດ, ຖ້ຳທໍາມະຊາດທີ່ສວຍງາມ, ວັດທະນະທໍາການກິນດື່ມທີ່ເປັນເອກະລັກສະເພາະ.

leftcenterrightdel
ນ້ຳຕົກຕາດຄອນພະເພັງ (ຈໍາປາສັກ). ພາບ: vov.vn.

ພ້ອມທັງຢັ້ງຢືນວ່າດ້ວຍລະບົບຄົມມະນາຄົມທີ່ເຊື່ອມຈອດຈາກດ່ານັ້ງ ໄປຮອດບິ່ງດິ້ງ, ໄຕງວຽນ ຜ່ານເສັ້ນທາງໂຮ່ຈີມິນ, ເສັ້ນທາງຫຼວງເລກທີ 24, 19... ແລະລະບົບດ່ານຊາຍແດນດັ໊ກຕາອອກ (ກວ໋າງນາມ-ເຊກອງ), ດ່ານຊາຍແດນເບີອີ (ກອນຕູມ-ອັດຕະປື) ໄປມາຄ້າຂາຍກັບບັນດາແຂວງພາກໃຕ້ລາວ, ອໍານາດການປົກຄອງບັນດາທ້ອງຖິ່ນນີ້ຖືການທ່ອງທ່ຽວແມ່ນໜຶ່ງໃນບັນດາຂະແໜງການບຸລິມະສິດເພື່ອພັດທະນາ ແລະກຽມພ້ອມຮ່ວມມື, ຮ່ວມສຳພັນກັບຂະແໜງການທ່ອງທ່ຽວບັນດາແຂວງ, ນະຄອນທາງພາກກາງຫວຽດນາມ, ພາແຂກທ່ອງທ່ຽວໄປທ່ຽວ, ຄົ້ນຫາບັນດາທັດສະນີຍະພາບ, ມໍລະດົກວັດທະນະທຳໂລກຢູ່ລາວ ຄື: ວັດພູ, ນໍ້າຕົກຕາດຄອນພະເພັງ (ແຂວງຈໍາປາສັກ), ນໍ້າຕົກຕາດ Sae Pra (ແຂວງອັດຕະປື)...

ພັກຜ່ອນ, ຕາກອາກາດ, ອາບນ້ຳທະເລຢູ່ດ່ານັງ, ຄົ້ນຫາບ່ານ່າ Hill, ຢ້ຽມຊົມມໍລະດົກວັດທະນະທໍາໂລກເຂດວິຫານທາດເຈດີມີ໊ເຊີນ, ຖະໜົນເກົ່າໂຮ້ຍອານ, ລະບົບທາດຈໍາບິ່ງດິ້ງ, ເຂດພັກຜ່ອນບຳລຸງສຸຂະພາບນິເວດຢູ່ມັງແດນ-ກອນຕູມ... ເສີມຂະຫຍາຍຄຸນຄ່າບັນດາທັດສະນີຍະພາບ, ມໍລະດົກວັດທະນະທໍາ ເພື່ອພັດທະນາການທ່ອງທ່ຽວ, ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນເຂດ.

ໂດຍ: ເກື່ອງດັ້ງ