ທີ່ການໂອ້ລົມສົນທະນາ, ທ່ານ ຫງວຽນເຍິນຈີງ, ເລຂາຄະນະຊາວໜຸ່ມແຂວງບັ໊ກນີງ ສະເໜີໃຫ້ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາຈົ່ງພ້ອມກັນແລກປ່ຽນ, ປຶກສາຫາລືກ່ຽວກັບສະພາບການຊາວໜຸ່ມ, ຖອດຖອນບົດຮຽນເຊິ່ງກັນ ແລະກັນໃນວຽກງານຊາວໜຸ່ມ ແລະຂະບວນການເຍົາວະຊົນ, ປະກອບສ່ວນເພີ່ມທະວີນ້ຳໃຈມິດຕະພາບ ແລະການພົວພັນຮ່ວມມືລະຫວ່າງອົງການຊາວໜຸ່ມສອງປະເທດ.

leftcenterrightdel
ຄະນະຊາວໜຸ່ມແຂວງບັ໊ກນີງ ມອບຂອງຂວັນທີ່ລະນຶກໃຫ້ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ. ພາບ: baobacninh.com.vn.

ສ່ວນທ່ານ ຄໍາພາສີ ເວັນມະສອນ ຫົວໜ້າຄະນະຊາວໜຸ່ມປະຊາຊົນປະຕິວັດລາວ, ຮອງເລຂາຄະນະຊາວໜຸ່ມແຂວງອັດຕະປື ປາດຖະໜາວ່າ ໃນໄລຍະຈະມາເຖິງ, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແລະສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ຈະເພີ່ມທະວີການຈັດຕັ້ງບັນດາການເຄື່ອນໄຫວແລກປ່ຽນເຊິ່ງກັນ ແລະກັນກ່ຽວກັບສະພາບການຊາວໜຸ່ມ, ຖອດຖອນບົດຮຽນເຊິ່ງກັນ ແລະກັນໃນວຽກງານຊາວໜຸ່ມ ແລະຂະບວນການເຍົາວະຊົນ; ແບ່ງປັນບັນດາຮູບແບບການຮ່ວມມື, ປະດິດຄິດສ້າງໃນໝູ່ຊາວໜຸ່ມເພື່ອຊ່ວຍກັນດຳເນີນທຸລະກິດ, ຊາວໜຸ່ມກໍ່ຮ່າງສ້າງຕົວດ້ວຍຕົນເອງ.

ໂດຍ: ຄໍາແພງ