leftcenterrightdel
ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ ລາວ. ພາບ: baosonla.org.vn.

ຄະນະຕິດຕໍ່ທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ ແຂວງເຊີນລາ ໄດ້ຮັບການສ້າງຕັ້ງເມື່ອປີ 2014. ມາຮອດປະຈຸບັນຄະນະຕິດຕໍ່ໄດ້ມີອົງການຈັດຕັ້ງຢູ່ 10 ໃນຈໍານວນ 12 ເມືອງ, ນະຄອນໃນບໍລິເວນແຂວງ, ດ້ວຍສະມາຊິກເກືອບ 1.900 ຄົນ. ບັນດາພະນັກງານ, ນັກຮົບ, ຊ່ຽວຊານທະຫານຊ່ວຍລາວ ໄດ້ພ້ອມກັນຫວນຄືນມູນເຊື້ອຂອງກໍາລັງທະຫານອາສາສະໝັກແຂວງເຊີນລາ ຊ່ວຍເພື່ອນມິດລາວ ໃນຊຸມເດືອນປີແຫ່ງການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນຝະລັ່ງ ແລະຕ້ານ ອາເມລິກາ; ເພີ່ມທະວີການຮ່ວມມື, ແລກປ່ຽນວຽກງານ, ປະກອບສ່ວນສ້າງນໍ້າໃຈມິດຕະພາບແບບພິເສດຫວຽດນາມ-ລາວ.

leftcenterrightdel
ລາຍການສະແດງສິລະປະຂ່ຳນັບຮັບຕ້ອນວັນມູນເຊື້ອ. ພາບ: baosonla.org.vn.

ທີ່ພິທີສະເຫຼີມສະຫຼອງ, ພວກນ້ອງນັກຮຽນລາວ ພວມຮໍ່າຮຽນ, ດຳລົງຊີວິດຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລຢູ່ນະຄອນເຊີນລາ ໄດ້ເຂົ້າຮ່ວມ ແລະສະແດງສິລະປະຂ່ຳນັບຮັບຕ້ອນວັນມູນເຊື້ອ.

ໂດຍ: ເຈິ່ນຮວ່ຽນ