ເຂົ້າຮ່ວມຊຸດຝຶກອົບຮົມມີນັກສໍາມະນາກອນ 49 ຄົນ ແມ່ນພະນັກງານຄະນະຊາວໜຸ່ມປະຊາຊົນປະຕິວັດລາວ. ທີ່ພິທີເປີດຊຸດຝຶກອົບຮົມ, ບັນດານັກສໍາມະນາກອນລາວ ໄດ້ສະແດງບັນດາລາຍການສິລະປະ ເຊິ່ງປະກອບສ່ວນສ້າງບັນຍາກາດຟົດຟື້ນ, ມິດຕະພາບຕື່ມອີກ.

leftcenterrightdel
ລາຍການສະແດງສິລະປະທີ່ພິທີເປີດຊຸດຝຶກອົບຮົມ. ພາບ: tienphong.vn

ທ່ານ ປອ. ຫງວຽນຫາຍດັງ, ຜູ້ອໍານວຍການສະຖາບັນຊາວໜຸ່ມເຍົາວະຊົນຫວຽດນາມ ໃຫ້ຮູ້ວ່າ: ຊຸດຝຶກອົບຮົມແມ່ນກາລະໂອກາດ ເພື່ອໃຫ້ຊາວໜຸ່ມສອງປະເທດແລກປ່ຽນບົດຮຽນໃນວຽກງານຊາວໜຸ່ມ ແລະຮັດແໜ້ນນໍ້າໃຈສາມັກຄີມິດຕະພາບອ້າຍນ້ອງ ຫວຽດນາມ-ລາວ.

ໂດຍ: ທູຈາງ