ກ່າວຄໍາເຫັນທີ່ການພົບປະແລກປ່ຽນ, ທ່ານ ດັ້ງມິນຄອຍ ເອກອັກຄະລັດຖະທູດຫວຽດນາມ ປະຈໍາຈີນ ເນັ້ນໜັກວ່າ, ປະຈຸບັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ ໄດ້ຮັບການເພີ່ມພູນຄູນສ້າງ ແລະພັດທະນາຢ່າງບໍ່ຢຸດຢັ້ງ.

leftcenterrightdel
ລາຍການສະແດງຂອງພະນັກງານພາລະກອນສະຖານທູດຫວຽດນາມ ປະຈໍາ ຈີນ. ພາບ: vov.vn

ກ່ຽວກັບການພົວພັນລະຫວ່າງສອງສະຖານທູດໃນໄລຍະຜ່ານມາ, ທ່ານ ດັ້ງມິນຄອຍ ເນັ້ນໜັກວ່າ, ສອງສະຖານທູດຫວຽດນາມ ແລະລາວ ປະຈໍາ ປັກກິ່ງ ໄດ້ສືບທອດມູນເຊື້ອອັນດີງາມຂອງພັກ, ລັດ ແລະປະຊາຊົນສອງປະເທດ, ຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະກັນຢ່າງບໍ່ຢຸດຢັ້ງໃນບັນດາການເຄື່ອນໄຫວພົວພັນຕ່າງປະເທດສອງຝ່າຍ, ໃນຂອບເຂດອາຊຽນ ກໍ່ຄືບັນດາການເຄື່ອນໄຫວຫຼາຍຝ່າຍຕ່າງໆໃນບໍລິເວນ. ບັນດາກິດຈະກຳພົບປະແລກປ່ຽນດໍາເນີນຢ່າງອຸດົມສົມບຸນ ແລະຫຼາຍຮູບຫຼາຍແບບ, ປະກອບສ່ວນເພີ່ມທະວີຄວາມສະໜິດຕິດພັນລະຫວ່າງສອງສະຖານທູດ.

ກ່າວຄໍາເຫັນທີ່ການພົບປະແລກປ່ຽນ, ທ່ານນາງ  ວັນດີ ບຸດທະສະວົງ ເອກອັກຄະລັດຖະທູດລາວ ປະຈໍາ ຈີນ ອວຍພອນບັນດາຜົນງານທີ່ພັກ ແລະລັດຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າພາຍໃຕ້ການຊີ້ນໍານຳພາຂອງພັກກອມມູນິດຫວຽດນາມ, ຊາວຫວຽດນາມ ຈະສືບຕໍ່ຍາດໄດ້ຜົນງານອັນໃຫຍ່ຫຼວງກວ່າອີກໃນພາລະກິດສ້າງສາປະເທດຊາດ ແລະພັດທະນາສັງຄົມວັດທະນາຖາວອນ, ປະຊາທິປະໄຕ, ຍຸຕິທຳ ແລະສີວິໄລ.

ໂດຍ: ຈາງຫງວຽນ