ຕອນບ່າຍວັນທີ 16 ສິງຫາ, ຢູ່ນະຄອນຫຼວງວຽງຈັນ, ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ.

ທີ່ການຕ້ອນຮັບ, ທ່ານ ຫງວຽນວັນເນັນ ໄດ້ແຈ້ງໃຫ້ທ່ານ ບຸນຍັງ ວໍລະຈິດ ຮັບຊາບໂດຍສັງເຂບກ່ຽວກັບສະພາບການຂອງຫວຽດນາມ ໃນໄລຍະມໍ່ໆມານີ້ ແລະໝາກຜົນການພົບປະເຈລະຈາກັບທ່ານ ຄໍາພັນ ພົມມະທັດ, ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ, ຢັ້ງຢືນວ່າ, ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ຈະສົມທົບຢ່າງແໜ້ນແຟ້ນກັບຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ເພື່ອປະຕິບັດບັນດາຂໍ້ຕົກລົງລະຫວ່າງການນໍາຂັ້ນສູງສອງພັກ, ສອງລັດ ແລະລະຫວ່າງສອງຫ້ອງວ່າການສູນກາງຂອງສອງພັກຢ່າງມີປະສິດທິຜົນ.

leftcenterrightdel
ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບທ່ານ ຫງວຽນວັນເນັນ, ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ບຸນຍັງ ວໍລະຈິດ ໄດ້ແຈ້ງໃຫ້ທ່ານ ຫງວຽນວັນເນັນ ຮັບຊາບໂດຍສັງເຂບກ່ຽວກັບສະພາບການຢູ່ລາວ, ສາຍພົວພັນລະຫວ່າງ ລາວ-ຫວຽດນາມ  ໃນໄລຍະມໍ່ໆມານີ້; ຢືນຢັນວ່າ, ລາວ ຈະພ້ອມກັບຫວຽດນາມ ຮັກສາ, ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ ລາວ-ຫວຽດນາມ ໃຫ້ນັບມື້້ນັບພັດທະນາຂຶ້ນສູ່ລະດັບສູງໃໝ່.

ໃນວັນດຽວກັນ, ຄະນະຜູ້ແທນຂັ້ນສູງຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ໄດ້ມີການພົບປະເຈລະຈາກັບຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ. ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະລັດ, ກ່ຽວກັບສາຍພົວພັນຫວຽດນາມ-ລາວ; ຕີລາຄາກ່ຽວກັບໝາກຜົນແຫ່ງການຮ່ວມມືລະຫວ່າງສອງຫ້ອງວ່າການສູນກາງຂອງສອງພັກ ແລະແລກປ່ຽນກ່ຽວກັບທິດທາງຮ່ວມມືໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນ; ຢັ້ງຢືນຈະສົມທົບກັນປະຕິບັດຂໍ້ຕົກລົງການຮ່ວມມືລະຫວ່າງສອງຫ້ອງວ່າການສູນກາງຂອງສອງພັກ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກຢ່າງມີໄຊ.

ໂດຍ: ທູຈາງ