ໂດຍໄດ້ຮັບການຜັນຂະຫຍາຍທົດລອງມາແຕ່ວັນທີ 18 ພຶດສະພາ, ລາຍການມີການເຂົ້າຮ່ວມຂອງ 13 ຄອບຄົວ, ຮັບເອົານັກສຶກສາລາວ 24 ຄົນທີ່ກໍາລັງຮໍ່າຮຽນຢູ່ບັນດາໂຮງຮຽນມະຫາວິທະຍາໄລ, ສະຖາບັນໃນບໍລິເວນນະຄອນ, ດໍາເນີນຊີວິດໄປພ້ອມກັບຄອບຄົວໃນເວລາ 3 ເດືອນ. ພາຍຫຼັງໄດ້ດໍາລົງຊີວິດກັບບັນດາຄອບຄົວ, ໄດ້ຮັບການຊ່ວຍເຫຼືອ, ເບິ່ງແຍງດູແລ ແລະແນະນໍາມາໄດ້ໄລຍະໜຶ່ງ, ບັນດານັກສຶກສາລາວ ໄດ້ເຊື່ອມຕົວເຂົ້າກັບການດໍາລົງຊີວິດປະຈໍາວັນຂອງຄອບຄົວຊາວຫວຽດນາມ.

leftcenterrightdel
ນັກສຶກສາພະແນກພາສາຫວຽດນາມ, ມະຫາວິທະຍາໄລແຫ່ງຊາດລາວ. ພາບ: vietnamplus.vn.

ນອກຈາກເວລາຮໍ່າຮຽນຢູ່ໂຮງຮຽນແລ້ວ, ນັກສຶກສາລາວ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວພ້ອມກັບຄອບຄົວ, ກໍ່ຄືບັນດາລາຍການພົບປະແລກປ່ຽນກັບບັນດາອົງການຈັດຕັ້ງມະຫາຊົນ. ຍ້ອນໄດ້ດໍາລົງຊີວິດ, ໄດ້ເຂົ້າຮ່ວມພຶດຕິກຳຕົວຈິງນັ້ນຈຶ່ງເກີດອາລົມຈິດສະໜິດຕິດພັນລະຫວ່າງນັກສຶກສາລາວ ກັບບັນດາສະມາຊິກໃນຄອບຄົວຊາວຫວຽດນາມ, ຊ່ວຍເຫຼືອບັນດາພວກເພື່ອນຜ່ານຜ່າຄວາມຫຍຸ້ງຍາກກ່ຽວກັບພາສາເພື່ອເຊື່ອມຕົວ, ມີອາລົມຈິດສະໜິດຕິດພັນ, ມີຈິດໃຈສູ້ຊົນເມື່ອມາຮໍ່າຮຽນຢູ່ຫ່າງໄກຈາກບ້ານເກີດເມືອງນອນ.

ຜ່ານລາຍການ, ການນໍານະຄອນຫວັງວ່າສ້າງເງື່ອນໄຂເພື່ອໃຫ້ນັກສຶກສາລາວ ຊອກຮູ້ວັດທະນະທໍາ, ຝຶກຝົນພາສາຫວຽດນາມກໍ່ຄືເປັນມິດກັບສະພາບແວດລ້ອມໃນການຮໍ່າຮຽນຢູ່ຫວຽດນາມ, ພ້ອມທັງຊ່ວຍເຫຼືອບັນດາຄອບຄົວຊາວຫວຽດນາມ ມີໂອກາດຊອກຮູ້ກ່ຽວກັບວັດທະນະທໍາ, ປະເທດ ແລະຊາວລາວ.

ໂດຍ: ຈາງຫງວຽນ