ນັກຂ່າວ: ຂໍຮຽນທ່ານພັນເອກພິເສດ ເລວັນເຟືອງ, ຂໍທ່ານໃຫ້ຮູ້ສາຍພົວພັນມິດຕະພາບ, ວຽກງານສົມທົບກັນໃນການປະຕິບັດໜ້າທີ່ຂອງທະຫານຊາຍແດນແຂວງກວາງຈິ ກັບບັນດາກໍາລັງປ້ອງກັນຊາຍແດນ, ດ່ານຊາຍແດນແຂວງສາລະວັນ ແລະແຂວງສະຫວັນນະເຂດ ໃນໄລຍະຜ່ານມາຄືແນວໃດ?

leftcenterrightdel
ທ່ານພັນເອກພິເສດ ເລວັນເຟືອງ. ພາບ: ຈຸກຮ່າ.

ທ່ານພັນເອກພິເສດ ເລວັນເຟືອງ: ແຂວງກວາງຈິ ມີເສັ້ນຊາຍແດນຕິດກັບເມືອງເຊໂປນ, ເມືອງນອງ (ແຂວງສະຫວັນນະເຂດ) ແລະເມືອງສະໝ້ວຍ (ແຂວງສາລະວັນ). ໃນຊຸມປີຜ່ານມາ, ທະຫານຊາຍແດນແຂວງກວາງຈິ ໄດ້ມີບັນດາການເຄື່ອນໄຫວສົມທົບກັບກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງສາລະວັນ ແລະແຂວງສະຫວັນນະເຂດ. ເລື່ອງສົມທົບກັນໄດ້ນໍາມາເຊິ່ງປະສິດທິຜົນຢ່າງລະອຽດ, ໂດຍກົງໃນວິວັດການປະຕິບັດໜ້າທີ່ກໍ່ຄືຮັກສາ, ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ-ລາວ. ວຽກງານສົມທົບກັນສຸມໃສ່ເຂົ້າໃນບັນດາເນື້ອໃນ, ຄື: ການລາດຕະເວນສອງຝ່າຍ; ແລກປ່ຽນຂໍ້ມູນຂ່າວສານ...

ນັບແຕ່ປີ 2015 ມາຮອດປະຈຸບັນ, ສອງຝ່າຍໄດ້ຈັດຕັ້ງການສົມທົບກັນລາດຕະເວນສອງຝ່າຍໄດ້ 180 ຄັ້ງ. ກອງບັນຊາການທະຫານຊາຍແດນແຂວງ ໄດ້ຊີ້ນໍາບັນດາຄ້າຍທະຫານຊາຍແດນສົມທົບກັບກໍາລັງປ້ອງກັນຊາຍແດນຂອງປະເທດເພື່ອນມິດລາວ ແລະອໍານາດການປົກຄອງທ້ອງຖິ່ນໂຄສະນາ, ຂົນຂວາຍປະຊາຊົນສອງຟາກຊາຍແດນຂຽນຄໍາໝັ້ນສັນຍາ ແລະປະຈຸບັນໄດ້ຢຸດຕິການປູກພືດ, ການຢູ່ອາໄສຢ່າງຜິດກົດໝາຍ, ສຳລັບບັນດາກໍລະນີສົມລົດໂດຍບໍ່ມີການຈົດທະບຽນແມ່ນໄດ້ຂົນຂວາຍປະຊາຊົນເຮັດລະບຽບການຈົດທະບຽນໃບສົມລົດໃຫ້ຖືກຕາມກົດໝາຍ...

ນັກຂ່າວ: ຮຽນທ່ານພັນເອກພິເສດ ເລວັນເຟືອງ, ລາຍການພົບປະແລກປ່ຽນມິດຕະພາບເຂດຊາຍແດນຫວຽດນາມ-ລາວ ປີ 2019 ຈະສຸມໃສ່ເຂົ້າໃນບັນດາເນື້ອໃນໃດແດ່?

ທ່ານພັນເອກພິເສດ ເລວັນເຟືອງ: ກ່ອນ ແລະໃນໄລຍະດໍາເນີນງານພົບປະແລກປ່ຽນ, ສອງຝ່າຍຈະດໍາເນີນກິດຈະກໍາຫຼາຍຢ່າງທີ່ມີຄວາມໝາຍ, ຄື: ຈັດຕັ້ງພິທີເຄົາລົບຫຼັກໝາຍຊາຍແດນ, ການລາດຕະເວນສອງຝ່າຍ ແລະປູກຕົ້ນໄມ້ມິດຕະພາບ; ຈັດຕັ້ງກອງປະຊຸມສະຫຼຸບ 15 ປີແຫ່ງການແຮກສ່ຽວລະຫວ່າງເຂດຊຸມຊົນສອງຟາກຊາຍແດນ...

ເນື່ອງໃນໂອກາດນີ້, ກອງບັນຊາການທະຫານຊາຍແດນ, ການນໍາແຂວງກວາງຈິ ຈະມອບງົວພັນໃຫ້ປະຊາຊົນ ແລະມອບທຶນສຶກສາຂອງລາຍການ “ຊ່ວຍນ້ອງໄປໂຮງຮຽນ” ໃຫ້ນັກຮຽນທຸກຍາກແຕ່ຮຽນເກັ່ງສັງກັດແຂວງກວາງຈິ (ຫວຽດນາມ), ແຂວງສາລະວັນ ແລະແຂວງສະຫວັນນະເຂດ (ລາວ)...

leftcenterrightdel
ກອງຮ້ອຍປ້ອງກັນຊາຍແດນ 321, ກອງບັນຊາການທະຫານແຂວງສະຫວັນນະເຂດ, ລາວ ແລະຄ້າຍທະຫານຊາຍແດນດ່ານສາກົນລາວບ໊າວ, ທະຫານຊາຍແດນແຂວງກວາງຈິ ລາດຕະເວນສອງຝ່າຍ ເພື່ອກວດກາຫຼັກໝາຍຊາຍແດນທີ 605. ພາບ: ເທື່ອວັນ.

ຜ່ານລາຍການພົບປະແລກປ່ຽນຈະປະກອບສ່ວນເຮັດໃຫ້ປະຊາຊົນ ແລະກໍາລັງປ້ອງກັນຊາຍແດນ, ດ່ານຊາຍແດນບັນດາແຂວງມີຄວາມເຂົ້າອົກເຂົ້າໃຈກັນ, ສະໜິດຕິດພັນນຳກັນກວ່າ. ລາຍການພົບປະແລກປ່ຽນແມ່ນໜຶ່ງໃນບັນດາກິດຈະກໍາປັບປຸງຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີນໍ້າໃຈມິດຕະພາບ, ຊຸກຍູ້ການຮ່ວມມື, ພ້ອມກັນພັດທະນາໃນທຸກໆຂົງເຂດ. ຜ່ານການພົບປະແລກປ່ຽນ, ກໍາລັງປ້ອງກັນຊາຍແດນສອງປະເທດໄດ້ສະແດງຈິດໃຈ, ຄວາມຮັບຜິດຊອບຕໍ່ສາຍພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອຫວຽດນາມ-ລາວ ອ້າຍນ້ອງດ້ວຍຄວາມຕັດສິນໃຈຮ່ວມແຮງຮ່ວມໃຈສ້າງສາ, ຮັກສາ ແລະພັດທະນາເສັ້ນຊາຍແດນແຫ່ງມິດຕະພາບ, ສັນຕິພາບ, ສະຖຽນລະພາບ, ຮ່ວມມື, ພ້ອມກັນພັດທະນາ.

ນັກຂ່າວ: ຂໍຮຽນທ່ານພັນເອກພິເສດ ເລວັນເຟືອງ, ພາຍຫຼັງລາຍການພົບປະແລກປ່ຽນ, ທະຫານຊາຍແດນແຂວງກວາງຈິ ຈະສືບຕໍ່ມີບັນດາກິດຈະກຳໃດແດ່ ເພື່ອເຮັດໃຫ້ສາຍພົວພັນມິດຕະພາບກັບບັນດາແຂວງຂອງປະເທດເພື່ອນມິດລາວ ທີ່ມີເສັ້ນຊາຍແດນລວມສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃໝ່?

ທ່ານພັນເອກພິເສດ ເລວັນເຟືອງ: ພາຍຫຼັງລາຍການພົບປະແລກປ່ຽນ, ທະຫານຊາຍແດນແຂວງກວາງຈິ ຈະສືບຕໍ່ຮັກສາວຽກງານພົວພັນຕ່າງປະເທດຢູ່ເຂດຊາຍແດນ, ການພົວພັນຕ່າງປະເທດປະຊາຊົນຢ່າງມີປະສິດທິຜົນ, ໂດຍລະອຽດແມ່ນບັນດາກໍາລັງປ້ອງກັນຊາຍແດນຂອງປະເທດເພື່ອນມິດລາວ ແມ່ນກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງສາລະວັນ ແລະແຂວງສະຫວັນນະເຂດ. ຄຽງຂ້າງນັ້ນ, ຊີ້ນໍາບັນດາກົມກອງເສີມຂະຫຍາຍການແຮກສ່ຽວລະຫວ່າງເຂດຊຸມຊົນສອງຟາກຊາຍແດນດ້ວຍການຊ່ວຍເຫຼືອກັນຍົກສູງຊີວິດການເປັນຢູ່, ປະກອບສ່ວນຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ...

ນັກຂ່າວ: ຂໍຂອບໃຈ!

ໂດຍ: ທະນາພອນ