ທີ່ການເຮັດວຽກ, ທ່ານພັນເອກ ເຈິ່ນຕວນແອັງ ໄດ້ລາຍງານໃຫ້ການນໍາເມືອງສະໝ້ວຍ, ແຂວງສາລະວັນ ແລະເມືອງນອງ, ເມືອງເຊໂປນ, ແຂວງສະຫວັນນະເຂດ ຮັບຊາບກ່ຽວກັບວຽກງານກະກຽມໃຫ້ລາຍການພົບປະແລກປ່ຽນມິດຕະພາບເຂດຊາຍແດນຫວຽດນາມ-ລາວ ປີ 2019 ຢູ່ແຂວງກວາງຈິ, ເຊິ່ງຄາດຄະເນວ່າ ຈະດໍາເນີນໃນລະຫວ່າງວັນທີ 29-30 ກໍລະກົດ.

leftcenterrightdel
ທ່ານພັນເອກ ເຈິ່ນຕວນແອັງ ແລະການນໍາເມືອງນອງ, ແຂວງສະຫວັນນະເຂດ. ພາບ: ເຟືອກຈູງ.

ການນໍາທະຫານຊາຍແດນແຂວງກວາງຈິ ແລະບັນດາເມືອງຂອງປະເທດເພື່ອນມິດລາວ ໄດ້ເຫັນດີເປັນເອກະພາບບັນດາເນື້ອໃນຮັບໃຊ້ງານພົບປະແລກປ່ຽນ, ຄື: ການສົມທົບກັນໂຄສະນາໃຫ້ປະຊາຊົນລຽບຕາມເສັ້ນຊາຍແດນໄດ້ຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມໝາຍຂອງລາຍການພົບປະແລກປ່ຽນ; ສະເໜີບັນຊີລາຍຊື່ບັນດາຄອບຄົວປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ, ບັນດານັກຮຽນທຸກຍາກແຕ່ຮຽນເກັ່ງຂອງບັນດາເຜົ່າລາວ ທີ່ດໍາລົງຊີວິດລຽບຕາມເສັ້ນຊາຍແດນ ເພື່ອໃຫ້ກອງບັນຊາການທະຫານຊາຍແດນຈັດຕັ້ງການມອບງົວພັນ ແລະມອບຂອງຂວັນລາຍການ “ຊ່ວຍນ້ອງໄປໂຮງຮຽນ”...

ໂດຍ: ກວຽດເຕິມ