leftcenterrightdel
ກອງປະຊຸມການຮ່ວມມືລະຫວ່າງຕໍາຫຼວດ ຫວຽດນາມ-ລາວ ຄັ້ງທີ X. ພາບ: cand.com.vn.

ພາຍໃຕ້ການເປັນປະທານຂອງຫົວໜ້າຄະນະຜູ້ແທນສອງທ່ານແມ່ນທ່ານພັນເອກພິເສດ ຫວູກວກທັງ ແລະທ່ານພົນຈັດຕະວາ ທອງສະຫວັນ ວົງສະຫວັດ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ຫົວໜ້າຄະນະຜູ້ແທນກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບລາວ, ກອງປະຊຸມໄດ້ສະຫຼຸບ, ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ໃນການຮ່ວມມືຕ້ານ ແລະສະກັດກັ້ນອາດຊະຍາກໍາລະຫວ່າງກໍາລັງຕໍາຫຼວດສອງປະເທດຜ່ານບັນດາການເຄື່ອນໄຫວຕ່າງໆນັບແຕ່ເມື່ອກອງປະຊຸມການຮ່ວມມືຕ້ານ ແລະສະກັດກັ້ນອາດຊະຍາກໍາ, ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມລະຫວ່າງກໍາລັງຕໍາຫຼວດສອງປະເທດ ຄັ້ງທີ IX ທີ່ຈັດຕັ້ງໃນເດືອນ ກໍລະກົດ ປີ 2018 ຢູ່ຮ່າໂນ້ຍ.

leftcenterrightdel
ຫົວໜ້າຄະນະຜູ້ແທນສອງທ່ານເຊັນບົດບັນທຶກກອງປະຊຸມ. ພາບ: cand.com.vn.

ຕາມນັ້ນ, ໃນຊຸມປີຜ່ານມາ, ກໍາລັງຕໍາຫຼວດສອງປະເທດໄດ້ເປັນເສນາທິການໃຫ້ການນໍາທຸກຂັ້ນປະຕິບັດບັນດາສັນຍາທີ່ໄດ້ເຊັນກັນລະຫວ່າງສອງລັດຖະບານກໍ່ຄືລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ ຢ່າງມີປະສິດທິຜົນ. ການເຄື່ອນໄຫວຮ່ວມມືໃນການຄຸ້ມຄອງຊາຍແດນ, ຄຸ້ມຄອງບັນດາບັນຫາທີ່ກ່ຽວຂ້ອງເຖິງການພັກພາອາໄສ, ອົບພະຍົບ, ຮ່ວມມືໃນການກໍ່ສ້າງ, ຝຶກອົບຮົມ, ແລກປ່ຽນຄະນະຜູ້ແທນ… ລະຫວ່າງກໍາລັງຕໍາຫຼວດສອງປະເທດກໍ່ຄືໝາກຜົນທີ່ເປັນໜ້າຮັບຮູ້.

leftcenterrightdel
ຄະນະປະຕິບັດງານເຂົ້າຢ້ຽມຂໍ່ານັບທ່ານພົນຕີ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ. ພາບ: cand.com.vn.

ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ເຊັນບົດບັນທຶກກອງປະຊຸມການຮ່ວມມືຕ້ານ ແລະສະກັດກັ້ນອາດຊະຍາກໍາລະຫວ່າງກໍາລັງຕໍາຫຼວດກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະກໍາລັງຕໍາຫຼວດກະຊວງຕໍາຫຼວດ ສສ ຫວຽດນາມ ຄັ້ງທີ X.

 

ໂດຍ: ຈາງຫງວຽນ