ຄະນະຜູ້ແທນໂດຍທ່ານ ເຈິ່ນວັນຕຸ໋ຍ, ປະທານສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ເປັນຫົວໜ້າຄະນະ.ໃນການຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນຈະພ້ອມກັບສະມາຄົມມິດຕະພາບລາວ - ຫວຽດນາມ ຈັດຕັ້ງກອງປະຊຸມລະຫວ່າງສອງສະມາຄົມ ເພື່ອຕີລາຄາການຮ່ວມມືລະຫວ່າງສອງສະມາຄົມໃນໄລຍະຜ່ານມາ, ແລກປ່ຽນ ແລະເຫັນດີເປັນເອກກະພາບຕໍ່ແຜນການຮ່ວມມືໃນປີ 2020.

leftcenterrightdel
ສອງສະມາຄົມຈະມີການເຮັດວຽກ, ແລກປ່ຽນແຜນການຮ່ວມມື ປີ 2020. ພາບ: ອານຍີ.

ປີ 2020 ແມ່ນປີທີ່ຫວຽດນາມ ແລະລາວ ຈັດຕັ້ງຫຼາຍກິດຈະກຳສໍາຄັນໃນສາຍພົວພັນສອງປະເທດ ຄື: ສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດອິນດູຈີນ - ຕົ້ນກຳເນີດຂອງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ; ສະເຫຼີມສະຫຼອງ 75 ປີແຫ່ງວັນຊາດ ສສ.ຫວຽດນາມ ແລະສະເຫຼີມສະຫຼອງ 45 ປີແຫ່ງວັນຊາດ ສປປ.ລາວ; ສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ ແລະສະເຫຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ...

leftcenterrightdel
ເນື່ອງໃນໂອກາດນີ້, ສອງສະມາຄົມຈະມອບເຮືອນໂດຍສະມາຄົມມິດຕະພາບຫວຽດນາມ - ລາວ ມອບໃຫ້ແມ່ເຖົ້າ ກັນເຈຍ. ພາບ: ອານຍີ.

ເນື່ອງໃນໂອກາດນີ້, ສະມາຄົມມິດຕະພາບ ລາວ-ຫວຽດນາມ ຈະຈັດພິທີມອບ-ຮັບເຮືອນ ໂດຍສະມາຄົມມິດຕະພາບຫວຽດນາມ - ລາວ ມອບໃຫ້ແມ່ເຖົ້າ ກັນເຈຍ (ຢູ່ແຂວງເຊກອງ) - ຜູ້ທີ່ໃຊ້ນໍ້ານົມຂອງຕົນເອງ ເພື່ອຊ່ວຍກູ້ເອົາຊີວິດທະຫານອາສາສະໝັກຫວຽດນາມ.

ໂດຍ: ທະນາພອນ