ກ່າວຄໍາເຫັນທີ່ງານໂຮມຊຸມນຸມ, ທ່ານພົນຕີ ພູວົງ ວົງພົມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ຢືນຢັນວ່າ, ໄຊຊະນະອັນສະຫງ່າລາສີຂອງບັ້ນຮົບດ້ຽນບຽນຝູ ແມ່ນຂີດໝາຍອັນຮຸ່ງເຮືອງເຫຼືອງເຫຼື້ອມຂອງກອງທັບ ແລະປະຊາຊົນຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດຂອງຊາດ, ຕ້ານລ່າເມືອງຂຶ້ນຝະລັ່ງທີ່ເຂົ້າມາຮຸກຮານ ແລະພວກລູກແຫຼ້ງຕີນມື.

leftcenterrightdel
ທ່ານພົນຕີ ພູວົງ ວົງພົມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ກ່າວຄໍາເຫັນທີ່ງານໂຮມຊຸມນຸມ. ພາບ: nhandan.com.vn.

ທ່ານພົນຕີ ພູວົງ ວົງພົມ ເນັ້ນໜັກວ່າ, ໄຊຊະນະຂອງພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ໃນການຕໍ່ສູ້ປົດປ່ອຍປະເທດຊາດ, ຕ້ານລ່າເມືອງຂຶ້ນຝະລັ່ງ ແລະຈັກກະພັດອາເມລິກາ ແມ່ນໄຊຊະນະດັງກ້ອງກັງວານຂອງກໍາລັງປະຕິວັດຂອງໂລກ, ປະກອບສ່ວນຊຸກຍູ້ຂະບວນການຕໍ່ສູ້ຂອງປະຊາຊົນໃນໂລກ, ເພື່ອເປົ້າໝາຍເອກະລາດຂອງຊາດ, ສັນຕິພາບ, ປະຊາທິປະໄຕ ແລະຄວາມກ້າວໜ້າສັງຄົມ; ກາຍເປັນກໍາລັງແຮງອັນຍິ່ງໃຫຍ່ໃຫ້ບັນດາປະເທດທີ່ພວມດໍາເນີນການຕໍ່ສູ້ປົດປ່ອຍປະເທດຊາດ, ຕ້ານລັດທິລ່າເມືອງຂຶ້ນແບບເກົ່າ ແລະແບບໃໝ່ໃນໂລກ; ນີ້ບໍ່ພຽງແຕ່ແມ່ນໄຊຊະນະຂອງປະຊາຊົນຫວຽດນາມເທົ່ານັ້ນ, ຫາກຍັງແມ່ນໄຊຊະນະຂອງປະຊາຊົນລາວ ແລະປະຊາຊົນກໍາປູເຈຍ ທີ່ໄດ້ຮ່ວມສໍາພັນສູ້ຮົບ, ຮ່ວມຂຸມຄອງອັນດຽວກັນຕ້ານສັດຕູລວມ, ປົດປ່ອຍປະເທດຊາດ ອີກດ້ວຍ.

leftcenterrightdel
ທ່ານພັນເອກພິເສດ ຕ່າວວັນທ໊າຍ, ທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈຳລາວ ສະແດງຄວາມຂອບອົກຂອບໃຈຕໍ່ກະຊວງປ້ອງກັນປະເທດລາວ ທີ່ໄດ້ຈັດຕັ້ງງານໂຮມຊຸມນຸມສະເຫຼີມສະຫຼອງ 65 ປີແຫ່ງວັນໄຊຊະນະດ້ຽນບຽນຝູ. ພາບ: nhandan.com.vn.
leftcenterrightdel
ບັນດາພະນັກງານ, ນັກຮົບກອງທັບປະຊາຊົນລາວ ເຂົ້າຮ່ວມງານໂຮມຊຸມນຸມ. ພາບ: nhandan.com.vn.

ເນື່ອງໃນໂອກາດນີ້, ທ່ານພັນເອກພິເສດ ຕ່າວວັນທ໊າຍ, ທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈຳລາວ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດ, ກອງທັບ ແລະປະຊາຊົນລາວ ຍາມໃດກໍ່ສະຫງວນການສະໜັບສະໜູນ, ການຊ່ວຍເຫຼືອອັນລໍ້າຄ່າ, ສຸດຈິດສຸດໃຈ ແລະມີປະສິດທິຜົນໃຫ້ແກ່ການປະຕິວັດຫວຽດນາມ, ກອງທັບປະຊາຊົນຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄືໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນປັດຈຸບັນ.

ໂດຍ: ທູຈາງ