ກ່າວຄຳເຫັນທີ່ພິທີ, ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ສະແດງຄວາມຂອບໃຈບັນດາການນຳຂັ້ນສູງຂອງພັກ ແລະລັດຫວຽດນາມ, ບັນດາກະຊວງ, ຄະນະ, ຂະແໜງການສູນກາງ ແລະທ້ອງຖິ່ນທີ່ໄດ້ມາເຂົ້າຮ່ວມພິທີ.

leftcenterrightdel
ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ກ່າວຄຳເຫັນທີ່ພິທີ. ພາບ: qdnd.vn.

ທ່ານ ທອງສະຫວັນ ພົມວິຫານ ເນັ້ນໜັກວ່າ ບັນດາຜົນງານໃນທຸກໆຂົງເຂດ ເຊິ່ງປະຊາຊົນລາວ ຍາດມາໄດ້ໃນປີ 2018, ແມ່ນມີການຮ່ວມມືຢ່າງຈິງໃຈ, ການຊ່ວຍເຫຼືອອັນລ້ຳຄ່າ, ມີປະສິດທິຜົນ, ທັນການ, ການສະໜັບສະໜູນຢ່າງສຸດໃຈຂອງພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງ. ຕາມທ່ານ ທອງສະຫວັນ ພົມວິຫານ ແລ້ວ, ສິ່ງດັ່ງກ່າວສະແດງໃຫ້ເຫັນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງລາວ ແລະຫວຽດນາມ ໂດຍປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ກໍ່ຕັ້ງ, ແລະໄດ້ຮັບການເພີ່ມພູນຄູນສ້າງຈາກການນຳສອງພັກ, ສອງລັດ ແລະປະຊາຊົນຫຼາຍລຸ້ນຄົນຂອງສອງປະເທດ.

leftcenterrightdel
ບັນດາສະຫາຍການນຳພັກ, ລັດ ເຂົ້າຮ່ວມພິທີບາສີສູ່ຂວັນ. ພາບ: qdnd.vn.

ໃນບົດກ່າວປາໄສອວຍພອນ, ໃນນາມການນຳພັກ, ລັດ ແລະປະຊາຊົນຫວຽດນາມ, ທ່ານນາງ ຕ່ອງທິຟ໊ອງ ສົ່ງຄຳອວຍພອນປີໃໝ່ມາຍັງການນຳພັກ, ລັດ ແລະປະຊາຊົນລາວອ້າຍນ້ອງຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະປະສົບຜົນສຳເລັດ.

ທ່ານນາງ ຕ່ອງທິຟ໊ອງ ສະແດງຄວາມພາກພູມໃຈຕໍ່ບັນດາຜົນງານສຳຄັນ ເຊິ່ງປະເທດລາວອ້າຍນ້ອງ ບັນລຸໄດ້ໃນປີ 2018: ບັນດາເປົ້າໝາຍໃນຂົງເຂດເສດຖະກິດ-ວັດທະນະທຳ-ສັງຄົມ ລ້ວນແຕ່ບັນລຸຕາມແຜນການທີ່ໄດ້ວາງອອກ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ເປີດກວ້າງການພົວພັນຕ່າງປະເທດ, ອິດທິພົນຊື່ສຽງໃນເວທີສາກົນນັບມືນັບໄດ້ຮັບການຍົກສູງຂຶ້ນ. ທ່ານນາງ ຕ່ອງທິຟ໊ອງ ສະແດງຄວາມເຊື່ອໝັ້ນວ່າ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ໂດຍທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດນຳໜ້າ, ພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະປະຊາຊົນລາວອ້າຍນ້ອງຈະສືບຕໍ່ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສ້າງສາ ແລະພັດທະນາປະເທດໃຫ້ມີຄວາມສັນຕິສຸກ, ວັດທະນາຖາວອນ.

ທ່ານນາງ ຕ່ອງທິຟ໊ອງ ຢັ້ງຢືນວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບພັກ, ລັດ ແລະປະຊາຊົນລາວບັນດາເຜົ່າຮັກສາ ແລະເສີມຂະຫຍາຍມູນເຊື້ອສາມັກຄີມິດຕະພາບແບບພິເສດ, ຍູ້ແຮງການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່.

ໂດຍ: ສົມເພັດ