ຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນຈັດຕະວາ ຫງວຽນດ້າຍໂຮ້ຍ ໄດ້ອວຍພອນພະນັກງານ, ພາລະກອນຂອງສະຖານທູດລາວ ປະຈໍາ ຫວຽດນາມ ແລະຝາກຄໍາອວຍພອນປີໃໝ່ມາຍັງພະນັກງານ, ນັກຮົບກອງທັບປະຊາຊົນລາວ ເນື່ອງໃນໂອກາດບຸນປີໃໝ່. ທ່ານພົນຈັດຕະວາ ຫງວຽນດ້າຍໂຮ້ຍ ໄດ້ຕີລາຄາວ່າໃນປີ 2018 ຜ່ານມາ, ການພົວພັນ ຫວຽດນາມ-ລາວ ສືບຕໍ່ພັດທະນາຢ່າງຕັ້ງໜ້າ, ໃນນັ້ນ, ມີການຮ່ວມມືດ້ານປ້ອງກັນຊາດ ແລະສະແດງຄວາມເຊື່ອໝັ້ນວ່າການພົວພັນດ້ານປ້ອງກັນຊາດສອງຝ່າຍຈະສືບຕໍ່ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງກວ່າອີກໃນໄລຍະຈະມາເຖິງ. ທ່ານພົນຈັດຕະວາ ຫງວຽນດ້າຍໂຮ້ຍ ໄດ້ຢັ້ງຢືນວ່າ, ກົມພົວພັນຕ່າງປະເທດ - ກະຊວງປ້ອງກັນປະເທດຫວຽດນາມ ຈະມານະພະຍາຍາມຈົນສຸດຄວາມສາມາດ ເພື່ອປະກອບສ່ວນເຂົ້າໃນການພັດທະນາຂອງສາຍພົວພັນນີ້.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນດ້າຍໂຮ້ຍ ມອບດອກໄມ້ອວຍພອນພະນັກງານ, ພາລະກອນສະຖານທູດລາວ ປະຈໍາ ຫວຽດນາມ. ພາບ: qdnd.vn.

ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດລາວ ປະຈໍາຫວຽດນາມ ໄດ້ຕີລາຄາສູງການຮ່ວມມືທີ່ດີງາມລະຫວ່າງສອງປະເທດເວົ້າລວມ ແລະກອງທັບສອງປະເທດເວົ້າສະເພາະໃນໄລຍະຜ່ານມາ. ຕາມທ່ານ ທອງສະຫວັນ ພົມວິຫານ ແລ້ວ, ປີ 2019 ແມ່ນປີດໍາເນີນບັນດາການເຄື່ອນໄຫວສະເຫຼີມສະຫຼອງທີ່ສໍາຄັນຂອງສອງປະເທດ ຄື: 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ (20-1-1949/20-1-2019), 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22-12-1944/22-12-2019), 65 ປີແຫ່ງວັນໄຊຊະນະດ້ຽນບຽນຟູ໋ (7-5-1954/7-5-2019), 70 ປີແຫ່ງວັນທີ່ເປັນມູນເຊື້ອທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ຢູ່ ລາວ (30-10-1949/30-10-2019). ບັນດາເຫດການດັ່ງກ່າວແມ່ນຂີດໝາຍຂອງການພົວພັນສາມັກຄີ, ສະໜິດຕິດພັນກັນລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດ. ທ່ານ ທອງສະຫວັນ ພົມວິຫານ ໄດ້ຢັ້ງຢືນວ່າໃນຖານະຕຳແໜ່ງຂອງຕົນຈະມານະພະຍາຍາມຈົນສຸດຄວາມສາມາດເພື່ອປະກອບສ່ວນຊຸກຍູ້ການພົວພັນລະຫວ່າງພັກ, ລັດ, ກອງທັບ ແລະປະຊາຊົນສອງປະເທດຫວຽດນາມ-ລາວ.

ໂດຍ: ກວຽດເຕິມ