ມອບແດ່ນາຍ ແລະພົນທະຫານ, ທະຫານອາຊີບ, ນາຍສິບ, ນັກຮົບ, ກໍາມະກອນ ແລະລັດຖະກອນປ້ອງກັນຊາດ, ຜູ້ອອກແຮງງານທົ່ວກອງທັບ, ກໍາລັງທະຫານລາດປ້ອງກັນຕົວ ແລະກໍາລັງສໍາຮອງທົ່ວປະເທດ.
ບັນດາສະຫາຍທີ່ຮັກແພງ!
ເນື່ອງໃນໂອກາດຕ້ອນຮັບບຸນປີໃໝ່ປະຈໍາຊາດ ປີມະເສັງ 2025, ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ຂ້າພະເຈົ້າ ຂໍສົ່ງຄໍາຢ້ຽມຢາມຖາມຂ່າວ ແລະພອນໄຊອັນປະເສີດທີ່ສຸດມາຍັງນາຍ ແລະພົນທະຫານ, ທະຫານອາຊີບ, ນາຍສິບ, ນັກຮົບ, ກໍາມະກອນ ແລະລັດຖະກອນປ້ອງກັນຊາດ, ຜູ້ອອກແຮງງານທົ່ວກອງທັບ, ກໍາລັງທະຫານລາດປ້ອງກັນຕົວ ແລະກໍາລັງສໍາຮອງທົ່ວປະເທດ ທຸກຖ້ວນໜ້າ.
    |
 |
ລັດຖະມົນຕີກະຊວງປ້ອງກັນປະເທດ ສົ່ງຈົດໝາຍອວຍພອນບຸນເຕັດພະນັກງານ, ນັກຮົບທົ່ວກອງທັບ. ພາບ: qdnd.vn |
ປີມະໂລງ 2024, ພາຍໃຕ້ການນໍາພາ, ຊີ້ນໍາຂອງພັກ, ລັດ, ໂດຍກົງແມ່ນຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະຄະນະພັກ, ຄະນະບັນຊາທຸກຂັ້ນ; ການປະສານສົມທົບຢ່າງໜັກແໜ້ນຂອງບັນດາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ, ຂອງຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ, ການສະໜັບສະໜູນ, ການຊ່ວຍເຫຼືອອັນລໍ້າຄ່າຂອງປະຊາຊົນ; ທົ່ວກອງທັບ ແລະກໍາລັງທະຫານລາດປ້ອງກັນຕົວ, ກໍາລັງສໍາຮອງທົ່ວປະເທດ ໄດ້ສາມັກຄີ, ມານະພະຍາຍາມສູ້ຊົນປະຕິບັດສໍາເລັດຮອບດ້ານ 13 ກຸ່ມໜ້າທີ່ປີ 2024, ປະກອບສ່ວນປະຕິບັດສໍາເລັດ 15 ກຸ່ມໜ້າທີ່ ທີ່ມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ XI ວາງອອກໂດຍພື້ນຖານ, ຫຼາຍໜ້າທີ່ປະຕິບັດສໍາເລັດຢ່າງດີເດັ່ນ ເຊິ່ງໄດ້ການຮັບຮູ້, ຕີລາຄາສູງຈາກພັກ, ລັດ ແລະປະຊາຊົນ, ພົ້ນເດັ່ນແມ່ນ: ກໍາແໜ້ນ, ຕີລາຄາ, ຄາດຄະເນຖືກຕ້ອງສະພາບການເປັນປະຈໍາ, ເປັນເສນາທິການໃຫ້ພັກ, ລັດ ແຜນນະໂຍບາຍ ຢ່າງທັນການ, ແກ້ໄຂທຸກກໍລະນີຢ່າງມີປະສິດທິຜົນ ບໍ່ໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ, ປົກປັກຮັກສາເອກະລາດ, ອະທິປະໄຕ, ທ້ອນໂຮມຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ໄວ້ຢ່າງໝັ້ນຄົງ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດ. ທົ່ວກອງທັບປະຕິບັດບົດບາດເປັນກອງທະຫານສູ້ຮົບ, ກອງທະຫານປະຕິບັດງານ ແລະກອງທະຫານອອກແຮງງານທໍາການຜະລິດເປັນຢ່າງດີ; ຄຸນນະພາບສັງລວມ, ກໍາລັງແຮງ, ລະດັບຄວາມຮູ້, ຄວາມສາມາດກຽມພ້ອມສູ້ຮົບ ໄດ້ຮັບການຍົກສູງຂຶ້ນ; ກໍ່ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນ, ກໍ່ສ້າງເຂດປ້ອງກັນທຸກຂັ້ນໄວ້ຢ່າງໝັ້ນຄົງ, ສົມທົບກັບບັນດາກໍາລັງຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມໃນບໍລິເວນທົ່ວປະເທດ. ປະຕິບັດສໍາເລັດການປັບປຸງການຈັດຕັ້ງກໍາລັງໃຫ້ຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງໂດຍພື້ນຖານ; ຄຸນນະພາບການອົບຮົມຫັດແອບ, ການສຶກສາ, ກໍ່ສ້າງ, ຝຶກຊ້ອມ, ງານແຂ່ງຂັນ ໄດ້ຮັບການຍົກສູງຂຶ້ນ; ລະບຽບແບບແຜນ, ລະບຽບວິໄນ, ໄດ້ຮັບການເພີ່ມທະວີ; ພະນັກງານ, ນັກຮົບກຽມພ້ອມປະຕິບັດໜ້າທີ່ປົກປ້ອງຊີວິດ ແລະຊັບສິນຂອງປະຊາຊົນຕໍ່ໄພພິບັດທາງທໍາມະຊາດ, ພາຍຸນໍ້າຖ້ວມ; ວຽກງານພະລາທິການ, ເຕັກນິກ, ອຸດສາຫະກໍາປ້ອງກັນຊາດ, ການທູດປ້ອງກັນຊາດ, ວິທະຍາສາດ, ເຕັກໂນໂລຊີ ແລະການຫັນເປັນດີຈີຕອນ ມີບາດກ້າວພັດທະນາໃໝ່; ກໍ່ສ້າງອົງຄະນະພັກກອງທັບປອດໃສ, ໝັ້ນຄົງເຂັ້ມແຂງດີເດັ່ນ, ກອງທັບ ຍາມໃດກໍມີຄວາມໝັ້ນຄົງເຂັ້ມແຂງດ້ານການເມືອງ, ຈົ່ງຮັກພັກດີຕໍ່ພັກ, ປະເທດ ແລະປະຊາຊົນ. ການຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນໄຊຊະນະດ້ຽນບຽນຝູ ຄົບຮອບ 70 ປີ, ວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຄົບຮອບ 80 ປີ ແລະວັນບຸນປ້ອງກັນຊາດທົ່ວປວງຊົນຄົບຮອບ 35 ປີ, ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2024 ໄດ້ສ້າງຄວາມປະທັບໃຈອັນເລິກເຊິ່ງ ແລະອາລົມຈິດອັນດີງາມໃຫ້ປະຊາຊົນ ແລະເພື່ອນມິດສາກົນ.
ກ້າວສູ່ປີມະເສັງ 2025 - ປີປະຕິບັດສໍາເລັດເປົ້າໝາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ແລະມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ XI; ທົ່ວກອງທັບ ສືບຕໍ່ເສີມຂະຫຍາຍລັດທິວິລະຊົນປະຕິວັດ, ມູນເຊື້ອອັນສະຫງ່າລາສີຂອງກອງທັບປະຊາຊົນ ແລະທະຫານລາດປ້ອງກັນຕົວຫວຽດນາມ ວິລະຊົນ, ຄຸນທາດອັນສູງສົ່ງ “ທະຫານລຸງໂຮ່”, ເລັ່ງຄວາມໄວ, ບຸກທະລຸ, ປະຕິບັດສໍາເລັດບັນດາໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງດີເດັ່ນ; ຈັດຕັ້ງສໍາເລັດກອງປະຊຸມໃຫຍ່ຂອງພັກທຸກຂັ້ນໃນອົງຄະນະພັກກອງທັບ, ກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ສ້າງວິລະກຳ, ຜົນງານໃໝ່ໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມ, ໝັ້ນໃຈກ້າວສູ່ສັງກາດບືນຕົວຂຶ້ນຂອງຊົນຊາດ, ສົມກັບຄວາມເຊື່ອໝັ້ນ ແລະຮັກແພງຂອງພັກ, ລັດ ແລະປະຊາຊົນ.
ອວຍພອນບັນດາສະຫາຍ ພ້ອມດ້ວຍຄອບຄົວ ປີໃໝ່ປີມະເສັງ 2025 ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສໍາເລັດ ແລະນັບມື້ນັບກ້າວໜ້າ.
ດ້ວຍຄວາມນັບຖືຮັກແພງ ແລະເດັດຂາດມີໄຊ!
ໂດຍ: ໄຊຊະນະ