ຊ່ວຍເຫຼືອຄົນທີ່ໂຊກຮ້າຍ

ຢູ່ບ້ານ ມໍ່ ອໍ ໂອ່ ໂອ່, ຕາແສງເທື້ອງຮ໊ວາ, ເມືອງມິງຮ໊ວາ, ແຂວງກວາງບິ່ງ, ມີເດັກນ້ອຍຊາຍ ກາວຊວນເລ ເກີດປີ 2010, ແລະນ້ອງສາວ ກາວທິຍີ ເກີດປີ 2013, ເປັນເດັກກຳພ້າ ແລະມີສະພາບການດຳລົງຊີວິດຫຍຸ້ງຍາກທີ່ສຸດ. ພໍ່ ແລະແມ່ຂອງນ້ອງສອງຄົນໄດ້ເສຍຊີວິດ ໃນປີ 2021 ແລະ 2023.

ພາຍຫຼັງທີ່ພໍ່ແມ່ເສຍຊີວິດໝົດແລ້ວ, ນ້ອງສອງຄົນມີຊີວິດ ຍ້ອນອາໄສການໜູນຊ່ວຍຂອງເພື່ອນບ້ານ, ພະນັກງານ, ນັກຮົບກອງບັນຊາການທະຫານຊາຍແດນ ກ່າແສ່ງ, ທະຫານຊາຍແດນ ແຂວງກວາງບິ່ງ. ເຮືອນທີ່ພໍ່ແມ່ຂອງນ້ອງສອງຄົນປະໄວ້ໃຫ້ກໍ່ເປ່ເພຢ່າງໜັກໜ່ວງ ແລະຢູ່ບໍ່ໄດ້ອີກແລ້ວ.

leftcenterrightdel
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນກ່າແສ່ງ ກໍ່ສ້າງເຮືອນໃຫ້ນ້ອງ  ກາວຊວນເລ ແລະນ້ອງ ກາວທິຍີ. ພາບ: ຮຸຍຖັງ

ໂດຍຜັນຂະຫຍາຍໂຄງການ “ວັນເສົາກັບເມືອບ້ານ”, ພະນັກງານ, ນັກຮົບຂອງກົມກອງໄດ້ລະດົມແຫຼ່ງກຳລັງ, ສົມທົບກັບປະຊາຊົນ, ບ້ານທີ່ຢູ່ອ້ອມຂ້າງກໍ່ສ້າງເຮືອນຫຼັງໃໝ່ເພື່ອມອບໃຫ້ນ້ອງສອງຄົນ. ພວກອ້າຍຫວັງວ່າເຮືອນຫຼັງໃໝ່ນີ້ຈະເປັນບ່ອນຢູ່ທີ່ປອດໄພ ແລະຊ່ວຍໃຫ້ຊີວິດຂອງສອງນ້ອງດີງາມຂຶ້ນກວ່າເກົ່າ, ບັນເທົາຄວາມເຈັບປວດຈາກການສູນເສຍພໍ່ແມ່ທີ່ນ້ອງສອງຄົນໄດ້ປະສົບ. ຍິ່ງໄປກວ່ານັ້ນ, ເພື່ອໃຫ້ນ້ອງ ກາວຊວນເລ ແລະນ້ອງ ກາວທິຍີ ໄດ້ຮັບຮູ້ວ່າ ຊີວິດຂອງຕົນຍາມໃດກໍ່ມີອ້າຍທະຫານຊາຍແດນ ແລະປະຊາຊົນໃນບໍລິເວນນັ້ນຮ່ວມແຮງຮ່ວມໃຈກັນແບ່ງປັນໃຫ້.

ໂດຍຜັນຂະຫຍາຍໂຄງການ “ວັນເສົາກັບເມືອບ້ານ”, ຄ້າຍທະຫານຊາຍແດນ ກ່າແສ່ງ ໄດ້ເປັນປະທານ, ສົມທົບກັບບັນດາຄະນະພັກ, ອຳນາດການປົກຄອງ, ຄະນະ, ຂະແໜງການຢູ່ທ້ອງຖິ່ນຈັດຕັ້ງການເຄື່ອນໄຫວປະຕິບັດຕົວຈິງຫຼາຍຢ່າງ ຄື: ມອບຂອງຂວັນໃຫ້ນັກຮຽນ 4 ຄົນໃນໂຄງການ “ຊ່ວຍນ້ອງໄປໂຮງຮຽນ - ລູກລ້ຽງຄ້າຍທະຫານຊາຍແດນ” (ແຕ່ລະພູດແມ່ນ 1,5 ລ້ານດົ່ງ); ມອບໂສ້ງເສື້ອ 150 ຊຸດ, ຜ້າຫົ່ມ 50 ຜືນ, ໝອນ 50 ໜ່ວຍ ໃຫ້ປະຊາຊົນບ້ານອ໊ອນ, ອຽນເຮີບ, ມໍ່ ອໍ ໂອ່ ໂອ່ ດ້ວຍມູນຄ່າກວ່າ 45 ລ້ານດົ່ງ; ກໍ່ສ້າງເຮືອນໃຫ້ສອງ ນ້ອງ ກາວຊວນເລ ແລະກາວທິຍີ...

ມີຫຼາຍກິດຈະກໍາທີ່ອຸດົມສົມບູນ

“ວັນເສົາກັບເມືອບ້ານ” ແມ່ນຊື່ເອີ້ນທົ່ວໄປຂອງໂຄງການ “ວັນເສົາກັບເມືອບ້ານ, ໝູ່ບ້ານ, ກຸ່ມບ້ານ” ໂດຍກອງບັນຊາການທະຫານຊາຍແດນແຂວງກວາງບິ່ງ ຜັນຂະຫຍາຍ, ສ້າງການປ່ຽນແປງໃໝ່ໃນວຽກງານຂົນຂວາຍປະຊາຊົນ, ເມື່ອຍາດແຍ່ງເອົາບົດບາດຂອງບັນດາຜູ້ເຖົ້າຜູ້ແກ່, ນາຍບ້ານ, ຜູ້ມີອິດທິພົນຊື່ສຽງ, ຜູ້ທີ່ບົດບາດຫຼັກແຫຼ່ງໃນຂະບວນການສາສະໜາ, ມະຫາຊົນ... ພິເສດແມ່ນເສີມຂະຫຍາຍບົດບາດຂອງສະມາຊິກພັກທີ່ເປັນພະນັກງານຢູ່ຄ້າຍທະຫານຊາຍແດນທີ່ດຳເນີນຊີວິດພັກຢູ່ໜ່ວຍພັກບ້ານ ແລະຮັບຜິດຊອບຄອບຄົວຢູ່ເຂດຊາຍແດນໃຫ້ໄດ້ຢ່າງສຸດຂີດ. ຜ່ານນັ້ນ, ປະຕິບັດວຽກງານກໍາແໜ້ນສະພາບການ, ໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນໃນການເຂົ້າຮ່ວມການກໍ່ສ້າງ, ປັບປຸງຮາກຖານການເມືອງ, ການພັດທະນາເສດຖະກິດ - ສັງຄົມ; ປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ - ສັງຄົມຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະເຂດພູດອຍ.

leftcenterrightdel
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນລ່າງໂມ ຊ່ວຍປະຊາຊົນເກັບກ່ຽວໝາກຖົ່ວດິນ. ພາບ: ມິງຄອຍ

ເຖິງວ່າໄດ້ຮັບການປະຕິບັດຢູ່ບັນດາກົມກອງທະຫານຊາຍແດນ ແຂວງກວາງບິ່ງກໍ່ຕາມ, ແຕ່ໂຄງການໄດ້ນຳເອົາປະສິດທິຜົນແທດຈິງມາໃຫ້. ໂດຍໄດ້ຮັບການຄັດເລືອກໃຫ້ເປັນຈຸດສຸມ, ໃນຕົ້ນເດືອນ ເມສາ 2024, ຄ້າຍທະຫານຊາຍແດນ ລ່າງໂມ, ທະຫານຊາຍແດນ ແຂວງກວາງບິ່ງ ໄດ້ສົມທົບກັບຄະນະພັກ, ອຳນາດການປົກຄອງຕາແສງ ເຈື່ອງເຊີນ, ເມືອງ ກວາງນິງ, ແຂວງ ກວາງບິ່ງ ແລະໂຮງໝໍ TTH ແຂວງກວາງບິ່ງ ຈັດຕັ້ງໂຄງການ “ວັນເສົາກັບເມືອບ້ານ” ຢູ່ໝູ່ບ້ານດ່າຈາດ, ຕາແສງເຈື່ອງເຊີນ. ຢູ່ທີ່ນີ້, ປະຊາຊົນໄດ້ຮັບການກວດ, ໃຫ້ຄຳປຶກສາດ້ານສຸຂະພາບ, ໄດ້ຮັບຢາໂດຍບໍ່ເສຍຄ່າຈາກຖັນແຖວແພດໝໍ, ພະຍາບານ. ເນື່ອງໃນໂອກາດນີ້, ບັນດາກົມກອງຍັງໄດ້ມອບຂອງຂວັນໃຫ້ນັກຮຽນໃນໂຄງການ “ຊ່ວຍນ້ອງໄປໂຮງຮຽນ - ລູກລ້ຽງຢູ່ຄ້າຍທະຫານຊາຍແດນ” ໄດ້ມອບຂອງຂວັນ, ທຸງຊາດ ແລະ 10 ຮູບແບບ “ຫ້ອງນ້ຳຊຸມຊົນ” ໃຫ້ແກ່ປະຊາຊົນຢູ່ບ້ານດາຈາດ... ດ້ວຍມູນຄ່າທັງໝົດແມ່ນກວ່າ 100 ລ້ານດົ່ງ; ໄດ້ດຶງດູດຜູ້ເຂົ້າຮ່ວມຫຼາຍກວ່າ 200 ເທື່ອຄົນ.

ພາຍຫຼັງຜົນສໍາເລັດຂອງກົມກອງທີ່ເປັນຈຸດສຸມ, ທຸກໆວັນເສົາໃນແຕ່ລະອາທິດ, ພະນັກງານ, ນັກຮົບຂອງບັນດາຄ້າຍທະຫານຊາຍແດນ ຢູ່ 2 ເສັ້ນຊາຍແດນ ໄດ້ລົງໄປແຕ່ລະບ້ານ, ແຕ່ລະເຮືອນເພື່ອປະຕິບັດຫຼາຍກິດຈະກຳທີ່ມີຄວາມໝາຍ, ໄດ້ຮັບການຮັບຮູ້, ການຕີລາຄາສູງຈາກຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ ແລະປະຊາຊົນ. ໃນເດືອນ ພຶດສະພາ ປີ 2024,  ມີພະນັກງານ, ນັກຮົບທະຫານຊາຍແດນແຂວງກວາງບິ່ງ, ສະມາຊິກຊາວໜຸ່ມ, ສະມາຊິກສະຫະພັນປະຊາຊົນທ້ອງຖິ່ນ 960 ກວ່າເທື່ອຄົນໄດ້ເຂົ້າຮ່ວມການເຄື່ອນໄຫວມຸ່ງໄປເຖິງປະຊາຊົນຢູ່ເຂດຊາຍແດນ ຄື: ຈັດຕັ້ງການໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍທະຫານຊາຍແດນຫວຽດນາມ, ກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ, ສະກັດກັ້ນໄຟໄໝ້ປ່າ, ແຈກຢາຍໃບປິວຈຳນວນ 34 ໃບ; ຮັກສາການດຳເນີນຊີວິດຢູ່ໜ່ວຍຄຸ້ມຄອງຕົນເອງຢູ່ເສັ້ນທາງຊາຍແດນ, ຫຼັກໝາຍຊາຍແດນ;  ກວດພະຍາດ, ໃຫ້ຄຳປຶກສາດ້ານສຸຂະພາບ ແລະແຈກຢາຍຢາໃຫ້ປະຊາຊົນໂດຍບໍ່ເສຍຄ່າ.

ໂດຍ: ຈາງຫງວຽນ