ຮັກສາຄວາມໝັ້ນຄົງເຂດຊາຍແດນ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມສອງປະເທດຫວຽດນາມ - ລາວ
ກປ.ອອນໄລ - ຕອນບ່າຍວັນທີ 7 ມີນາ, ຢູ່ດ່ານັ້ງ, ອົງການຄຸ້ມຄອງການເຂົ້າອອກເມືອງຂອງກະຊວງຕຳຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບ ລາວ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ແລະສະເໜີບາງເນື້ອໃນຮ່ວມມື ໃນໄລຍະຈະມາເຖິງ.
ທີ່ກອງປະຊຸມ, ສອງຝ່າຍໄດ້ສົມທົບກັນຕີລາຄາບັນດາປັດໄຈ ແລະຜົນສະທ້ອນຂອງສະພາບການໂລກ ແລະສະພາບການພາກພື້ນເຖິງຄວາມໝັ້ນຄົງແຫ່ງຊາດ ຫວຽດນາມ - ລາວ; ວຽກງານຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ການສະກັດກັ້ນ, ຕ້ານອາດຊະຍາກຳ, ພິເສດແມ່ນການຕ້ານອາດຊະຍາກຳຢາເສບຕິດ, ການຄ້າມະນຸດ,....
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: cand.com.vn |
ນອກຈາກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນບັນດານະໂຍບາຍ, ຂໍ້ກຳນົດໃໝ່ຂອງແຕ່ລະຝ່າຍໃນຂົງເຂດຄຸ້ມຄອງການເຂົ້າອອກເມືອງ; ປຶກສາຫາລືບັນຫາສະເພາະກ່ຽວກັບການຄຸ້ມຄອງການເຂົ້າອອກເມືອງ; ມານະພະຍາຍາມເພື່ອຈຳກັດການເຂົ້າອອກເມືອງຜິດກົດໝາຍຢ່າງສຸດຂີດ...
ສອງຝ່າຍເຫັນດີເປັນເອກະພາບສ້າງເງື່ອນໄຂສະດວກໃຫ້ພົນລະເມືອງສອງປະເທດ ໄປມາຫາສູ່ກັນຢ່າງສະດວກ; ຍູ້ແຮງການໂຄສະນາເຜີຍແຜ່ຂໍ້ກຳນົດກົດລະບຽບເຂົ້າອອກເມືອງຂອງພົນລະເມືອງຂອງສອງປະເທດ, ເພີ່ມທະວີການພົວພັນລະຫວ່າງພະນັກງານກວດເຂົ້າອອກເມືອງຢູ່ດ່ານຊາຍແດນສອງຝ່າຍ; ສືບຕໍ່ບຳລຸງສ້າງ, ຝຶກອົບຮົມ, ຍົກສູງລະດັບຄວາມຮູ້ໃຫ້ແກ່ພະນັກງານ...
ບົນພື້ນຖານການແລກປ່ຽນ ແລະແບ່ງປັນປະສົບການໃນຂົງເຂດຄຸ້ມຄອງການເຂົ້າອອກເມືອງ, ກອງປະຊຸມໄດ້ຮັບເອົາດ້ານດີທີ່ບັນລຸໄດ້ ແລະຊີ້ອອກບັນດາຄວາມຫຍຸ້ງຍາກ ແລະຂໍ້ຄົງຄ້າງ, ຈາກນັ້ນສະເໜີມາດຕະການແກ້ໄຂ ເພື່ອແນໃສ່ປັບປຸງ ແລະນໍາການພົວພັນຮ່ວມມືລະຫວ່າງສອງອົງການຄຸ້ມຄອງການເຂົ້າອອກເມືອງຂອງກະຊວງຕໍາຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ ໃຫ້ຂຶ້ນສູ່ລະດັບສູງໃໝ່...
ໂດຍ: ທະນາພອນ