ທ່ານພົນຈັດຕະວາ ເລດຶກຖ໊າຍ, ຜູ້ບັນຊາການທະຫານຊາຍແດນ ແລະທ່ານພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ເປັນປະທານຮ່ວມການເຈລະຈາ.

ກ່າວຄຳເຫັນທີ່ການເຈລະຈາ, ທ່ານພົນຈັດຕະວາ ເລດຶກຖ໊າຍ ແລະທ່ານພົນຈັດຕະວາ ສີພັນ ພຸດທະວົງ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ພະຍາດໂຄວິດ-19 ໄດ້ແຜ່ລະບາດຢ່າງກວ້າງຂວາງ, ແຕ່ການພົວພັນສົມທົບກັນລະຫວ່າງກຳລັງປ້ອງກັນຊາຍແດນຂອງສອງປະເທດ ຍາມໃດກໍ່ໄດ້ຮັບການຮັກສາ ແລະບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ. ໃນນັ້ນມີຈຸດພົ້ນເດັ່ນ, ຄື: ສອງຝ່າຍໄດ້ຕັ້ງໜ້າ, ເປັນເຈົ້າການປະຕິບັດຂໍ້ຕົກລົງລະຫວ່າງສອງລັດຖະບານກ່ຽວກັບການແກ້ໄຂບັນຫາຄົນອົບພະຍົບເສລີ ແລະການແຕ່ງງານບໍ່ໄດ້ຈົດທະບຽນຢູ່ເຂດຊາຍແດນສອງປະເທດໄດ້ເປັນຢ່າງດີ.

leftcenterrightdel
ບັນຍາກາດທີ່ການເຈລະຈາ. ພາບ: bienphong.com.vn.

ໃນໄລຍະຈະມາເຖິງ, ທັງສອງປະເທດຫວຽດນາມ ແລະລາວ ຈະດຳເນີນບັນດາເຫດການການເມືອງສຳຄັນ; ໃນຂະນະທີ່ສະພາບພະຍາດໂຄວິດ-19 ຍັງມີການຜັນແປຢ່າງສັບສົນ. ຍ້ອນເຫດນັ້ນ, ກຳລັງປ້ອງກັນຊາຍແດນຂອງສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ບາງເນື້ອໃນເພື່ອໃຫ້ວຽກງານສົມທົບກັນນັບມື້ນັບເຂົ້າສູ່ລວງເລິກ. ພ້ອມກັນນັ້ນ, ກຳລັງປ້ອງກັນຊາຍແດນຂອງສອງຝ່າຍໄດ້ຈັດຕັ້ງການລາດຕະເວນສອງຝ່າຍເປັນປະຈຳເພື່ອຄຸ້ມຄອງ ແລະປົກປັກຮັກສາຊາຍແດນ, ຫຼັກໝາຍຊາຍແດນ ກໍ່ຄືການຄວບຄຸມທຸກການເຄື່ອນໄຫວຂ້າມຊາຍແດນຢ່າງເຂັ້ມງວດ.

leftcenterrightdel
ທ່ານພົນຈັດຕະວາ ເລດຶກຖ໊າຍ ມອບສັນຍາລັກໜູນຊ່ວຍອຸປະກອນການແພດໃຫ້ທ່ານພົນຈັດຕະວາ ສີພັນ ພຸດທະວົງ. ພາບ: bienphong.com.vn.

ແບ່ງປັນຂໍ້ມູນຂ່າວສານ, ລາຍງານສະພາບການປ້ອງກັນ ແລະຕ້ານພະຍາດໂຄວິດ-19 ຢ່າງເປັນປະຈຳ, ບໍ່ປະໃຫ້ພະຍາດແຜ່ລະບາດຂ້າມຊາຍແດນ ແລະແກ້ໄຂບັນດາກໍລະນີທີ່ກ່ຽວຂ້ອງເຖິງຊາຍແດນ. ຍົກສູງສະຕິລະວັງຕົວ ແລະຕັ້ງໜ້າເຂົ້າຮ່ວມການສະກັດກັ້ນ ແລະຕໍ່ສູ້ກັບບັນດາການເຄື່ອນໄຫວຂອງອາດຊະຍາກຳປະເພດຕ່າງໆຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນອາດຊະຍາກຳທີ່ລະເມີດຕໍ່ຄວາມໝັ້ນຄົງຂອງຊາດ, ອາດຊະຍາກຳຢາເສບຕິດ...

ຕັ້ງໜ້າໂຄສະນາ, ສຶກສາອົບຮົມປະຊາຊົນຢູ່ເຂດຊາຍແດນຂອງສອງປະເທດປະຕິບັດອະນຸສັນຍາ ແລະຂໍ້ຕົກລົງກ່ຽວກັບຊາຍແດນ ແລະດ່ານຊາຍແດນລະຫວ່າງສອງປະເທດ ແລະກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ-ລາວ... ຢ່າງເຂັ້ມງວດ. ສິ້ນສຸດການເຈລະຈາ, ການນຳຂອງສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງກຳລັງປ້ອງກັນຊາຍແດນຂອງສອງປະເທດ.

leftcenterrightdel
ທ່ານພົນຈັດຕະວາ ເລດຶກຖ໊າຍ ແລະທ່ານພົນຈັດຕະວາ ສີພັນ ພຸດທະວົງ ເປັນສັກຂີພິຍານ ຕາງໜ້າສອງຝ່າຍລົງນາມໃນບົດບັນທຶກມອບ-ຮັບອຸປະກອນການແພດ. ພາບ: bienphong.com.vn.

ເນື່ອງໃນໂອກາດນີ້, ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ມອບເງິນຈຳນວນ 10 ພັນໂດລາສະຫະລັດ ແລະອຸປະກອນການແພດທີ່ມີມູນຄ່າ 300 ລ້ານດົ່ງໃຫ້ກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ເພື່ອໃຊ້ເຂົ້າໃນການປະຕິບັດວຽກງານປ້ອງກັນ ແລະຕ້ານພະຍາດໂຄວິດ-19.

ໂດຍ: ທະນາພອນ