ບັນດາແພດໝໍ ໄດ້ຈັດຕັ້ງການຢ້ຽມຢາມ, ກວດພະຍາດ, ໃຫ້ຄໍາປຶກສາ ແລະແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນເກືອບ 300 ເທື່ອຄົນ.

leftcenterrightdel
ທ່ານພັນເອກ ເຈິ່ນຕ໊ວນແອັງ, ຮອງຫົວໜ້າກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ ໄປກວດກາ, ລະດົມກໍາລັງໃຈບັນດາແພດໝໍຢ້ຽມຢາມກວດພະຍາດໃຫ້ແກ່ປະຊາຊົນບ້ານກາຕັງ. ພາບ: ຈູ໊ກຮ່າ.
leftcenterrightdel
ບັນດາແພດໝໍຊ່ວຍເຫຼືອປະຊາຊົນເຄື່ອນຍ້າຍເຂົ້າເຂດກວດພະຍາດ. ພາບ: ຈູ໊ກຮ່າ.

ກ່າວຄໍາເຫັນທີ່ການກວດພະຍາດ ແລະແຈກຢາຍຢຸກຢາໂດຍບໍ່ເສຍຄ່າ, ທ່ານພັນເອກ ເຈິ່ນຕ໊ວນແອັງ, ຮອງຫົວໜ້າກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ ໃຫ້ຮູ້ວ່າ: ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ນອນໃນລາຍການພົບປະແລກປ່ຽນມິດຕະພາບເຂດຊາຍແດນ ຫວຽດນາມ-ລາວ ຈະຈັດຕັ້ງໃນລະຫວ່າງວັນທີ 29-30 ກໍລະກົດ ຈະມາເຖິງ, ທັງແມ່ນໂອກາດເພື່ອຕອບບຸນແທນຄຸນທະຫານ ແລະປະຊາຊົນຢູ່ເຂດຊາຍແດນ ສັງກັດແຂວງກວາງຈິ (ຫວຽດນາມ), ແຂວງສະຫວັນນະເຂດ, ແຂວງສາລະວັນ (ລາວ), ບັນດາຜູ້ມີການປະກອບສ່ວນຫຼາຍຢ່າງໃນກິດຈະການສ້າງສາ ແລະປົກປັກຮັກສາອະທິປະໄຕ, ປ້ອງກັນຄວາມສະຫງົບຊາຍແດນແຫ່ງຊາດ.

leftcenterrightdel
ຄ້າຍທະຫານຊາຍແດນດ່ານຊາຍແດນສາກົນລາວບ໋າວ ລະດົມພະນັກງານ, ນັກຮົບຊ່ວຍຄະນະແພດໝໍແຈກຢາຍຢຸກຢາໃຫ້ແກ່ປະຊາຊົນ. ພາບ: ຈູ໊ກຮ່າ.
leftcenterrightdel
ໃຫ້ຄໍາປຶກສາສົ່ງເສີມສຸຂະພາບໃຫ້ແກ່ປະຊາຊົນ. ພາບ: ຈູ໊ກຮ່າ.

ທ່ານພັນເອກ ເຈິ່ນຕ໊ວນແອັງ ກໍ່ຫວັງວ່າ, ໃນໄລຍະຈະມາເຖິງອຳນາດການປົກຄອງທ້ອງຖິ່ນ ຈະສືບຕໍ່ຮ່ວມເດີນທາງພ້ອມກັບທະຫານຊາຍແດນແຂວງກວ໋າງຈິ ມີບັນດາລາຍການສົ່ງເສີມສຸຂະພາບ ກໍ່ຄືການພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມໃຫ້ແກ່ພໍ່ແມ່ປະຊາຊົນຢູ່ເຂດຊາຍແດນກວ່າອີກ.

ໂດຍ: ກວຽດເຕິມ