ເວລາ 14 ໂມງ 15 ນາທີ, ຢູ່ສະໜາມບິນສາກົນໂນ້ຍບ່າຍ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ກຳມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານພິທີສົ່ງຄະນະ. ເຂົ້າຮ່ວມສອງເຫດການດັ່ງກ່າວມີບັນດາສະຫາຍ: ທ່ານພົນໂທ ຮິ່ງຈ໊ຽນຖັ໊ງ, ກຳມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ; ທ່ານພົນໂທ ເລກວາງມິງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະການນຳບັນດາອົງການ, ກົມກອງ...

ຄວາມຮັບຜິດຊອບອັນສູງສົ່ງຕໍ່ໜ້າປະຊາຄົມສາກົນ

ພາຍຫຼັງເກີດເຫດແຜ່ນດິນໄຫວຂະໜາດໃຫຍ່ໄດ້ກໍ່ຄວາມເສຍຫາຍຢ່າງຮ້າຍແຮງທີ່ສຸດ, ຜູ້ປະສົບເຄາະຮ້າຍຫຼາຍຄົນຍັງຫາຍສາບສູນ, ມຽນມາ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນໜູນຊ່ວຍ. ປະຕິບັດທິດນຳການພົວພັນຕ່າງປະເທດຂອງພັກ, ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຕໍ່ກັບປະຊາຄົມສາກົນ ແລະດ້ວຍມູນເຊື້ອ, ຫຼັກສິນທຳ “ຮັກຄົນອື່ນຄືກັບຮັກຕົວເອງ” ຂອງປະເທດຫວຽດນາມ; ພາຍຫຼັງໄດ້ຮັບຂ່າວເກີດເຫດແຜ່ນດິນໄຫວຢູ່ມຽນມາ, ຄະນະປະຈຳຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ເປັນເຈົ້າການໃນການເປັນເສນາທິການກັບຜູ້ປະຈໍາການຄະນະເລຂາທິການສູນກາງພັກ ແລະທ່ານນາຍົກລັດຖະມົນຕີ ກ່ຽວກັບການຈັດສົ່ງກຳລັງກອງທັບປະຊາຊົນຫວຽດນາມ ໄປໜູນຊ່ວຍມະນຸດສະທຳ, ກູ້ຊ່ວຍໄພພິບັດເຫດແຜ່ນດິນໄຫວຢູ່ປະເທດເພື່ອນ. ໃນວັນທີ 29 ມີນາ, ກະຊວງປ້ອງກັນປະເທດ ໄດ້ຊີ້ນຳກົມກູ້ຊີບ-ກູ້ໄພ (ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ) ເປັນປະທານ, ປະສານສົມທົບກັບກົມພົວພັນຕ່າງປະເທດ, ກົມໃຫຍ່ພະລາທິການ-ເຕັກນິກ, ເຫຼົ່າຮົບຊ່າງແສງ, ກອງບັນຊາການທະຫານຊາຍແດນ ແລະບັນດາກົມກອງທີ່ກ່ຽວຂ້ອງສ້າງແຜນການ, ຈັດຕັ້ງການສ້າງກຳລັງຂອງກອງທັບເຂົ້າຮ່ວມການໜູນຊ່ວຍມະນຸດສະທຳ, ກູ້ຊ່ວຍໄພພິບັດຢູ່ມຽນມາ ລວມມີພົນທະຫານ 80 ຄົນ.

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ກັບກໍາລັງກູ້ຊີບກູ້ໄພກ່ອນອອກເດີນທາງໄປໜູນຊ່ວຍ ມຽນມາ. ພາບ: ຕ໊ວນຮຸຍ

ກ່າວຄຳເຫັນທີ່ກອງປະຊຸມມອບ-ຮັບໜ້າທີ່, ທ່ານພົນເອກ ຫງວຽນເຕີນເກືອງ ຊີ້ແຈ້ງວ່າ: ການຈັດສົ່ງກຳລັງກອງທັບປະຊາຊົນຫວຽດນາມ ໄປເຂົ້າຮ່ວມໜູນຊ່ວຍມະນຸດສະທຳ, ກູ້ຊ່ວຍໄພພິບັດຢູ່ມຽນມາ ສະແດງໃຫ້ເຫັນນະໂຍບາຍພົວພັນຕ່າງປະເທດທີ່ດີເລີດ, ມີຄວາມຮັບຜິດຊອບສູງຕໍ່ປະຊາຄົມສາກົນຂອງພັກ, ລັດ, ປະຊາຊົນຫວຽດນາມ; ພ້ອມທັງສະແດງໃຫ້ເຫັນ ແລະຢືນຢັນອິດທິພົນຊື່ສຽງ, ຈິດໃຈຄວາມຮັບຜິດຊອບ ແລະຄວາມສາມາດຂອງກອງທັບປະຊາຊົນຫວຽດນາມ ໃນການພົວພັນ, ຮ່ວມມືກັບສາກົນ. ບັນດາພົນທະຫານເຂົ້າຮ່ວມການໜູນຊ່ວຍມະນຸດສະທຳ, ກູ້ຊ່ວຍໄພພິບັດຢູ່ມຽນມາ ແມ່ນຄວາມເປັນກຽດທີ່ໄດ້ປະຕິບັດໜ້າທີ່ສາກົນອັນສູງສົ່ງ ແລະມູນເຊື້ອ, ສິນທຳ “ຮັກຄົນອື່ນຄືກັບຮັກຕົວເອງ” ຂອງປະເທດຫວຽດນາມ.

ທ່ານພົນເອກ ຫງວຽນເຕິນເກືອງ ຮຽກຮ້ອງວ່າ ໃນໄລຍະເວລາທີ່ປະຕິບັດໜ້າທີ່ຢູ່ມຽນມາ, ດ້ວຍບົດບາດເປັນຜູ້ຕາງໜ້າໃຫ້ແກ່ປະເທດ ແລະກອງທັບປະຊາຊົນຫວຽດນາມ, ບັນດາສະມາຊິກໃນຄະນະປະຕິບັດງານຕ້ອງເຊີດຊູຈິດໃຈຕື່ນຕົວ, ຄວາມສາມັກຄີ, ເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ, ເຮັດສຳເລັດທຸກໜ້າທີ່ເຊິ່ງພັກ, ລັດ, ກອງທັບເຊື່ອໝັ້ນມອບໝາຍໃຫ້; ພິເສດ, ປະສານສົມທົບກັບບັນດາກຳລັງສາກົນ, ອຳນາດການປົກຄອງ ແລະປະຊາຊົນປະເທດເພື່ອນ; ເສີມຂະຫຍາຍຄຸນທາດອັນສູງສົ່ງຂອງກອງທັບປະຊາຊົນຫວຽດນາມ, ສ້າງຄວາມປະທັບໃຈທີ່ດີງາມໃນຈິດໃຈເພື່ອນມິດສາກົນ ແລະປະຊາຊົນມຽນມາ.

ກະກຽມຢ່າງຮີບດ່ວນເພື່ອອອກເດີນທາງໃນທັນທີ

ກ່ອນໜ້ານັ້ນ, ໃນຕອນບ່າຍ ແລະຕອນຄ່ຳວັນທີ 29 ມີນາ, ໂດຍປະຕິບັດຕາມການຊີ້ນຳຂອງການນຳກະຊວງປ້ອງກັນປະເທດ, ບັນດາອົງການ ແລະກົມກອງໄດ້ກະກຽມຢ່າງຮີບດ່ວນ ເພື່ອຈັດສົ່ງກຳລັງ, ພາຫະນະເຂົ້າຮ່ວມພ້ອມກັບປະຊາຄົມສາກົນໜູນຊ່ວຍມຽນມາ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດ. ພຽງແຕ່ໃນເວລາອັນສັ້ນ, ບັນດາກົມກອງໄດ້ເຮັດສຳເລັດວຽກງານໃນປະລິມານຫຼາຍ, ສະແດງໃຫ້ເຫັນລັກສະນະກຽມພ້ອມສູງຂອງກຳລັງກອງທັບ. ທ່ານພົນເອກ ຫງວຽນເຕິນເກືອງ ຕີລາຄາວ່າ: “ໄປຄຽງຄູ່ກັບການຮັບຄຳສັ່ງຄາດຄະເນ, ບັນດາກົມກອງໄດ້ຜັນຂະຫຍາຍທຸກວຽກງານກະກຽມ. ເມື່ອມີຄຳສັ່ງຈະອອກເດີນທາງໃນທັນທີ”.

ໃນຈຳນວນພົນທະຫານເຂົ້າຮ່ວມປະຕິບັດໜ້າທີ່ຢູ່ມຽນມາ ຄັ້ງນີ້, ມີຫຼາຍສະຫາຍໄດ້ເຮັດສຳເລັດໜ້າທີ່ກູ້ຊີບ-ກູ້ໄພຢູ່ຕວກກີ ມາແລ້ວໃນປີ 2023. ນີ້ແມ່ນເງື່ອນໄຂສະດວກຂອງຄະນະປະຕິບັດງານ, ຈາກບົດຮຽນປະສົບການທີ່ມີຢູ່ແລ້ວ, ກຳລັງເຂົ້າຮ່ວມແກ້ໄຂໄພພິບັດຢູ່ມຽນມາ ຈະໝູນໃຊ້ເຂົ້າໃນສະພາບຕົວຈິງເປັນຢ່າງດີ.

ທ່ານພົນຈັດຕະວາ ເຈິ່ນຈູງຮວ່າ, ຜູ້ບັນຊາການເຫຼົ່າຮົບຊ່າງແສງ, ໃຫ້ຮູ້ວ່າ: “ບັນດາສະຫາຍ ໃນທີມຊ່າງແສງທີ່ຖືກຈັດສົ່ງໄປປະຕິບັດໜ້າທີ່ໄດ້ຕັ້ງໜ້າເຮັດວຽກງານກະກຽມ, ກຳນົດໜ້າທີ່ເປັນຢ່າງດີ. ນີ້ແມ່ນບັນດາພະນັກງານທີ່ມີຄວາມຮູ້ຄວາມສາມາດສູງ, ຮູ້ພາສາອັງກິດເປັນຢ່າງດີ”.

ຕັດສິນໃຈເສີມສ້າງຮູບພາບທະຫານລຸງໂຮ່ ໃຫ້ໃສແຈ້ງກວ່າເກົ່າ

ພິທີສົ່ງຄະນະກອງທັບປະຊາຊົນຫວຽດນາມ ໄປເຂົ້າຮ່ວມແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວຢູ່ມຽນມາ  ໄດ້ດຳເນີນໃນເວລາ 14 ໂມງ 15 ນາທີ ຢູ່ສະໜາມບິນສາກົນໂນ້ຍບ່າຍ ພາຍໃຕ້ການເປັນປະທານຂອງທ່ານພົນໂທ ຮວ່າງຊວນຈ໊ຽນ, ກຳມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ. ເຂົ້າຮ່ວມພິທີສົ່ງຄະນະມີທ່ານພົນໂທ ຮິ່ງຈ໊ຽນຖັ໊ງ; ທ່ານພົນໂທ ເລກວາງມິງ; ທ່ານ Soe Ko Ko, ອຸປະທູດຊົ່ວຄາວສະຖານທູດມຽນມາ ປະຈໍາ ຫວຽດນາມ ແລະການນໍາບາງອົງການ, ກົມກອງ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ເຕືອນສະຫາຍພັນໂທ ຫວູແມ້ງຮຸ່ງ, ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ກ່ອນອອກເດີນທາງໄປປະຕິບັດໜ້າທີ່ຢູ່ມຽນມາ. ພາບ: ຕ໊ວນຮຸຍ

ກ່າວຄຳເຫັນທີ່ພີທີສົ່ງ, ຕາງໜ້າຄະນະພັກການທະຫານສູນກາງ, ການນຳກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ຍ້ອງຍໍສັນລະເສີນຈິດໃຈເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ, ຕັດສິນໃຈປະຕິບັດໜ້າທີ່ຂອງທຸກອົງການ, ກົມກອງ; ພິເສດແມ່ນຍ້ອງຍໍຊົມເຊີຍນາຍ ແລະພົນທະຫານ ຈຳນວນ 80 ຄົນ ທີ່ໄດ້ກຳນົດໜ້າທີ່ເປັນຢ່າງດີ, ຈັດແຈງວຽກຄອບຄົວ, ອົງການ ແລະສຳເລັດທຸກວຽກງານເພື່ອກຽມພ້ອມອອກເດີນທາງ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ໃຫ້ຮູ້ວ່າ ປະເທດເພື່ອນພວມມີຄວາມຫວັງລໍຄອຍກຳລັງກູ້ຊີບກູ້ໄພຂອງບັນດາປະເທດ, ໃນນັ້ນ ມີຫວຽດນາມ, ເພື່ອໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວ. ເພາະສະນັ້ນ, ແຕ່ລະພາກສ່ວນ ແລະບຸກຄົນຂອງກຳລັງກູ້ຊີບກູ້ໄພຂອງກອງທັບປະຊາຊົນຫວຽດນາມ ໄດ້ຊາບຊຶມ, ຜັນຂະຫຍາຍເຮັດວຽກງານກະກຽມດ້ວຍຄວາມຕັດສິນໃຈເພື່ອເຮັດສຳເລັດພາລະກຳອັນສູງສົ່ງ. ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ເຊື່ອໝັ້ນວ່າ ຄະນະປະຕິບັດງານຈະສຳເລັດໜ້າທີ່ເປັນຢ່າງດີ, ສືບຕໍ່ເສີມຂະຫຍາຍມູນເຊື້ອຂອງຊາດຫວຽດນາມ ວິລະຊົນ, ກອງທັບປະຊາຊົນຫວຽດນາມ ວິລະຊົນ ແລະເຮັດໃຫ້ຮູບພາບທະຫານລຸງໂຮ່ ໃສແຈ້ງຂຶ້ນກວ່າເກົ່າໃນຈິດໃຈເພື່ອນມິດສາກົນ.

ໂດຍ: ແສງເດືອນ