ຕອນ​ຄ່ຳ​ວັນ​ທີ 29 ມີນາ, ໂດຍ​ໄດ້​ຮັບ​ໜ້າ​ທີ່​ເຂົ້າຮ່ວມໜ່ວຍ​ກູ້​ໄພຈາກເຫດ​ແຜ່ນດິນ​ໄຫວ​ຢູ່​ມຽນມາ, ​ພັນ​ໂທ ລ້າຍບາແທ່ງ (ໂຮງໝໍ​ທະຫານ 103, ວິທະຍາຄານ​ການ​ແພດ​ກອງທັບ) ​ໄດ້​ກະກຽມ​ເຄື່ອງ​ອຸປະກອນ​ການ​ທະຫານ ​ແລະເຄື່ອງ​ໃຊ້​ທີ່​ຈຳ​ເປັນ​ເພື່ອ​ໄປປະຕິບັດງານ​ຢູ່​ຕ່າງປະ​ເທດ​ຫຼາຍວັນ​. ນີ້​ບໍ່​ແມ່ນຄັ້ງທຳ​ອິດ​ທີ່ອ້າຍ ແທ່ງ ປະຕິບັດ​ພາລະກິດ​ສາກົນ, ຊ່ວຍ​ເຫຼືອປະເທດເພື່ອນຜ່ານ​ຜ່າ​ເຫດ​ແຜ່ນດິນ​ໄຫວ. ກ່ອນ​ໜ້າ​ນັ້ນ, ກໍໄດ້​ເຂົ້າ​ຮ່ວມ​ກັບ​ຄະນະກອງທັບ​ປະຊາຊົນ​ຫວຽດນາມ ໄປຊ່ວຍ​ກູ້​ໄພຈາກເຫດ​ແຜ່ນ​ດິນ​ໄຫວ​ຢູ່ຕວກກີ (​ເດືອນ​ກຸມພາ 2023), ອ້າຍ ແທ່ງ ​ໄດ້​ມີປະສົບ​ການ​ຫຼາຍ​ຢ່າງ. ດັ່ງນັ້ນ, ການນໍາກົມໃຫຍ່ພະລາທິການ-ເຕັກນິກ ຈຶ່ງມີຄວາມເຊື່ອໝັ້ນ ແລະມອບໃຫ້ອ້າຍເປັນຫົວໜ້າໜ່ວຍເສນາຮັກ.

leftcenterrightdel
ການນໍາກົມໃຫຍ່ພະລາທິການ-ເຕັກນິກ ມອບຂອງຂວັນໃຫ້ກໍາລັງເສນາຮັກ ກ່ອນທີ່ຈະອອກເດີນທາງໄປປະຕິບັດໜ້າທີ່. ພາບ:​ ມິງແມ້ງ.

ພັນໂທ ລ້າຍບາແທ່ງ ໃຫ້ຮູ້ວ່າ: “ຜ່ານການປະຕິບັດໜ້າທີ່ຢູ່ຕວກກີ, ຂ້າພະເຈົ້າຮັບຮູ້ຢ່າງເລິກເຊິ່ງວ່າ ນີ້ແມ່ນໜ້າທີ່ທີ່ຫຍຸ້ງຍາກ, ລຳບາກ, ແຕ່ກໍເປັນກຽດ ແລະພູມໃຈທີ່ສຸດ, ບັນດາກຳລັງຕ້ອງປະຕິບັດໜ້າທີ່ຢ່າງເປັນເອກະລາດ, ຫ່າງໄກຈາກການບັນຊາ, ຊີ້ນຳຂອງກົມກອງ, ຂາດເຂີນທຸກສິ່ງທຸກຢ່າງ; ເຮັດວຽກໜັກ, ຕ້ອງຍາດແຍ່ງໃນແຕ່ລະວິນາທີ, ນາທີ ແລະອາກາດກໍ່ຮ້າຍແຮງທີ່ສຸດ, ຄວາມແຕກຕ່າງກັນກ່ຽວກັບພາສາ ກໍ່ແມ່ນຄວາມຫຍຸ້ງຍາກໃຫຍ່ໃຫ້ແກ່ການເຄື່ອນໄຫວພະຍາບານສຸກເສີນ, ປິ່ນປົວ... ຄຽງຂ້າງນັ້ນ, ຍັງມີອັນຕະລາຍ, ຍ້ອນວ່າພາຍຫຼັງເກີດແຜ່ນດິນໄຫວຍັງປະກົດມີການສັ່ນສະເທືອນ. ແນວໃດກໍ່ຕາມ, ດ້ວຍຈິດໃຈສາກົນອັນສູງສົ່ງ ແລະທາດແທ້ຄຸນສົມບັດຂອງນາຍທະຫານລຸງໂຮ່, ນ້ຳໃຈສຸດເຫື່ອສຸດແຮງປິ່ນປົວຄົນເຈັບຂອງທ່ານໝໍທະຫານ, ພວກຂ້າພະເຈົ້າພ້ອມແລ້ວທີ່ຈະຮັບ ແລະປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງດີເລີດ, ຊ່ວຍຫຼຸດຜ່ອນຄວາມເສຍຫາຍໃຫ້ແກ່ປະຊາຊົນປະເທດເພື່ອນ”.

ໜ່ວຍເສນາຮັກທີ່ເຂົ້າຮ່ວມການແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວຢູ່ມຽນມາ ລວມມີ: 1 ທີມກູ້ໄພຈາກໂຮງໝໍທະຫານ 103 (16 ສະຫາຍ); 1 ທີມເສນາຮັກກູ້ໄພຂອງໂຮງໝໍທະຫານ 105 (7 ສະຫາຍ) ແລະ 1 ໜ່ວຍກູ້ໄພ-ສຸກເສີນ ໂຮງໝໍທະຫານ 354 (7 ສະຫາຍ). ໃນນັ້ນ, ມີຫຼາຍຄົນທີ່ມີປະສົບການເຂົ້າຮ່ວມການກູ້ໄພຈາກເຫດແຜ່ນດິນໄຫວຢູ່ຕວກກີ. ພາຍຫຼັງ​ໄດ້​ຮັບ​ຄຳ​ສັ່ງ​ຈາກ​ຂັ້ນ​ເທິງ, ​ໃນ​ຄືນ​ວັນ​ທີ 29 ມີນາ, ບັນດາ​ກົມກອງ​ໄດ້​ກະກຽມ​ອຸປະກອນ, ຢາ, ​ເຄື່ອງ​ໃຊ້​ການ​ແພດ​ຢ່າງ​ທັນ​ການ​ເພື່ອ​ຮັບປະກັນ​ການ​ນຳ​ໃຊ້​ເຂົ້າໃນວຽກ​ງານກູ້ໄພໃນ 2 ອາທິດ, ປິ່ນປົວ​ຜູ້​ປະສົບ​ເຄາະ​ຮ້າຍ 50-100 ຄົນ/ວັນ. ອຸ​ປະ​ກອນພະລາທິການ-ເຕັກນິກ, ເຊັ່ນ​: ຕູບຜ້າບັດ, ເຄື່ອງ​ຜະ​ລິດໄຟຟ້າ​, ເຄື່ອງ​ປຸງ​ແຕ່ງ​ອາ​ຫານ​, ສະ​ບຽງ​ອາ​ຫານ... ກໍ່ໄດ້ຮັບການ​ກະ​ກຽມ​ຢ່າງ​ຮີບ​ດ່ວນ​.

ຕອນເຊົ້າວັນທີ 30 ມີນາ, ທີ່ພິທີມອບ-ຮັບໜ້າທີ່ໃຫ້ແກ່ໜ່ວຍເສນາຮັກທີ່ເຂົ້າຮ່ວມແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວຢູ່ມຽນມາ, ການນຳກົມໃຫຍ່ພະລາທິການ-ເຕັກນິກ ໄດ້ຍ້ອງຍໍບັນດາກົມກອງ, ບຸກຄົນທີ່ໄດ້ກະກຽມຄວາມພ້ອມໃນການເດີນທາງຢ່າງຮີບດ່ວນ, ຄົບຊຸດ, ຮອບຄອບ, ດ້ວຍຈິດໃຈມີຄວາມຮັບຜິດຊອບສູງ; ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ, ໃນທຸກສະພາບການ, ໜ່ວຍເສນາຮັກຍາມ​ໃດກໍ່ຊາບຊຶມຢ່າງເລິກເຊິ່ງແຜນນະໂຍບາຍ, ທັດສະນະ, ແນວທາງການພົວພັນຕ່າງປະເທດຂອງ​ພັກ, ລັດ ​ແລະຮີດຄອງ​ປະ​ເພນີອັນ​ດີງາມ​ຂອງ​ປະເທດຊາດ, ຂອງກອງທັບ​ປະຊາຊົນ​ຫວຽດນາມ, ຈະ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ຊ່ວຍ​ເຫຼືອ ​ແລະປິ່ນປົວ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກເຫດ​ແຜ່ນດິນ​ໄຫວ​ຢູ່ມຽນມາ, ສົມເປັນນັກຮົບເສນາຮັກຂອງທະຫານລຸງໂຮ່.

ໂດຍ:​ ຈາງຫງວຽນ