leftcenterrightdel
ບັນຍາກາດທີ່ການເຈລະຈາ. ພາບ: ກ່ຽວຈີງ

ທີ່ການເຈລະຈາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຕີລາຄາສູງບົດບາດຂອງພາກພື້ນ ແລະກົນໄກໂດຍອາຊຽນ ນຳພາ, ຢືນຢັນວ່າ ຈະພ້ອມກັນມານະພະຍາຍາມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີ, ປັບປຸງຄວາມສາມັກຄີ, ບົດບາດໃຈກາງຂອງອາຊຽນ ໃນໂຄງປະກອບຄວາມໝັ້ນຄົງຂອງພາກພື້ນ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ທີ່ການເຈລະຈາ. ພາບ: ກ່ຽວຈີງ

ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນບັນດາຝ່າຍທີ່ກ່ຽວຂ້ອງຄວນເຄົາລົບປະເພນີ ແລະກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982; ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະສົ່ງເສີມສິ້ນສຸດການເຈລະຈາໂດຍໄວ, ລົງນາມກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທ້ຈິງ, ມີປະສິດທິຜົນ.

ສອງຝ່າຍເນັ້ນໜັກວ່າ ບົນພື້ນຖານການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ-ລາວ ຄັ້ງທີ 4, ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ, ມີປະສິດທິຜົນ, ບັນລຸໄດ້ບັນດາໝາກຜົນທີ່ພົ້ນເດັ່ນໃນບັນດາຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ; ແລກປ່ຽນບົດຮຽນ, ພົບປະແລກປ່ຽນ; ຮ່ວມມືໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ; ສົມທົບ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ກົນໄກ, ເວທີປາໄສຫຼາຍຝ່າຍສາກົນ ກໍ່ຄືເຫດການໂດຍກອງທັບແຕ່ລະປະເທດເປັນເຈົ້າພາບ...

leftcenterrightdel
ທ່ານພົນໂທ ວົງຄໍາ ພົມມະກອນ ທີ່ການເຈລະຈາ. ພາບ: ກ່ຽວຈີງ

ໃນໄລຍະຈະມາເຖິງ, ບົນພື້ນຖານບັນດາເອກະສານທີ່ໄດ້ລົງນາມລະຫວ່າງກະຊວງປ້ອງກັນປະເທດສອງປະເທດ, ສອງຝ່າຍຈະສືບຕໍ່ຜັນຂະຫຍາຍບັນດາເນື້ອໃນຈຸດສຸມ, ຄື: ການພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຮັກສາກົນໄກປຶກສາຫາລື, ເຈລະຈາຢ່າງມີປະສິດທິຜົນ; ການສຶກສາ, ບໍາລຸງສ້າງ; ການຮ່ວມມືໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ; ຮັກສາສັນຕິພາບສະຫະປະຊາຊາດ; ກົດໝາຍການທະຫານ; ສືບຕໍ່ສົມທົບ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາກົນໄກ, ເວທີປາໄສຫຼາຍຝ່າຍສາກົນ ກໍ່ຄືເຫດການໂດຍແຕ່ລະຝ່າຍຈັດຕັ້ງ...

ສິ້ນສຸດການເຈລະຈາ, ສອງຝ່າຍໄດ້ລົງນາມໃນບົດບັນທຶກການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ-ລາວ ຄັ້ງທີ 5.

* ຕອນບ່າຍວັນດຽວກັນ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ນຳໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ໄປຢ້ຽມຢາມກອງບັນຊາການທະຫານແຂວງຫຼວງພະບາງ.

ໂດຍ: ເຈິ່ນຮວ່ຽນ