ນັກຂ່າວ: ກ່ອນອື່ນໝົດ, ສະຫາຍ ສາມາດແບ່ງປັນຄວາມຮູ້ສຶກໂດຍລວມກ່ຽວກັບວຽກງານການເຄື່ອນໄຫວເຊື່ອມໂຍງເຂົ້າກັບສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດຂອງຫວຽດນາມ ໃນປີ 2022?

ສະຫາຍ ພົນໂທ ຮວ່າງຊວນຈຽນ: ພາຍໃຕ້ການນໍາພາ, ຊີ້ນໍາຂອງພັກ, ລັດ ແລະລັດຖະບານ, ໂດຍກົງແມ່ນຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ, ວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດໃນປີ 2022 ສາມາດບັນລຸໄດ້ຫຼາຍຜົນງານສໍາຄັນ, ປະກອບສ່ວນປົກປັກຮັກສາເອກະລາດ, ອະທິປະໄຕ, ຜົນປະໂຫຍດຂອງປະເທດ-ຂອງຊາດ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອສ້າງສາປະເທດຊາດ, ຍົກສູງອິດທິພົນຊື່ສຽງ, ຖານະບົດບາດ, ທີ່ຕັ້ງຂອງປະເທດ ແລະກອງທັບປະຊາຊົນຫວຽດນາມ ໃນເວທີສາກົນ.

ຕິດຕາມສະພາບການໃນໂລກ ແລະພາກພື້ນຢ່າງໃກ້ຊິດຕິດແທດ, ພວກເຮົາກໍ່ໄດ້ເປັນເສນາທິການຢ່າງຖືກຕ້ອງ, ຖືກປະເດັນ ແລະທັນການຕໍ່ກັບພັກ, ລັດ ກ່ຽວກັບລະດັບ, ເນື້ອໃນການພົວພັນຮ່ວມມືດ້ານປ້ອງກັນຊາດກັບບັນດາຄູ່ຮ່ວມມື; ເຂົ້າຮ່ວມການປະກອບຄໍາເຫັນໃສ່ແຜນຮ່າງ, ເອກະສານສໍາຄັນຕ່າງໆ, ມີລັກສະນະກໍານົດທິດກ່ຽວກັບວຽກງານພົວພັນຕ່າງປະເທດຂອງພັກ ແລະລັດ; ການນໍາກະຊວງປ້ອງກັນປະເທດ ໄດ້ເຂົ້າຮ່ວມການຢ້ຽມຢາມຂັ້ນສູງຢູ່ບັນດາປະເທດນຳການນໍາພັກ, ລັດ, ລັດຖະບານ, ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງກັບບັນດາປະເທດ.

ກ່ຽວກັບການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ພວກເຮົາໄດ້ຊຸກຍູ້ຜັນຂະຫຍາຍການເຄື່ອນໄຫວຮ່ວມມືດ້ານປ້ອງກັນຊາດກັບບັນດາປະເທດ, ພິເສດແມ່ນກັບບັນດາປະເທດບ້ານໃກ້ເຮືອນຄຽງທີ່ມີຊາຍແດນຮ່ວມກັນ, ບັນດາປະເທດມະຫາອໍານາດ, ຮັບປະກັນການພົວພັນໃຫ້ມີຄວາມສົມດຸນ, ບົນຫຼັກການສະເໝີພາບ, ເຄົາລົບນັບຖື, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະປະຕິບັດຖືກຕາມກົດໝາຍສາກົນ. ການຜັນຂະຫຍາຍການເຄື່ອນໄຫວຮ່ວມມືລະຫວ່າງຫວຽດນາມ ກັບບັນດາປະເທດໄດ້ຮັບການຊຸກຍູ້ຢ່າງຕັ້ງໜ້າ ແລະເພີ່ມທະວີພາຍຫຼັງເກືອບ 3 ປີທີ່ໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ-19, ດ້ວຍຮູບການຫຼາຍຮູບຫຼາຍແບບ, ສຸມໃສ່ບາງຂົງເຂດຈຸດສຸມ, ເໝາະສົມກັບຄວາມຕ້ອງການ, ຄວາມສາມາດຂອງຫວຽດນາມ, ປະກອບສ່ວນເຂົ້າໃນໜ້າທີ່ປົກປັກຮັກສາປະເທດຊາດຢ່າງແທດຈິງ ແລະມີປະສິດທິຜົນ. ໃນປີ 2022, ມີລັດຖະມົນຕີກະຊວງປ້ອງກັນປະເທດ 8 ທ່ານ ມາຢ້ຽມຢາມຫວຽດນາມ, ເຮັດວຽກຢ່າງເປັນທາງການ, ພ້ອມກັບຄະນະຂັ້ນການນໍາກະຊວງປ້ອງກັນປະເທດຂອງບັນດາປະເທດຫຼາຍຄະນະກໍ່ໄດ້ມາເຮັດວຽກຢູ່ຫວຽດນາມ.

ໃນແງ່ມູມຫຼາຍຝ່າຍ, ພວກເຮົາສືບຕໍ່ຢັ້ງຢືນອິດທິພົນຊື່ສຽງ, ຖານະບົດບາດ, ທີ່ຕັ້ງຂອງປະເທດ ແລະຂອງກອງທັບປະຊາຊົນຫວຽດນາມ ໃນພາກພື້ນ ແລະໃນເວທີສາກົນເມື່ອໄດ້ຕັ້ງໜ້າ, ເປັນເຈົ້າການເຂົ້າຮ່ວມ, ສະເໜີຂໍ້ລິເລີ່ມຢູ່ເວທີຮ່ວມມືດ້ານປ້ອງກັນຊາດຫຼາຍຝ່າຍໃນພາກພື້ນ ແລະສາກົນ, ເປັນຕົ້ນແມ່ນໃນຂອບເຂດອາຊຽນ. ຄຽງຂ້າງນັ້ນ, ພວກເຮົາໄດ້ເປັນເຈົ້າພາບຈັດຕັ້ງບາງການເຄື່ອນໄຫວຫຼາຍຝ່າຍໃຫຍ່ປະສົບຜົນສໍາເລັດ ຄື: ກອງປະຊຸມຜູ້ບັນຊາການທະຫານບົກອາຊຽນ ຄັ້ງທີ 23, ການແຂ່ງຂັນຍິງປືນກອງທັບບົກອາຊຽນ ຄັ້ງທີ 30, ການແຂ່ງຂັນ “ກູ້ໄພສຸກເສີນ” ໃນຂອບເຂດການແຂ່ງຂັນກິລາການທະຫານສາກົນ (Army Games) 2022, ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2022 ແລະລາຍການພົບປະແລກປ່ຽນ “ຕໍາຫຼວດທະເລຫວຽດນາມ ແລະເພື່ອນມິດ” ຄັ້ງທີ 1... ລ້ວນແຕ່ໄດ້ຮັບການຕີລາຕາສູງຈາກເພື່ອນມິດສາກົນ.

leftcenterrightdel
ໂຮງໝໍສະໜາມ ຂັ້ນ 2 ເລກ 1 ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້. ພາບ: ກົມຮັກສາສັນຕິພາບຫວຽດນາມ

ໃນຂອບເຂດຮັກສາສັນຕິພາບ ສປຊ, ປີ 2022, ກອງທັບ ໄດ້ປະຕິບັດວຽກງານກະກຽມ ແລະນໍາກອງຊ່າງແສງ ເລກ 1, ໂຮງໝໍສະໜາມ ຂັ້ນ 2 ເລກ 4 ໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສປຊ, ສົມທົບກັບອົງການ ສປຊ ເພື່ອການພັດທະນາ (UNDP) ປະຈໍາຫວຽດນາມ ຈັດຕັ້ງກອງປະຊຸມສາກົນແມ່ຍິງກັບການເຄື່ອນໄຫວຮັກສາສັນຕິພາບ ສປຊ ພາຍໃຕ້ການເປັນປະທານຮ່ວມຂອງຮອງເລຂາທິການໃຫຍ່ ສປຊ ປະສົບຜົນສໍາເລັດ... ຫວຽດນາມ ກາຍເປັນໜຶ່ງໃນບັນດາປະເທດນໍາໜ້າໃນຄວາມມານະພະຍາຍາມເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງໃນການເຄື່ອນໄຫວຮັກສາສັນຕິພາບ, ສະແດງໃຫ້ເຫັນຄໍາໝັ້ນສັນຍາຂອງຫວຽດນາມ ສໍາລັບເປົ້າໝາຍຄວາມສະເໝີພາບລະຫວ່າງຍິງ-ຊາຍ ຂອງ ສປຊ ຢ່າງຈະແຈ້ງ.

ນັກຂ່າວ: ຜ່ານຄວາມຫຍຸ້ງຍາກ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດ ໄດ້ຊີ້ອອກໃຫ້ເຫັນຈຸດສໍາຄັນ, ພົ້ນເດັ່ນແມ່ນເລື່ອງຫວຽດນາມ ຈັດຕັ້ງການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຊາຍແດນກັບລາວ, ກໍາປູເຈຍ ຄັ້ງທໍາອິດ ແລະເປັນເຈົ້າພາບຈັດງານວາງສະແດງປ້ອງກັນຊາດສາກົນ, ລາຍການພົບປະແລກປ່ຽນ “ຕໍາຫຼວດທະເລຫວຽດນາມ ແລະເພື່ອນມິດ” ຢູ່ຮ່າໂນ້ຍ ຄັ້ງທໍາອິດ. ແມ່ນບໍ່ວ່ານັ້ນແມ່ນຂີດໝາຍທີ່ສະແດງໃຫ້ເຫັນການເຄື່ອນໄຫວການພົວພັນຕ່າງປະເທດດ້ານປ້ອງກັນຊາດນັບມື້ນັບອຸດົມສົມບູນ ແລະມີປະສິດທິຜົນແທດຈິງກວ່າ?

ສະຫາຍ ພົນໂທ ຮວ່າງຊວນຈຽນ: ຄືດັ່ງສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເວົ້າວ່າ “ປະເທດເຮົາຍັງບໍ່ເຄີຍມີພາລະກິດທີ່ໃຫຍ່ຫຼວງ, ກຳລັງບົ່ມຊ້ອນ, ຖານະບົດບາດ, ທີ່ຕັ້ງ ແລະອິດທິພົນຊື່ສຽງສາກົນຄືປະຈຸບັນ”. ນີ້ແມ່ນເງື່ອນໄຂສະດວກເພື່ອໃຫ້ພວກເຮົາເປີດກວ້າງ ແລະຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດກັບບັນດາປະເທດໃຫ້ນັບມື້ເຂົ້າສູ່ລວງເລິກ, ດ້ວຍບັນດາເນື້ອໃນ, ຮູບການຮ່ວມມືທີ່ນັບມື້ອຸດົມສົມບູນ ແລະບັນລຸປະສິດທິຜົນແທດຈິງ, ປະກອບສ່ວນຕັ້ງໜ້າເຂົ້າໃນການປົກປັກຮັກສາປະເທດຊາດຕັ້ງແຕ່ຫົວທີ, ແຕ່ທາງໄກ; ພ້ອມທັງວາງອອກຂໍ້ລິເລີ່ມເພື່ອປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາໃນພາກພື້ນ ແລະໃນໂລກ.

ການພົວພັນຕ່າງປະເທດຊາຍແດນ ສືບຕໍ່ແມ່ນຈຸດພົ້ນເດັ່ນໃນຮອບ 6 ເດືອນ, ນັບແຕ່ເດືອນທັນວາ ປີ 2021 ຫາເດືອນພຶດສະພາ ປີ 2022, ພວກເຮົາໄດ້ຈັດຕັ້ງການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນກັບທັງສາມປະເທດ ຈີນ, ລາວ ແລະກໍາປູເຈຍ; ໃນນັ້ນ, ກັບຈີນ ແມ່ນຄັ້ງທີ 7; ກັບລາວ ແລະກໍາປູເຈຍ ແມ່ນຄັ້ງທໍາອິດ. ໃນໄລຍະມໍ່ໆມານີ້, ພວກເຮົາສືບຕໍ່ຈັດຕັ້ງລາຍການພົບປະແລກປ່ຽນ “ຕໍາຫຼວດທະເລຫວຽດນາມ ແລະເພື່ອນມິດ”, ດ້ວຍການເຂົ້າຮ່ວມຂອງກໍາລັງປະຕິບັດກົດໝາຍຢູ່ທະເລຂອງ 6 ປະເທດບ້ານໃກ້ເຮືອນຄຽງ ຫຼື ມີທະເລຕິດກັບຫວຽດນາມ, ລວມມີ: ຈີນ, ກໍາປູເຈຍ, ໄທ, ອິນໂດເນເຊຍ, ຟີລິບປິນ, ມາເລເຊຍ. ບັນດາການເຄື່ອນໄຫວເຫຼົ່ານີ້ມີຄວາມໝາຍດ້ານການເມືອງຢ່າງເລິກເຊິ່ງ, ປະກອບສ່ວນເພີ່ມທະວີນໍ້າໃຈມິດຕະພາບ, ສາມັກຄີລະຫວ່າງອໍານາດການປົກຄອງທ້ອງຖິ່ນ, ປະຊາຊົນຢູ່ເຂດຊາຍແດນ ແລະກໍາລັງປົກປັກຮັກສາຊາຍແດນທາງບົກ, ກໍາລັງປະຕິບັດກົດໝາຍຢູ່ທະເລຂອງຫວຽດນາມ ກັບບັນດາປະເທດ, ພ້ອມທັງແມ່ນມາດຕະການສໍາຄັນເພື່ອໃຫ້ພວກເຮົາ ແລະບັນດາປະເທດສ້າງຄວາມເຊື່ອໝັ້ນຍຸດທະສາດ, ຊຸກຍູ້ການຮ່ວມມືຢ່າງແທດຈິງ, ສ້າງຊາຍແດນທາງບົກ, ຢູ່ທະເລໃຫ້ມີສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພັດທະນາ.

ປີ 2022 ກໍ່ແມ່ນປີສ້າງຂີດໝາຍບາດກ້າວພັດທະນາໃໝ່ໃນການເຊື່ອມໂຍງເຂົ້າກັບສາກົນດ້ານປ້ອງກັນຊາດຂອງຫວຽດນາມ ເມື່ອພວກເຮົາເປັນເຈົ້າພາບຈັດງານວາງສະແດງປ້ອງກັນຊາດສາກົນຢູ່ຮ່າໂນ້ຍ ຄັ້ງທໍາອິດ. ທີ່ງານວາງສະແດງ, ພວກເຮົາໄດ້ຕ້ອນຮັບ 52 ຄະນະແຂກສາກົນ ແມ່ນການນໍາກະຊວງປ້ອງກັນປະເທດ, ກອງທັບຂອງ 28 ປະເທດ ແລະວິສາຫະກິດອຸດສາຫະກໍາປ້ອງກັນຊາດ ກວ່າ 170 ແຫ່ງທີ່ມາຈາກ 30 ປະເທດໃນໂລກ ທີ່ມີຜະລິດຕະພັນມາວາງສະແດງໃນງານ. ການເຂົ້າຮ່ວມຂອງບັນດາປະເທດ ໄດ້ສະແດງອອກໃຫ້ເຫັນການສະໜັບສະໜູນຂອງບັນດາຄູ່ຮ່ວມມື ແລະເພື່ອນມິດສາກົນຕໍ່ເຫດການທີ່ຫວຽດນາມ ຈັດຂຶ້ນຄັ້ງທໍາອິດ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວເຊື່ອມໂຍງເຂົ້າກັບສາກົນດ້ານປ້ອງກັນຊາດສໍາຄັນຂອງກະຊວງປ້ອງກັນປະເທດ, ແມ່ນກາລະໂອກາດເພື່ອໃຫ້ພວກເຮົາເພີ່ມທະວີການຮ່ວມມືໃນຂົງເຂດອຸດສາຫະກໍາປ້ອງກັນຊາດຂອງຫວຽດນາມ; ພ້ອມທັງແມ່ນໂອກາດເພື່ອໃຫ້ຫວຽດນາມ ໄດ້ສຶກສາຄົ້ນຄວ້າ, ຊອກຮູ້ທ່າອ່ຽງການພັດທະນາຂອງອາວຸດຍຸດໂທອຸຸປະກອນເຕັກນິກໃນໂລກ; ຈາກນັ້ນຫັນການຮ່ວມມືເປັນຫຼາຍຮູບຫຼາຍແບບ, ຮັບເອົາການຖ່າຍທອດເຕັກໂນໂລຢີຂອງຕ່າງປະເທດເພື່ອຮັບໃຊ້ການຜະລິດອາວຸດຍຸດໂທອຸປະກອນເຕັກນິກ, ພະລາທິການ, ຕອບສະໜອງຄວາມຮຽກຮ້ອງຕ້ອງການປົກປັກຮັກສາປະເທດຊາດໃນສະພາບການໃໝ່.

ນັກຂ່າວ: ຂໍຮຽນສະຫາຍ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດ ຄວນຜັນຂະຫຍາຍວຽກໃດແດ່ເພື່ອແນໃສ່ສືບຕໍ່ປະກອບສ່ວນເຂົ້າໃນເປົ້າໝາຍທັງຊຸກຍູ້ການຮ່ວມມື, ພັດທະນາລະຫວ່າງຫວຽດນາມ ກັບບັນດາປະເທດ, ທັງຕອບສະໜອງຄວາມຮຽກຮ້ອງຕ້ອງການປົກປັກຮັກສາປະເທດ ຕັ້ງແຕ່ຫົວທີ, ແຕ່ທາງໄກ?

ສະຫາຍ ພົນໂທ ຮວ່າງຊວນຈຽນ:  ສະພາບແວດລ້ອມດ້ານການເມືອງ, ເສດຖະກິດ, ຄວາມໝັ້ນຄົງໃນໂລກ ພວມຜັນແປຢ່າງໄວວາ, ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ພວກເຮົາມີຄວາມເອກອ້າງທະນົງໃຈຕໍ່ບັນດາຜົນງານທີ່ບັນລຸໄດ້, ແຕ່ບໍ່ລືມວ່າ ການພົວພັນຕ່າງປະເທດດ້ານປ້ອງກັນຊາດ ຍັງມີຫຼາຍວຽກຕ້ອງໄດ້ເຮັດ, ໃນນັ້ນມີບັນດາຫຼັກການທີ່ບໍ່ປ່ຽນແປງ, ມີສິ່ງທີ່ຕ້ອງການປະດິດສ້າງ, ມີໄຫວພິບຢູ່ສະເໝີ ໂດຍອີງໃສ່ແຕ່ລະກໍລະນີ.

ໃນການຜັນຂະຫຍາຍວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດ, ພວກເຮົາ ສືບຕໍ່ເຫັນດີ, ມີຄວາມສະເໝີຕົ້ນສະເໝີປາຍຕໍ່ແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍຕາມທິດນຳທີ່ວ່າ “ເພີ່ມມິດ, ຫຼຸດຜ່ອນສັດຕູ”, ຢຶດໝັ້ນຕໍ່ນະໂຍບາຍ “4 ບໍ່” ທີ່ໄດ້ກໍານົດໄວ້ໃນປື້ມປົກຂາວດ້ານປ້ອງກັນຊາດ ປີ 2019, ຊຸກຍູ້ການພົວພັນຕ່າງປະເທດດ້ານປ້ອງກັນຊາດເພື່ອປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງ, ປັບປຸງການພົວພັນກັບບັນດາຄູ່ຮ່ວມມື; ທັງຮ່ວມມື ແລະທັງຕໍ່ສູ້ ແນໃສ່ປົກປັກຮັກສາເອກະລາດ, ອະທິປະໄຕຜືນແຜ່ນດິນ, ປົກປ້ອງປະຊາຊົນ ແລະລະບອບສັງຄົມນິຍົມ.

ໃນໄລຍະຈະມາເຖິງ, ຄວນສືບຕໍ່ຜັນຂະຫຍາຍການເຄື່ອນໄຫວເຊື່ອມໂຍງເຂົ້າກັບສາກົນ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດຢ່າງຄົບສຸດ, ຮອບດ້ານ, ຖືກຕາມແຜນນະໂຍບາຍ, ແນວທາງການພົວພັນຕ່າງປະເທດຂອງພັກ ແລະລັດ. ຍົກສູງປະສິດທິຜົນວຽກງານການພົວພັນຕ່າງປະເທດດ້ານປ້ອງກັນຊາດສອງຝ່າຍ, ສືບຕໍ່ນໍາການພົວພັນຮ່ວມມືຂອງຫວຽດນາມ ກັບບັນດາປະເທດໃຫ້ເຂົ້າສູ່ລວງເລິກ, ແທດຈິງ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ຍົກສູງຖານະບົດບາດ, ທີ່ຕັ້ງ, ອິດທິພົນຊື່ສຽງຂອງປະເທດຊາດ ແລະກອງທັບປະຊາຊົນຫວຽດນາມ ໃນເວທີສາກົນ. ຕາມນັ້ນແລ້ວ, ຊຸກຍູ້ການພົວພັນ, ຮ່ວມມືດ້ານປ້ອງກັນຊາດກັບບັນດາປະເທດ; ກໍານົດເນື້ອໃນທີ່ຄວນບຸລິມະສິດຢ່າງຖືກຕ້ອງ, ຫັນຮູບການພົວພັນດ້ານປ້ອງກັນຊາດສອງຝ່າຍໃຫ້ເປັນຫຼາຍຮູບຫຼາຍແບບ, ເໝາະສົມກັບການພົວພັນດ້ານການເມືອງ, ເສດຖະກິດ, ການຕ່າງປະເທດ, ຮັບປະກັນການພົວພັນໃຫ້ມີຄວາມສົມດຸນ, ມີຜົນປະໂຫຍດສະຫຼັບ, ກົມກຽວ ບົນຫຼັກການສະເໝີພາບ, ເຄົາລົບນັບຖື, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະປະຕິບັດຖືກຕ້ອງຕາມກົດໝາຍສາກົນ. ຍູ້ແຮງວຽກງານພົວພັນຕ່າງປະເທດຢູ່ເຂດຊາຍແດນ, ສຸມໃສ່ການເຄື່ອນໄຫວພົບປະແລກປ່ຽນຢູ່ເຂດຊາຍແດນ, ລາດຕະເວນຮ່ວມ, ຮ່ວມມືຕ້ານອາດຊະຍາກໍາຂ້າມຊາຍແດນ, ແຮກສ່ຽວປ້ອມ, ຄ້າຍທະຫານ, ຮ່ວມມືກັນແກ້ໄຂບັນຫາທີ່ກ່ຽວຂ້ອງເຖິງຊາຍແດນ...

ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມກົນໄກ, ເວທີປາໄສຮັກສາຄວາມໝັ້ນຄົງໃນພາກພື້ນ ແລະສາກົນ, ເປັນຕົ້ນແມ່ນກົນໄກຮ່ວມມືດ້ານປ້ອງກັນຊາດໃນຂອບເຂດອາຊຽນ, ໂດຍອາຊຽນ ມີບົດບາດໃຈກາງ, ປະກອບສ່ວນຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ພັດທະນາຂອງພາກພື້ນ ແລະໃນໂລກ; ຍູ້ແຮງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຕາມທິດເປີດກວ້າງຂົງເຂດ, ບໍລິເວນ ແລະຂອບຂະໜາດ; ເປັນເຈົ້າການໃນການເປັນເຈົ້າພາບ ແລະຕັ້ງໜ້າເຂົ້າຮ່ວມເຫດການພົວພັນຕ່າງປະເທດຫຼາຍຝ່າຍດ້ານປ້ອງກັນຊາດ ຄື: ການແຂ່ງຂັນກິລາການທະຫານ, ກອງປະຊຸມ, ກອງປະຊຸມສໍາມະນາ, ການພົບປະແລກປ່ຽນທາງການທະຫານ, ງານວາງສະແດງອຸດສາຫະກໍາປ້ອງກັນຊາດ...

ຄຽງຂ້າງນັ້ນ, ຄວນສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນຂອງວຽກງານກໍາແໜ້ນສະພາບການ, ສຶກສາຄົ້ນຄວ້າ, ຄາດຄະເນຍຸດທະສາດ, ຖືນີ້ແມ່ນໜຶ່ງໃນບັນດາມາດຕະການຈຸດໃຈກາງ, ມີລັກສະນະຕັດສິນ ເພື່ອຍົກສູງປະສິດທິຜົນໃນການເປັນເສນາທິການຍຸດທະສາດກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດ, ໃນການວາງແຜນຍຸດທະສາດ, ລັດຖະນະໂຍບາຍດ້ານການພົວພັນຕ່າງປະເທດເວົ້າລວມ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດ ເວົ້າສະເພາະ. ປ່ຽນແປງໃໝ່ວຽກງານການສື່ສານໂຄສະນາການພົວພັນຕ່າງປະເທດດ້ານປ້ອງກັນຊາດຕາມທິດເປັນເຈົ້າການ, ຕັ້ງໜ້າ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນ, ຫັນຮູບການເປັນຫຼາຍຮູບຫຼາຍແບບ, ຍົກສູງຄຸນນະພາບດ້ານເນື້ອໃນ ແລະວິທີການສື່ສານ. ສືບຕໍ່ບັບປຸງລະບົບເອກະສານນິຕິກໍາທີ່ກ່ຽວຂ້ອງເຖິງການພົວພັນຕ່າງປະເທດດ້ານປ້ອງກັນຊາດໃຫ້ສົມບູນ ເພື່ອຮັບປະກັນຄວາມເໝາະສົມ, ສອດຄ່ອງກັບກົດໝາຍ, ທໍານຽມສາກົນ ແລະໃຫ້ຄົບຊຸດ, ເປັນເອກະພາບກັບເອກະສານນິຕິກໍາການພົວພັນຕ່າງປະເທດຂອງລັດ, ເໝາະສົມກັບຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃນສະພາບການໃໝ່; ຍົກສູງປະສິດທິຜົນວຽກງານສົມທົບກັບບັນດາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ, ທ້ອງຖິ່ນໃນການປະຕິບັດການເຊື່ອມໂຍງເຂົ້າກັບສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດ; ສືບຕໍ່ບໍາລຸງສ້າງ, ຝຶກຝົນຫຼໍ່ຫຼອມຖັນແຖວພະນັກງານທີ່ເຮັດວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດໃຫ້ມີຄຸນທາດການເມືອງເຂັ້ມແຂງ, ມີສະຕິຕໍ່ການຈັດຕັ້ງລະບຽບວິໄນຢ່າງເຂັ້ມງວດ, ມີທາດແທ້ຄຸນສົມບັດ, ມີແບບແຜນດຳລົງຊີວິດທີ່ປອດໃສ, ຂາວສະອາດ, ມີຄວາມຮູ້ຮອບດ້ານ, ມີຄວາມຊຳນານດ້ານວິຊາການ, ວິຊາສະເພາະ, ລະດັບພາສາຕ່າງປະເທດເກັ່ງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການເປີດກວ້າງ ແລະຍົກລະດັບວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດໃນສະພາບການໃໝ່.

ນັກຂ່າວ: ຂໍຂອບໃຈສະຫາຍ!

ໂດຍ: ຈາງຫງວຽນ