ກອງປະຊຸມໄດ້ຮັບການຈັດຕັ້ງເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງບັນດາປະເທດອາຊຽນ ແລະບັນດາປະເທດຄູ່ຮ່ວມມື, ເສີມຂະຫຍາຍບົດບາດຂອງກະຊວງປ້ອງກັນປະເທດຫວຽດນາມ ໃນຖານະເປັນປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ແລະກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+) ໃນປີເປັນປະທານອາຊຽນ 2020. ເຂົ້າຮ່ວມກອງປະຊຸມມີຫົວໜ້າ ADSOM+ WG ບັນດາປະເທດອາຊຽນ ແລະບັນດາປະເທດຄູ່ຮ່ວມມື (ລັດເຊຍ, ຈີນ, ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ນິວຊີແລນ ແລະອິນເດຍ), ຜູ້ຕາງໜ້າຄະນະເລຂາອາຊຽນ, ທີ່ປຶກສາທູດປ້ອງກັນຊາດບັນດາປະເທດອາຊຽນ ແລະບັນດາປະເທດຄູ່ຮ່ວມມື ປະຈໍານະຄອນຫຼວງຮ່າໂນ້ຍ.

leftcenterrightdel
ທ່ານພົນຕີ ຫວູຈ໋ຽນຖັ໋ງ ເປັນປະທານກອງປະຊຸມ. ພາບ: qdnd.vn

ທ່ານພົນຕີ ຫວູຈ໋ຽນຖັ໋ງ ເນັ້ນໜັກວ່າ ຍ້ອນພະຍາດໂຄວິດ-19 ສະນັ້ນກອງປະຊຸມຄັ້ງນີ້ຕ້ອງຈັດຕັ້ງຜ່ານລະບົບທາງໄກ. ທ່ານພົນຕີ ຫວູຈ໋ຽນຖັ໋ງ ສະແດງຄວາມປິຕິຊົມຊື່ມທີ່ໄດ້ພົບປະກັບເພື່ອນຮ່ວມງານພາຍຫຼັງກອງປະຊຸມ ADSOM+ WG ຢູ່ນະຄອນດ່ານັ້ງ ເມື່ອເດືອນມັງກອນປີ 2020 ທີ່ຜ່ານມາ, ຕີລາຄາສູງຕໍ່ການເຂົ້າຮ່ວມຂອງຜູ້ແທນບັນດາປະເທດ. ເນື່ອງໃນໂອກາດນີ້, ທ່ານພົນຕີ ຫວູຈ໋ຽນຖັ໋ງ ໄດ້ສະແດງຄວາມຂອບໃຈຕໍ່ບັນດາປະເທດທີ່ໃຫ້ການສະໜັບສະໜູນຫວຽດນາມ ໃນປີເປັນປະທານອາຊຽນ 2020.

leftcenterrightdel
ບັນດາຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn.

ຢືນຢັນວ່າ ຍ້ອນພະຍາດໂຄວິດ-19 ຍັງມີການຜັນແປຢ່າງສັບສົນ, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 7 ແລະບັນດາການເຄື່ອນໄຫວທີ່ກ່ຽວຂ້ອງຈະໄດ້ຈັດຕັ້ງຜ່ານລະບົບທາງໄກໃນເດືອນທັນວາ ຈະມາເຖິງ, ທ່ານພົນຕີ ຫວູຈ໋ຽນຖັ໋ງ ເນັ້ນໜັກວ່າ ໜ້າທີ່ຂອງກອງປະຊຸມ ADSOM+ WG ຄັ້ງນີ້ແມ່ນສຸມໃສ່ກະກຽມທຸກດ້ານ, ກ່ອນອື່ນໝົດແມ່ນກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນເປີດກວ້າງ (ADSOM+) ໃນວັນທີ 19 ພະຈິກ, ກໍ່ຄືກອງປະຊຸມ ADMM + ຄັ້ງທີ 7. ບົນເນື້ອໃນຈິດໃຈນັ້ນ, ທ່ານພົນຕີ ຫວູຈ໋ຽນຖັ໋ງ  ສະເໜີບັນດາຜູ້ແທນເຮັດວຽກດ້ວຍບັນຍາກາດທີ່ຮີບດ່ວນ, ຂະຫຍັນຂັນເຄື່ອນ ແລະມີປະສິດທິຜົນສູງສຸດເພື່ອແນໃສ່ກະກຽມໃຫ້ແກ່ບັນດາການເຄື່ອນໄຫວສຳຄັນດັ່ງກ່າວ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບແຜນປະຕິບັດງານໄລຍະ 2021-2023 ຂອງບັນດາກຸ່ມຊ່ຽວຊານ ADMM+, ປຶກສາຫາລືຮ່າງຖະແຫຼງການຮ່ວມ ADMM+ ຄັ້ງທີ 7, ປະຕິບັດວຽກງານກະກຽມໃຫ້ແກ່ກອງປະຊຸມທາງໄກ ADSOM+  ໃນວັນທີ 19 ພະຈິກ...

ໂດຍ: ທະນາພອນ