ທີ່ການພົບປະສອງຝ່າຍ, ສອງຝ່າຍໄດ້ດໍາເນີນການຕີລາຄາໝາກຜົນການສົມທົບກັນໃນການຄຸ້ມຄອງດ່ານຊາຍແດນ, ຄວບຄຸມການເຂົ້າ-ອອກເມືອງ, ຕໍ່ສູ້ຕ້ານ, ສະກັດກັ້ນອາດຊະຍາກໍາຂ້າມຊາຍແດນປະເພດຕ່າງໆ, ດ່ານຊາຍແດນຂອງສອງຝ່າຍໃນໄຕມາດທີ I ປີ 2026, ພ້ອມທັງພິຈາລະນາການເຫັນດີເປັນເອກະພາບທິດທາງສົມທົບກັນປະຕິບັດໃນໄລຍະຈະມາເຖິງ.

leftcenterrightdel
ສອງຝ່າຍລົງນາມໃນບົດບັນທຶກຊ່ວຍຈໍາການພົບປະສອງຝ່າຍ. ພາບ: qdnd.vn

ຕາມນັ້ນແລ້ວ, ສອງຝ່າຍໄດ້ເຫັນດີເປັນເອກະພາບໃນໄລຍະຕໍ່ໄປວ່າ, ແຈ້ງໃຫ້ກັນຊາບຢ່າງເປັນປະຈໍາບັນດາບັນຫາທີ່ເກີດຂຶ້ນຢູ່ດ່ານ, ສົມທົບກັນແກ້ໄຂຢ່າງທັນການ, ຍົກສູງການຄຸ້ມຄອງດ່ານຢ່າງມີປະສິດທິຜົນ, ຮັກສາການເປັນລະບຽບຮຽບຮ້ອຍກວດສອບການນໍາເຂົ້າ - ສົ່ງອອກ, ການຄຸ້ມຄອງຊາຍແດນ, ຮັກສາຄວາມໝັ້ນຄົງສະຖຽນລະພາບເຂດດ່ານສາກົນລາວກາຍ (ຫວຽນາມ)-Hekou (ຈີນ).

ພ້ອມທັງຢຶດໝັ້ນສະກັດກັ້ນ, ແກ້ໄຂກໍລະນີລະເມີດກົດໝາຍຜ່ານຊາຍແດນ. ຮັກສາ ແລະປັບປຸງກົນໄກຮ່ວມມື, ຄື: ການພົບປະສອງຝ່າຍ; ການແລກປ່ຽນຂໍ້ມູນຂ່າວສານ; ນາຍທະຫານສື່ສານ; ໂທລະສັບສາຍໂທດ່ວນ; ແກ້ໄຂກໍລະນີຢູ່ຊາຍແດນຢ່າງຮີບດ່ວນ; ການມອບ-ຮັບ, ສົ່ງຄືນ; ພົບປະແລກປ່ຽນມິດຕະພາບ; ຄັດເລືອກທູດມິດຕະພາບຫວຽດນາມ-ຈີນ; ສົມທົບກັນໂຄສະນາ, ເຜີຍແຜ່ກົດໝາຍ, ປະຕິບັດ “ເອກະສານນິຕິກໍາສາມສະບັບ” ຢ່າງເຂັ້ມງວດກ່ຽວກັບຊາຍແດນ, ດ່ານ ແລະລະບຽບການຂອງກົດໝາຍຂອງສອງຝ່າຍ.

ສອງຝ່າຍເຫັນດີເປັນເອກະພາບພ້ອມລາຍງານຂັ້ນເທິງອະນຸຍາດໃຫ້ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນ, ແລກປ່ຽນການສັງເກດ, ວິທີຈໍາແນກ, ຮັບຮູ້ເຈ້ຍປອມ, ຕັ້ງໜ້າຜັນຂະຫຍາຍການເຄື່ອນໄຫວພົບປະແລກປ່ຽນບໍາລຸງສ້າງດ້ານວິຊາການ...

ສອງຝ່າຍເຫັນດີເປັນເອກະພາບພ້ອມກັນຮ່ວມມືທົ່ວກໍາລັງສະໜັບສະໜູນກໍ່ສ້າງຂົວຂ້າມຊາຍບາດຊາດ (ຫວຽດນາມ)- Basa (ຈີນ), ກວດກາ, ຕິດຕາມກວດກາຫົວໜ່ວຍກໍ່ສ້າງຢ່າງແໜ້ນແຟ້ນເພື່ອປະຕິບັດສັນຍາຄຸ້ມຄອງການປົກປັກຮັກສາຊາຍແດນດິນຕໍ່ແຜ່ນຢ່າງເຂັ້ມງວດ.

leftcenterrightdel
ມອບນາມມະຍົດທູດມິດຕະພາບໄຕມາດທີ I ປີ 2026 ໃຫ້ສອງສະຫາຍ. ພາບ: qdnd.vn

ທີ່ການພົບປະສອງຝ່າຍ, ຫົວໜ້າຄະນະຜູ້ແທນສອງຝ່າຍໄດ້ມອບນາມມະຍົດທູດມິດຕະພາບໄຕມາດທີ I ປີ 2026. ຕໍ່ໄປນັ້ນ, ຫົວໜ້າຄະນະຜູ້ແທນຂອງສອງຝ່າຍພ້ອມກັນລົງນາມໃນເອກະສານການພົບປະເຈລະຈາໄຕມາດທີ ປີ 2026 ຕໍ່ການເປັນສັກຂີພິຍານຂອງສະມາຊິກເຂົ້າຮ່ວມການພົບປະສອງຝ່າຍ.

ໂດຍ: ໄຊນີດາ