ໃນທ່າມກາງບັນຍາກາດທີ່ເຕັມໄປດ້ວຍສີຂຽວ, ທັນສະໄໝນັ້ນ, ຄວາມຮູ້ສຶກທັງຫຼາຍໄດ້ຜຸດຂຶ້ນມາພາຍໃນຕົວຂ້ອຍ. ນັ້ນບໍ່ພຽງແຕ່ແມ່ນຄວາມເອກອ້າງທະນົງໃຈຂອງຜູ້ທີ່ມີຄວາມຜູກພັນມາຫຼາຍເດືອນປີ, ປະກອບສ່ວນເຂົ້າໃນການເຕີບໃຫຍ່ຂະຫຍາຍຕົວຂອງກຸ່ມບໍລິສັດເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ຄິດເລິກກວ່າກ່ຽວກັບຄຸນຄ່າທີ່ລຸລ່ວງ: ມູນເຊື້ອ ແລະວິທີການເຮັດວຽກຂອງທະຫານ.
ໂດຍປະຕິບັດແນວຄິດໂຮ່ຈີມິນ, ນັບແຕ່ໄດ້ກໍາເນີດ, ກອງທັບຫວຽດນາມ ຍາມໃດກໍ່ປະຕິບັດ 3 ພາລະໜ້າທີ່ເປັນຢ່າງດີ, ຄື: ກອງສູ້ຮົບ, ກອງປະຕິບັດງານ ແລະກອງອອກແຮງງານທໍາການຜະລິດ. ໃນວິວັດການນັ້ນ, Viettel ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1989, ເປັນການສືບທອດມູນເຊື້ອຂອງກອງທັບ ແລະເຫຼົ່າຮົບສື່ສານ. ຈາກກົມກອງນ້ອຍ, ພາຍຫຼັງຮັບການສ້າງຕັ້ງ ແລະເຕີບໃຫຍ່ຂະຫຍາຍຕົວ ເປັນເວລາ 37 ປີ, Viettel ໄດ້ບືນຕົວຂຶ້ນໃຫ້ກາຍເປັນກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມໃຫຍ່ທີ່ສຸດຂອງຫວຽດນາມ, ມີອິດທິພົນຊື່ສຽງໃນຕະຫຼາດສາກົນ. ເມື່ອຢ້ຽມຢາມ Viettel ໃນປີ 2022, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຢືນຢັນວ່າ: “Viettel ແມ່ນທະຫານຂອງລຸງໂຮ່; Viettel ກໍາເນີດເກີດຂຶ້ນ, ຂະຫຍາຍຕົວ, ເຕີບໃຫຍ່ ແລະດີເລີດໃນຄວາມຫຍຸ້ງຍາກ”.
ໃນການປະຕິບັດພາລະບົດບາດເປັນ “ກອງສູ້ຮົບ,” Viettel ໄດ້ກໍ່ສ້າງພື້ນຖານໂຄງລ່າງໂທລະຄົມມະນາຄົມກາຍເປັນໂຄງລ່າງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບທີ່ສຳຄັນຂອງປະເທດຊາດ, ຮັບໃຊ້ການນຳພາ, ບັນຊາຂອງພັກ, ລັດ, ກອງທັບຢ່າງມີປະສິດທິຜົນ. ເຄືອຂ່າຍຂອງ Viettel ຂະຫຍາຍໄປທົ່ວທຸກແຫ່ງ ນັບແຕ່ເຂດຕົວເມືອງໄປຈົນເຖິງເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ທະເລໝູ່ເກາະ, ປະກອບສ່ວນຮັບປະກັນການຕິດຕໍ່ສື່ສານ ແລະຢັ້ງຢືນອະທິປະໄຕຂອງປະເທດຊາດ. ຫຼາຍກົມກອງຂຶ້ນກັບ Viettel ໄດ້ຮັບນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນ; ມີຫຼາຍຜະລິດຕະພັນເຕັກໂນໂລຊີສູງໂດຍ Viettel ຄົ້ນຄວ້າ ແລະຜະລິດໄດ້ຢືນຢັນທີ່ຕັ້ງ ແລະຂະໜາດຂອງວິສາຫະກິດກອງທັບໃນຍຸກຫັນເປັນສະໄໝ.
    |
 |
|
ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພ້ອມດ້ວຍຄະນະປະຕິບັດງານຢ້ຽມຢາມວິທະຍາຄານ Viettel. ພາບ: ເລເຟືອງ |
ໃນພາລະບົດບາດເປັນ “ກອງອອກແຮງງານທໍາການຜະລິດ, Viettel ໄດ້ປະກອບສ່ວນທຳລາຍການຜູກຂາດດ້ານໂທລະຄົມມະນາຄົມ, ເຮັດໃຫ້ການບໍລິການນີ້ເຂົ້າເຖິງປະຊາຊົນໝົດທຸກຄົນ. ກຸ່ມບໍລິສັດໄດ້ຮັກສາຖານະອັນດັບໜຶ່ງໃນການປະກອບສ່ວນດ້ານງົບປະມານໃນກຸ່ມລັດວິສາຫະກິດ, ແມ່ນເຄື່ອງໝາຍໂທລະຄົມມະນາຄົມຂະໜາດໃຫຍ່ໃນພາກພື້ນ ແລະມີໜ້າຢູ່ໃນຫຼາຍຕະຫຼາດສາກົນ. ຫຼາຍກົມກອງຂຶ້ນກັບໄດ້ຮັບນາມມະຍົດວິລະຊົນແຮງງານ, ຢັ້ງຢືນປະສິດທິຜົນການຜະລິດ, ດຳເນີນທຸລະກິດຕິດພັນກັບໜ້າທີ່ປ້ອງກັນຊາດ.
ເຖິງຢ່າງໃດກໍຕາມ, ສີສັນຂອງ Viettel ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງທີ່ສຸດຜ່ານພາລະບົດບາດ “ກອງປະຕິບັດງານ”. ດ້ວຍທິດສະດີປັດຊະຍາດຳເນີນທຸລະກິດມະນຸດສະທໍາ, ໂດຍຖືລູກຄ້າແຕ່ລະຄົນຄືກັບບຸກຄົນທີ່ເປັນເອກະລັກ ແລະຕິດພັນການດໍາເນີນທຸລະກິດກັບຄວາມຮັບຜິດຊອບຕໍ່ສັງຄົມ, Viettel ຮ່ວມເດີນທາງພ້ອມກັບປະຊາຊົນໃນຂົງເຂດສາທາລະນະສຸກ, ການສຶກສາ, ການຮັບປະກັນຊີວິດສັງຄົມ. ບັນດາໂຄງການເຊັ່ນ "ຫົວໃຈໃຫ້ເດັກນ້ອຍ," "ອິນເຕີແນັດໃນໂຮງຮຽນ”, “ເພື່ອນ້ອງມັກຮຽນ”, ໜູນຊ່ວຍພໍ່ແມ່ປະຊາຊົນຢູ່ເຂດປະສົບກັບໄພທໍາມະຊາດ, ໂລກລະບາດ... ໄດ້ປະກອບສ່ວນເຮັດໃຫ້ພາບພົດຂອງວິສາຫະກິດກອງທັບທີ່ໃກ້ຊິດຕິດແທດກັບປະຊາຊົນ, ເພື່ອປະຊາຊົນສະຫວ່າງສະໄຫວຮຸ່ງແຈ້ງຂຶ້ນ.
ໃນສະພາບການນັ້ນ, ວິທະຍາຄານ Viettel ແລະ ບໍລິສັດກິລາ Viettel ແມ່ນສອງຮູບແບບດີເດັ່ນໃນການປະຕິບັດພາລະບົດບາດ “ກອງປະຕິບັດງານ”. ໃນໄລຍະເກືອບ 20 ປີຜ່ານມາ, ວິທະຍາຄານ Viettel ໄດ້ບຳລຸງສ້າງພະນັກງານ, ພາລະກອນໃຫ້ມີລະດັບຄວາມຮູ້ສູງດ້ານເຕັກໂນໂລຢີ, ການຄຸ້ມຄອງ, ການດຳເນີນທຸລະກິດນັບພັນເທື່ອຄົນ. ນີ້ແມ່ນກຳລັງຫຼັກແຫຼ່ງທີ່ເຜີຍແຜ່ວັດທະນະທຳວິສາຫະກິດ, ລະບຽບວິໄນ, ວິທີເຮັດວຽກຂອງທະຫານໃນສະພາບເສດຖະກິດຕະຫຼາດ ແລະການເຊື່ອມໂຍງເຂົ້າກັບສາກົນ. ນັກສຶກສາຄົນທີ່ຈົບຈາກຊຸດບຳລຸງກໍ່ສ້າງຊຸດຕ່າງໆໄດ້ເຕີບໃຫຍ່ ແລະດຳລົງຕໍາແໜ່ງການນຳທັງຢູ່ພາຍໃນ ແລະຕ່າງປະເທດ, ປະກອບສ່ວນຮັກສາກຳລັງແຮງ ແລະສິສັນສະເພາະຂອງ Viettel.
    |
 |
|
ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ລະດົມກໍາລັງໃຈນັກເຕະໜຸ່ມຂອງສະໂມສອນບານເຕະ ເຖກົງ - Viettel. ພາບ: ເລເຟືອງ |
ສຳລັບບໍລິສັດກິລາ Viettel, ມູນເຊື້ອດັ່ງກ່າວແມ່ນຕິດພັນກັບປະຫວັດສາດຂອງທີມບານເຕະ ເຖກົງ - ເປັນສັນຍາລັກຂອງກິລາກອງທັບ. ກວ່າ 70 ປີຜ່ານມາ, ທີມບານເຕະ ເຖກົງ ຍັງຄົງຮັກສາທິດນໍາທີ່ວ່າ: ນັກຮົບບໍ່ພຽງແຕ່ຮູ້ຕໍ່ສູ້ເທົ່ານັ້ນ, ຫາກຍັງຮູ້ປະຕິບັດງານ, ຮັບໃຊ້ປະຊາຊົນດ້ວຍຄວາມຮູ້ຄວາມສາມາດ ແລະເຈດຈໍານົງ. ດ້ວ ຜົນງານທີ່ພົ້ນເດັ່ນຫຼາຍຢ່າງ ແລະການປະກອບສ່ວນສຳຄັນໃຫ້ບານເຕະແຫ່ງຊາດ, ທີມບານເຕະ ເຖກົງ ໄດ້ກາຍເປັນຄວາມເອກອ້າງທະນົງໃຈຂອງກິລາຫວຽດນາມ.
ນັບແຕ່ປີ 2005 ເປັນຕົ້ນມາ, ທີມບານເຕະ ເຖກົງ ແມ່ນຂຶ້ນກັບ Viettel. ໃນຮູບແບບໃໝ່ນີ້, ບໍລິສັດກິລາ Viettel ໄດ້ຮັບການລົງທຶນຢ່າງມີແບບມີແຜນ ແລະເປັນມືອາຊີບ, ສຸມໃສ່ບໍາລຸງສ້າງນັກກິລາໜຸ່ມຈາກພື້ນຖານ, ສົມທົບການຝຶກຝົນຫຼໍ່ຫຼອມກິລາກັບການສຶກສາອົບຮົມດ້ານວັດທະນະທຳ ແລະລະບຽບວິໄນ. ສູນຝຶກແອບ ຮ່ວາລາກ ໄດ້ສ້າງເງື່ອນໄຂເພື່ອບໍາລຸງສ້າງນັກເຕະຢ່າງຮອບດ້ານ, ທັນສະໄໝ, ຮັກສາທາດແທ້ຄຸນສົມບັດຂອງທະຫານໃນສະພາບແວດລ້ອມກິລາທີ່ເປັນມືອາຊີບ.
ໃນຊຸມປີມໍ່ໆມານີ້, ວິທະຍາຄານ Viettel ແລະບໍລິສັດກິລາ Viettel ຍັງໄດ້ສົມທົບກັນຈັດຕັ້ງ ແລະຮັບໃຊ້ຫຼາຍເຫດການໃຫຍ່ຂອງກອງທັບ ແລະປະເທດ, ປະກອບສ່ວນແຜ່ຂະຫຍາຍຮູບພາບ Viettel ແລະຄຸນຄ່າຂອງທະຫານໃນຍຸກສັນຕິພາບ. ຜ່ານແຕ່ລະກິດຈະກຳການເຄື່ອນໄຫວ, ມູນເຊື້ອບໍ່ພຽງແຕ່ໄດ້ຮັບການຢໍ້າຄືນເທົ່ານັ້ນ, ຫາກຍັງໄດ້ຫັນເປັນລະອຽດດ້ວຍການກະທໍາທີ່ແທດຈິງ ແລະມີປະສິດທິຜົນ.
    |
 |
|
ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຮັບເສື້ອມູນເຊື້ອ ເຖກົງ - Viettel ຈາກທ່ານພົນຈັດຕະວາ ຕ່າວດຶກຖັ໋ງ, ປະທານ ທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ. ພາບ: ເລເຟືອງ |
ເມື່ອເບິ່ງຄືນໄລຍະທາງແຫ່ງການພັດທະນາ, ສາມາດເຫັນໄດ້ວ່າ ມູນເຊື້ອບໍ່ພຽງແຕ່ຢູ່ໃນຄໍາຂວັນເທ່ົານັ້ນ, ຫາກຍັງສະແດງອອກໃຫ້ເຫັນຜ່ານວິທີເຮັດວຽກປະຈໍາວັນອີກດ້ວຍ. Viettel ໄດ້ປະກອບສ່ວນເຮັດໃຫ້ພາບພົດທະຫານລຸງໂຮ່ ໃນຍຸກໃໝ່ສະຫວ່າງສະໄຫວຂຶ້ນ: ນຳໜ້າ, ມີລະບຽບວິໄນ, ມີຫົວຄິດປະດິດສ້າງ, ມະນຸດສະທຳ, ຍາມໃດກໍ່ຖືຜົນປະໂຫຍດຂອງປະເທດຊາດ ແລະປະຊາຊົນຢູ່ເໜືອກວ່າສິ່ງໃດໝົດ.
ລະດູບານໃໝ່ໄດ້ວຽນມາຢູ່ເນີນພູ ຮວ່າລາກ, ສຽງບາດຍ່າງທີ່ເປັນຈັ່ງຫວະຢູ່ສະໜາມຝຶກແອບ ແລະແສງສະຫວ່າງໃນຫ້ອງບັນຍາຍ, ລ້ວນແຕ່ເປັນສັນຍາລັກຂອງລະດູບານໃໝ່ສຳລັບມວນມະນຸດ. ຢູ່ທີ່ນັ້ນ, ສະຕິປັນຍາ, ຄວາມຮູ້, ເຈດຈໍານົງ ແລະຄວາມຫວັງຢາກອຸທິດຕົນນັ້ນແມ່ນໄດ້ຮັບການຝຶກຝົນ. ສອງວິທີ, ຄື: ບໍາລຸງສ້າງພະນັກງານ ແລະ ຝຶກແອບກິລາ - ເຖິງວ່າແມ່ນຮູບແບບທີ່ແຕກຕ່າງກັນ, ແຕ່ກໍ່ພ້ອມກັນມຸ່ງໄປເຖິງເປົ້າໝາຍອັນດຽວກັນ: ບໍາລຸງສ້າງຜູ້ຄົນຮອບດ້ານ, ເປັນຄົນດີກ່ອນທີ່ເຮັດວຽກເປັນອາຊີບ, ຮັກສາຄຸນທາດຂອງທະຫານໃນສະໄໝສັນຕິພາບ. ຕໍ່ໜ້າຍັງມີສິ່ງທ້າທາຍຫຼາຍຢ່າງ, ແຕ່ດ້ວຍພື້ນຖານຂອງມູນເຊື້ອທີ່ໄດ້ຮັບການຮັກສາໄວ້ດ້ວຍການກະທໍາລະອຽດໃນແຕ່ລະມື້, Viettel ຈະສືບຕໍ່ກ້າວໄປຂ້າງໜ້າຢ່າງໝັ້ນຄົງດ້ວຍຄວາມສາມັກຄີ, ສະຕິປັນຍາ, ຫົວຄິດປະດິດສ້າງ. ມູນເຊື້ອຂອງທະຫານ ກໍ່ຄືລະດູບານໃໝ່ ບໍ່ໄດ້ສິ້ນສຸດລົງຢູ່ທີ່ອະດີດ, ແຕ່ໄດ້ສືບຕໍ່ສ້າງຂຶ້ນດ້ວຍເຫື່ອແຮງ, ຄຸນທາດ ແລະຄວາມເຊື່ອໝັ້ນໃນປະຈຸບັນ, ເພື່ອໃຫ້ Viettel ຍາມໃດກໍ່ຢຶດໝັ້ນຕໍ່ກັບຄຸນທາດຂອງທະຫານລຸງໂຮ່ ບົນເສັ້ນທາງເຊື່ອມໂຍງ ແລະ ພັດທະນາ.
ໂດຍ: ທູຈາງ