ຂີດໝາຍດັ່ງກ່າວບໍ່ພຽງແຕ່ເປັນອານຸສອນທີ່ໜ້າຈົດຈຳຂອງນັກຂ່າວ ດັ້ງທູຮ່າ ເທົ່ານັ້ນ, ແຕ່ຍັງເປັນຄວາມເອກອ້າງທະນົງໃຈຂອງນັກຂ່າວ-ນັກຮົບລຸ້ນຕ່າງໆ, ເພາະວ່າເປັນຄັ້ງທຳອິດໃນປະຫວັດສາດ 75 ປີແຫ່ງວັນມູນເຊື້ອຂອງໜັງສືພິມກອງທັບປະຊາຊົນທີ່ມີນັກຂ່າວກາຍເປັນສະມາຊິກເຂົ້າຮ່ວມກຳລັງຮັກສາສັນຕິພາບ ສປຊ ຢ່າງເປັນທາງການ.

ເພື່ອໄດ້ຮັບກຽດອັນພິເສດນີ້, ນັກຂ່າວຍິງໄດ້ໃຊ້ເວລາ 6 ເດືອນໃນການຮໍ່າຮຽນ, ຝຶກແອບຢ່າງເຂັ້ມງວດ ແລະໜັກໜ່ວງຢູ່ກົມຮັກສາສັນຕິພາບຫວຽດນາມ. ຕອນເວັນ, ນາງ ທູຮ່າ ໄດ້ທຸ້ມເທກຳລັງ ແລະເວລາໄປກັບການຮຽນຮູ້, ກຳແໜ້ນຄວາມຮູ້ດ້ານວິຊາສະເພາະກ່ຽວກັບຂະແໜງຮັກສາສັນຕິພາບ, ກົດໝາຍສາກົນ, ກົດໝາຍມະນຸດສະທຳ, ຄວາມຮູ້ກ່ຽວກັບປະເທດ, ວັດທະນະທຳ, ຜູ້ຄົນ, ກົດໝາຍຂອງປະເທດປະຈຳຖິ່ນ. ພ້ອມກັນນັ້ນ, ຕ້ອງມີຄວາມຮູ້ເບື້ອງຕົ້ນກ່ອນການຜັນຂະຫຍາຍກ່ຽວກັບໂຄງປະກອບ, ການຈັດຕັ້ງ, ພາລະກຳ ແລະການເຄື່ອນໄຫວຂອງຄະນະປະຕິບັດງານຮັກສາສັນຕິພາບຂອງ ສປຊ; ຄວາມຮູ້ກ່ຽວກັບເພດ, ສິດທິມະນຸດ, ການປົກປ້ອງສາມັນຊົນ, ການປົກປ້ອງແມ່ຍິງ ແລະເດັກນ້ອຍ, ຕ້ານການກະທຳທີ່ໃຊ້ຄວາມຮຸນແຮງ, ຕ້ານການກໍ່ຄວາມເສຍຫາຍ ແລະລວນລາມທາງເພດ… ໄດ້ຊ່ວຍໃຫ້ນາງເຂົ້າໃຈເຖິງຄຸນຄ່າ ແລະພາລະກຳສັນຕິພາບຂອງທະຫານໝວກເບເລສີຟ້າຢ່າງເລິກເຊິ່ງ.

ໃນຕອນກາງຄືນ, ນາງຍາດເວລາຮໍ່າຮຽນ, ປັບປຸງພາສາອັງກິດເພື່ອສາມາດປະຕິບັດສໍາເລັດໜ້າທີ່ໃນສະພາບແວດລ້ອມນາໆຊາດ. ດ້ວຍທ່າທາງທີ່ວ່ອງໄວ ແລະຄວາມສາມາດດ້ານພາສາອັງກິດ, ໃນໄລຍະຝຶກແອບວິຊາສະເພາະຢູ່ກົມຮັກສາສັນຕິພາບຫວຽດນາມ, ນາງ ທູຮ່າ ຖືກສົ່ງໄປເຂົ້າຮ່ວມການບັນລະຍາຍກ່ຽວກັບບົດບາດຂອງທະຫານຍິງໃນກຳລັງຮັກສາສັນຕິພາບ ສປຊ ຢູ່ກໍາປູເຈຍ ແລະໄປເຂົ້າຮ່ວມການຝຶກອົບຮົມກ່ຽວກັບທັກສະໃນການສື່ສານມະຫາຊົນຢູ່ອິນໂດເນເຊຍ ເປັນເວລາ 1 ອາທິດ, ພາຍໃຕ້ການແນະນໍາຂອງນັກຊ່ຽວຊານປະເທດການາດາ. ພ້ອມກັນນັ້ນແມ່ນການຝຶກແອບກ່ຽວກັບແມ່ຍິງກອງທັບ ແລະສັນຕິພາບ. ຢູ່ທີ່ນີ້, ນາງໄດ້ມີໂອກາດແລກປ່ຽນ ແລະເຮັດວຽກໂດຍກົງກັບນັກຊ່ຽວຊານຂອງ ສປຊ ແລະນັກສໍາມະນາກອນເກືອບ 40 ຄົນທີ່ມາຈາກ 15 ປະເທດໃນໂລກ.

leftcenterrightdel
ທ່ານນາງ ພັນໂທ ດັ້ງທູຮ່າ (ເບື້ອງຊ້າຍ) ໃນວັນຮັບຂໍ້ຕົກລົງຂອງປະທານປະເທດໃຫ້ແກ່ພົນທະຫານ ໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ. ພາບ: ຕວ໊ນຮຸຍ

ຫຼັກສູດການຝຶກແອບນັບແຕ່ທິດສະດີຈົນຮອດການປະຕິບັດລ້ວນແຕ່ມຸ່ງໄປເຖິງຈິດໃຈຕໍ່ສູ້ທີ່ແທ້ຈິງ, ຮຽກຮ້ອງໃຫ້ນັກສໍາມະນາກອນຕ້ອງມີໄຫວພິບ, ມີຫົວຄິດປະດິດສ້າງນໍາໃຊ້ຄວາມຮູ້ທີ່ໄດ້ຮຽນມາເພື່ອແກ້ໄຂກໍລະນີທີ່ເກີດຂຶ້ນຢູ່ພື້ນທີ່ຕົວຈິງ, ໃນສະພາບແວດລ້ອມທີ່ມີການປະທະກັນສັບສົນ ແລະອັນຕະລາຍ. ນັບທັງການຂັບລົດໄປສະໜາມ, ຊ່ວຍເຫຼືອຄົນເຈັບຢູ່ສະໜາມຮົບລະດັບ 1 ກໍ່ແມ່ນສິ່ງທ້າທາຍຫຼາຍສຳລັບທະຫານຊາຍຫຼາຍຄົນ, ແຕ່ນາງ ທູຮ່າ ຍັງຢຶດໝັ້ນຝຶກແອບ. ຍ້ອນວ່າການຂັບລົດຢູ່ຄະນະປະຕິບັດງານ, ບໍ່ພຽງແຕ່ເປັນການເຄື່ອນຍ້າຍເທົ່ານັ້ນ ຫາກຍັງແມ່ນທັກສະໃນການເອົາຊີວິດລອດອີກດ້ວຍບໍ່ວ່າຈະເປັນທະຫານໝວກເບເລສີຟ້າຄົນໃດ.

ໃນຈຳນວນພົນທະຫານ 4 ຄົນທີ່ໄດ້ສົ່ງໄປເຂົ້າຮ່ວມກຳລັງຮັກສາສັນຕິພາບ ສປຊ ໃນປີ 2026, ທ່ານນາງ ພັນໂທ ດັ້ງທູຮ່າ ໄດ້ຮັບການແຕ່ງຕັ້ງໃຫ້ໄປແທນທ່ານນາງ ຮ້ອຍເອກ ຫງວຽນຮວ່ຽນແອັງ, ດຳລົງຕຳແໜ່ງເປັນພົນທະຫານປະຊາສຳພັນທາງການທະຫານ (ຫຼືເອີ້ນວ່າ ທະຫານສື່ມວນຊົນ - MPIO) ຢູ່ຄະນະປະຕິບັດງານ MINUSCA (ສາທາລະນະລັດ ອາຟະລິກາກາງ). MPIO ຢູ່ຄະນະປະຕິບັດງານ ສປຊ ບໍ່ພຽງແຕ່ບັນທຶກຄືນເຫດການເທົ່ານັ້ນ ຫາກຍັງເປັນ “ຂົວເຊື່ອມຕໍ່” ລະຫວ່າງກໍາລັງຮັກສາສັນຕິພາບກັບປະຊາຄົມສາກົນ, ຄົນທ້ອງຖິ່ນເດີມ ແລະແນວຫຼັງທີ່ຢູ່ບ້ານເກີດເມືອງນອນ. ໜ້າທີ່ຂອງ MPIO ຜູ້ໜຶ່ງແມ່ນເປັນເຈົ້າການກໍາແໜ້ນຂໍ້ມູນຂ່າວສານເພື່ອເປັນເສນາທິການໃຫ້ຜູ້ບັນຊາການກ່ຽວກັບວຽກງານພົວພັນຕ່າງປະເທດ ແລະການແກ້ໄຂການສື່ສານ, ສື່ມວນຊົນ, ປະກອບສ່ວນສໍາຄັນເຂົ້າໃນການຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຜ່ານກຳລັງແຮງຂອງຂໍ້ມູນຂ່າວສານຢ່າງເປັນທາງການ.

ກ່ອນຈະອອກເດີນທາງໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ MINUSCA ໃນວັນທີ 6 ມັງກອນ 2026, ທ່ານນາງພັນໂທ ດັ້ງທູຮ່າ ບໍ່ອາດປິດບັງຄວາມຮູ້ສຶກ, ຄວາມເອກອ້າງທະນົງໃຈຂອງຕົນ, ເມື່ອໄດ້ຮັບການຄັດເລືອກໃຫ້ເປັນຜູ້ຕາງໜ້າຂອງໜັງສືພິມກອງທັບປະຊາຊົນໄປເຂົ້າຮ່ວມຖັນແຖວ “ຫວ່ານເມັດພືດ” ແຫ່ງສັນຕິພາບຂອງ ສປຊ.

ທ່ານນາງ ພັນໂທ ດັ້ງທູຮ່າ ສະແດງຄວາຄິດເຫັນວ່າ: “ໃນໃຈ, ຂ້າພະເຈົ້າຍາມໃດກໍ່ຮູ້ບຸນຄຸນການນຳ, ຜູ້ບັນຊາການ ແລະອ້າຍເອື້ອຍນ້ອງເພື່ອນຮ່ວມອາຊີບຢູ່ ໜັງສືພິມກອງທັບປະຊາຊົນທີ່ໄດ້ໃຫ້ຄວາມຮັກແພງ ແລະສ້າງເງື່ອນໄຂສະດວກເພື່ອໃຫ້ຂ້າພະເຈົ້າໄປປະຕິບັດໜ້າທີ່ໃໝ່. ສືບທອດມູນເຊື້ອຄອບຄົວ, ມູນເຊື້ອ 75 ປີ ໜັງສືພິມນັກຮົບວິລະຊົນສອງຄັ້ງ ແລະມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນຫວຽດນາມ, ຂ້າພະເຈົ້າຈະມານະພະຍາຍາມຝຶກຝົນຫຼໍ່ຫຼອມ, ສູ້ຊົນ, ປະຕິບັດສໍາເລັດບົດບາດ, ໜ້າທີ່, ຄວາມຮັບຜິດຊອບຂອງພົນທະຫານຢູ່ ຄະນະປະຕິບັດງານ MINUSCA ໃຫ້ສໍາເລັດ.

ໃນຖານະເປັນພົນທະຫານຫວຽດນາມ, MPIO ຍັງແບກຫາບພາລະກຳການທູດວັດທະນະທຳ, ປະກອບສ່ວນຢືນຢັນຄຸນທາດ, ສະຕິປັນຍາ, ຄຸນສົມບັດອັນສູງສົ່ງຂອງທະຫານລຸງໂຮ່ ໃນຍຸກສະໄໝໃໝ່ ແລະຫວຽດນາມ ຮັກຫອມສັນຕິພາບ, ເປັນມິດ, ມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ. ມາຮັບໜ້າທີ່ໃໝ່ຢູ່ຄະນະປະຕິບັດງານ MINUSCA, ຂ້າພະເຈົ້າໄດ້ນໍາເອົາຄວາມເປັນເຈົ້າການ, ການກຽມພ້ອມດ້ວຍຄວາມຮູ້ ແລະບົດຮຽນກ່ຽວກັບສື່ມວນຊົນ ກໍ່ຄືຄວາມຮູ້ກ່ຽວກັບການຮັກສາສັນຕິພາບທີ່ຫາກໍ່ໄດ້ຮັບການຝຶກຝົນມາ. ຂ້າພະເຈົ້າຮັບໜ້າທີ່ນີ້ດ້ວຍຄວາມຄາດຫວັງຢາກອຸທິດຕົນເພື່ອພາລະກຳສັນຕິພາບ”.

ໂດຍ: ເຈິ່ນຮວ່ຽນ