ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ເຂົ້າຮ່ວມພິທີປຸກລະດົມປູກຕົ້ນໄມ້ທີ່ກອງບັນຊາການນະຄອນຫຼວງຮ່າໂນ້ຍ
ກປ.ອອນໄລ - ຕອນເຊົ້າວັນທີ 22 ກຸມພາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ແລະກະຊວງຕໍາຫຼວດຫວຽດນາມ ໄດ້ຈັດຕັ້ງພິທີປຸກລະດົມ “ບຸນເຕັດປູກຕົ້ນໄມ້ຮູ້ບຸນຄຸນລຸງໂຮ່ ຕະຫຼອດໄປ” ລະດູບານໃໝ່ປີມ້າເມຍ 2026.
ພິທີປຸກລະດົມໄດ້ຈັດຢູ່ສະຖານທີ່ 4 ແຫ່ງ, ຄື: ບໍລິເວນໂຄງການກິດຈະກໍາກໍ່ສ້າງຫໍພິພິທະພັນພັກກອມມູນິດຫວຽດນາມ; ກອງພັນໃຫຍ່ 692 (ກອງພົນ 301, ກອງບັນຊາການນະຄອນຫຼວງຮ່າໂນ້ຍ); ສໍານັກງານຕຳຫຼວດຕາແສງຮ່າດົງ (ຕຳຫຼວດນະຄອນຮ່າໂນ້ຍ); ແລະຕາແສງດົງແອັງ (ຮ່າໂນ້ຍ). ທ່ານພົນເອກ ຫງວຽນຈ້ອງເຫງ້ຍ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງ ໄດ້ເຂົ້າຮ່ວມພິທີປຸກລະດົມທີ່ກົມກອງພັນໃຫຍ່ 692.
    |
 |
|
ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ພ້ອມດ້ວຍຜູ້ແທນປູກຕົ້ນໄມ້ທີ່ສະໜາມຝຶກແອບຂອງກອງພັນໃຫຍ່ 692, ກອງພົນ 301, ກອງບັນຊາການນະຄອນຫຼວງຮ່າໂນ້ຍ. ພາບ: qdnd.vn |
    |
 |
|
ພະນັກງານ, ນັກຮົບກອງບັນຊາການນະຄອນຫຼວງຮ່າໂນ້ຍ ເຂົ້າຮ່ວມປູກຕົ້ນໄມ້. ພາບ: qdnd.vn |
ໄລຍະ 2021-2025, ບັນດາກົມກອງຂຶ້ນກັບກອງບັນຊາການນະຄອນຫຼວງຮ່າໂນ້ຍ ໄດ້ຕັ້ງໜ້າລະດົມທຸກແຫຼ່ງກຳລັງ ແລະຜັນຂະຫຍາຍປູກຕົ້ນໄມ້ຊະນິດຕ່າງໆເກືອບ 70.000 ຕົ້ນ, ບັນລຸ 103% ຂອງແຜນການ. ໃນຂະບວນການປູກຕົ້ນໄມ້ປີນີ້, ບັນດາອົງການ, ກົມກອງຂຶ້ນກັບກອງບັນຊາການນະຄອນຫຼວງຮ່າໂນ້ຍ ຈະປູກຕົ້ນໄມ້ເກືອບ 7.000 ຕົ້ນ, ໃນນັ້ນມີຕົ້ນໄມ້ໃຫ້ໄມ້ ແລະ ຕົ້ນໄມ້ກິນໝາກ. ທີ່ກອງພັນໃຫຍ່ 692, ພາຍຫຼັງພິທີປຸກລະດົມ, ພະນັກງານ, ນັກຮົບຂອງກົມກອງ ໄດ້ປູກຕົ້ນໄມ້ເກືອບ 2.000 ຕົ້ນ ໃນເນື້ອທີ່ປະມານ 4 ເຮັກຕາ. ໃນຊຸມປີມໍ່ໆມານີ້, ສຳລັບກໍາລັງປະກອບອາວຸດນະຄອນຫຼວງຮ່າໂນ້ຍ, ການປູກຕົ້ນໄມ້ ແລະປູກປ່າໄມ້ບໍ່ພຽງແຕ່ປະກອບສ່ວນປົກປັກຮັກສາສິ່ງແວດລ້ອມນິເວດ ແລະຕ້ານການຫັນປ່ຽນຂອງດິນຟ້າອາກາດເທົ່ານັ້ນ, ຫາກຍັງແມ່ນການເຄື່ອນໄຫວແທດຈິງເພື່ອສ້າງທັດສະນີຍະພາບ, ຄ້າຍທະຫານສີຂຽວ, ສະອາດ, ສວຍງາມ, ສ້າງສະພາບແວດລ້ອມແຫ່ງການດໍາລົງຊີວິດ, ຮໍ່າຮຽນ, ປະຕິບັດວຽກງານ ແລະຝຶກຝົນຫຼໍ່ຫຼອມທີ່ປອດໄສ ໃຫ້ແກ່ພະນັກງານ, ນັກຮົບອີກດ້ວຍ.
ໂດຍ: ທູຈາງ