ທີ່ມະຫາວິທະຍາໄລ ວັດທະນະທຳສິລະປະກອງທັບ (ສາຂາຮວ່າລາກ), ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ກວດກາວຽກງານກໍ່ສ້າງໂຄງການໂຮງລະຄອນສິລະປະ. ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ເນັ້ນໜັກຮຽກຮ້ອງຕ້ອງຍູ້ໄວຄວາມຄືບໜ້າຂອງໂຄງການ, ສູ້ຊົນປະຕິບັດສໍາເລັດແຜນການ, ຕອບສະໜອງຄວາມຕ້ອງການຮັບໃຊ້ບັນດາເຫດການການເມືອງທີ່ສໍາຄັນ, ວັນບຸນໃຫຍ່ຂອງໂຮງຮຽນ ແລະຂອງກອງທັບ.

leftcenterrightdel
ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ມອບຂອງຂວັນໃຫ້ມະຫາວິທະຍາໄລ ວັດທະນະທໍາສິລະປະກອງທັບ. ພາບ: qdnd.vn

ໂດຍໄດ້ຮັບຝັງການລາຍງານ, ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ຕີລາສູງວິໄສທັດການວາງແຜນສາຂາ ຮວ່າລາກ ຂອງຄະນະພັກ, ຄະນະອະທິການບໍດີໂຮງຮຽນ; ແລະຢືນຢັນນີ້ແມ່ນເຂດຈຸດສຸມ, ມີຄວາມສາມາດບົ່ມຊ້ອນພັດທະນາຫຼາຍຢ່າງ, ຮັກສາບົດບາດສໍາຄັນໃນຂົງເຂດວັດທະນະທໍາເວົ້າລວມ, ວັດທະນະທໍາກອງທັບເວົ້າສະເພາະ; ທ່ານຮຽກຮ້ອງໂຮງຮຽນຊາບຊຶມມະຕິຂອງພັກວ່າດ້ວຍການສ້າງຄຸນຄ່າແຫ່ງຊາດໃຫ້ເລິກເຊິ່ງ, ຄຸນຄ່າຄອບຄົວ ແລະມາດຕະຖານຊາວຫວຽດນາມ ເຂົ້າວຽກງານບໍາລຸງສ້າງ, ສິດສອນ.

ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ຮຽກຮ້ອງໃຫ້ໂຮງຮຽນສຸມໃສ່ເຂົ້າໃນການສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ເພື່ອຮັບໃຊ້ໜ້າທີ່ຕ່າງໆໃນໄລຍະໃໝ່; ເອົາໃຈໃສ່ເປັນສໍາຄັນບໍາລຸງສ້າງພະນັກງານຄຸ້ມຄອງວັດທະນະທໍາຮາກຖານ;...

ເນື່ອງໃນບຸນເຕັດ, ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ອວຍພອນພະນັກງານ, ອາຈານ, ສໍາມະນາກອນມະຫາວິທະຍາໄລວັດທະນະທໍາສິລະປະກອງທັບ ຕ້ອນຮັບປີໃໝ່ທີ່ສົດໃສ, ປອດໃສ, ປອດໄພ, ປະຢັດ; ພ້ອມທັງຮຽກຮ້ອງໃຫ້ໂຮງຮຽນຮັກສາລະບອບເວນຍາມກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ເບິ່ງແຍງດູແລຊີວິດທາງດ້ານວັດທຸ, ຈິດໃຈພະນັກງານ, ອາຈານ, ສໍາມະນາກອນ;...

leftcenterrightdel
ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ມອບຂອງຂວັນໃຫ້ສາງ K38. ພາບ: qdnd.vn

ຕໍ່ຈາກນັ້ນ, ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ໄປຢ້ຽມຢາມ, ມອບຂອງຂວັນ, ອວຍພອນບຸນເຕັດໃຫ້ແກ່ພະນັກງານ, ນັກຮົບສາງ K38. ທ່ານຊົມເຊີຍ ກົມກອງທີ່ໄດ້ກະກຽມວຽກງານຕ້ອນຮັບບຸນເຕັດໃຫ້ທະຫານຢ່າງລອບຄອບຖີ່ຖ້ວນ; ຮັກສາເພີ່ມການຜະລິດ,... ອວຍພອນບຸນເຕັດໃຫ້ພະນັກງານ, ນັກຮົບກົມກອງ, ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ປາດຖະໜາຢາກພະນັກງານ, ນັກຮົບແຕ່ລະຄົນສືບຕໍ່ເສີມຂະຫຍາຍຄຸນທາດທະຫານລຸງໂຮ່, ຄວາມສາມັກຄີ, ແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ;...

ເນື່ອງໃນໂອກາດນີ້, ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ໄດ້ມອບຂອງຂວັນບຸນເຕັດ, ລະດົມກໍາລັງໃຈໃຫ້ພະນັກງານ, ອາຈານ, ສໍາມະນາກອນ, ຜູ້ອອກແຮງງານ, ນັກຮົບບັນດາກົມກອງຕ້ອນຮັບບຸນເຕັດທີ່ສົດໃສ, ປອດໃສ, ປອດໄພ, ປະຢັດ, ພ້ອມທີ່ຈະຮັບ ແລະປະຕິບັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ.

ໂດຍ: ໄຊນີດາ