leftcenterrightdel
ທ່ານພົນຈັດຕະວາ ຫວູແທ່ັງວັນ, ຫົວໜ້າກົມພົວພັນຕ່າງປະເທດ ກ່າວຄໍາເຫັນທີ່ການພົບປະສັງສັນ. ພາບ: qdnd.vn

ກ່າວຄຳເຫັນທີ່ການພົບປະສັງສັນ, ທ່ານພົນຈັດຕະວາ ຫວູແທ່ັງວັນ, ຫົວໜ້າກົມພົວພັນຕ່າງປະເທດ ໄດ້ສະແດງຄວາມຂອບໃຈພະນັກງານທີ່ມາຈາກອົງການຕາງໜ້າປ້ອງກັນຊາດ-ການທະຫານບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ ປະຈໍາ ຫວຽດນາມ, ບັນດາອົງການ, ກົມກອງພາຍໃນກະຊວງປ້ອງກັນປະເທດ ທີ່ໄດ້ຮ່ວມເດີນທາງ, ສົມທົບກັນຢ່າງແໜ້ນແຟ້ນກັບກົມພົວພັນຕ່າງປະເທດໃນການປະຕິບັດໜ້າທີ່.

leftcenterrightdel
ບັນຍາກາດທີ່ການພົບປະສັງສັນ. ພາບ: qdnd.vn

ກົມພົວພັນຕ່າງປະເທດ ປາດຖະໜາວ່າ ສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ສະໜັບສະໜູນ, ການສົມທົບຢ່າງແໜ້ນແຟ້ນ, ອາລົມຈິດ ແລະຄວາມສາມັກຄີອັນລ້ຳຄ່າຈາກອົງການຕາງໜ້າປ້ອງກັນຊາດ, ການທະຫານບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ ປະຈໍາ ຫວຽດນາມ ພ້ອມກັບບັນດາອົງການ, ກົມກອງທີ່ຂຶ້ນກັບກະຊວງປ້ອງກັນປະເທດຫວຽດນາມ; ພ້ອມທັງ, ສະແດງຄວາມເຊື່ອໝັ້ນຈະປະຕິບັດໜ້າທີ່ການທູດປ້ອງກັນຊາດ, ການທູດທະຫານຢ່າງມີໄຊ, ປະກອບສ່ວນຮັກສາ, ປັບປຸງ, ພັດທະນາການພົວພັນທາງການທູດ ແລະການພົວພັນເພື່ອນມິດຂອງຫວຽດນາມ ກັບບັນດາປະເທດໃນປະຊາຄົມສາກົນ.

leftcenterrightdel
ຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn

ຕີລາຄາສູງຄວາມເປັນມືອາຊີບ ແລະຈິດໃຈຄວາມຮັບຜິດຊອບຂອງກອງທັບປະຊາຊົນຫວຽດນາມ, ຫົວໜ້າຄະນະທູດທະຫານຈາກບັນດາປະເທດ ຢືນຢັນວ່າ ກອງທັບປະຊາຊົນຫວຽດນາມ ໄດ້ສວມບົດບາດປະຫວັດສາດໃນພາລະກິດປົກປັກຮັກສາເອກະລາດແຫ່ງຊາດ ແລະສືບຕໍ່ປະກອບສ່ວນຢ່າງມີຄວາມຮັບຜິດຊອບຕໍ່ກັບຄວາມໝັ້ນຄົງຂອງພາກພື້ນ ແລະທ່ົວໂລກໃນປະຈຸບັນ.

ໂດຍ: ທູຈາງ