ທ່ານພັນເອກພິເສດ ເຈິ່ນງວຽນກີ້ ຮອງຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງລາຍເຈົາ, ຫົວໜ້າການລາດຕະເວນຮ່ວມຝ່າຍ ຫວຽດນາມ ແລະທ່ານ Nie Faquan, ຮອງຫົວໜ້າກອງຄຸ້ມຄອງຊາຍແດນ Honghe, ຫົວໜ້າການລາດຕະເວນຝ່າຍ ຈີນ ເຂົ້າຮ່ວມພິທີ. 

leftcenterrightdel
ບັນຍາກາດພິທີເລີ່ມການລາດຕະເວນຊາຍແດນຮ່ວມ ປີ 2026. ພາບ: qdnd.vn

ຕາມນັ້ນແລ້ວ, ທີ່ດ່ານຊາຍແດນ ມາລູທາງ - Jinshuihe, ສອງຝ່າຍ ໄດ້ຈັດຕັ້ງພິທີເລີ່ມການລາດຕະເວນຊາຍແດນຮ່ວມ ປີ 2026; ພ້ອມທັງເຫັນດີເປັນເອກະພາບຕໍ່ຄໍາເຫັນລາດຕະເວນຮ່ວມ ແລະແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການຄຸ້ມຄອງຊາຍແດນ ໃນໄລຍະມໍ່ໆມານີ້.

leftcenterrightdel
ທ່ານພັນເອກພິເສດ ເຈິ່ນງວຽນກີ້, ຮອງຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງລາຍເຈົາ ມອບຊໍ່ດອກໄມ້ໃຫ້ທ່ານ Nie Faquan, ຮອງຫົວໜ້າກອງຄຸ້ມຄອງຊາຍແດນ Honghe (ຈີນ). ພາບ: qdnd.vn

ດໍາເນີນການລາດຕະເວນຮ່ວມຄັ້ງນີ້ ໂດຍຝ່າຍກອງບັນຊາການທະຫານຊາຍແດນແຂວງລາຍເຈົາ ເປັນເຈົ້າພາບຈັດຕັ້ງ. ແຕ່ລະຝ່າຍສ້າງຕັ້ງ 4 ໜ່ວຍລາດຕະເວນທາງບົກ ແລະແລກປ່ຽນ 2 ໜ່ວຍນາຍທະຫານສື່ສານ ລວມມີ 4 ຄົນ ຜັນຂະຫຍາຍການລາດຕະເວນຮ່ວມ ຢູ່ເຂດຊາຍແດນ ແຕ່ຫຼັກໝາຍຊາຍແດນ ທີ 17 ເຖິງຫຼັກໝາຍຊາຍແດນທີ 71 (ຊາຍແດນ ຫວຽດນາມ-ຈີນ).

ໃນເວລາລາດຕະເວນ, ສອງຝ່າຍ ໄດ້ລະດົມຈໍານວນ 4 ໜ່ວຍ ດ້ວຍພະນັກງານ, ນັກຮົບເຂົ້າຮ່ວມ 64 ເທື່ອຄົນ, ນໍາໃຊ້ພາຫະນະ 6 ເທື່ອຄັນ, ສົມທົບກັບການແຈກໃບປິວໂຄສະນາ, ສຶກສາອົບຮົມ 300 ກວ່າໃບໃຫ້ແກ່ປະຊາຊົນຈໍານວນ 300 ເທື່ອຄົນຢູ່ເຂດຊາຍແດນ, ລວມໄລຍະທາງລາດຕະເວນ ທັງໝົດແມ່ນ 150 ກວ່າກິໂລແມັດ.

leftcenterrightdel
ໜ່ວຍລາດຕະເວນ ທີ 2 ປະຕິບັດພິທີທັກທາຍກັນຢູ່ເຂດຊາຍແດນ. ພາບ: qdnd.vn

ສິ້ນສຸດການລາດຕະເວນຮ່ວມ, ສອງຝ່າຍ ໄດ້ເຫັນດີຖືວ່າ ການເຄື່ອນໄຫວລາດຕະເວນຮ່ວມ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ, ບັນລຸປະສິດທິຜົນ ແລະຈຸດປະສົງທີ່ວາງອອກ; ພ້ອມທັງເປັນເອກະພາບຕໍ່ບັນດາເນື້ອໃນສົມທົບວຽກງານໃນໄລຍະຈະມາເຖິງ ເຊັ່ນ: ຮັກສາການແຈ້ງຂໍ້ມູນທີ່ກ່ຽວຂ້ອງເຖິງຊາຍແດນ ຜ່ານການແລກປ່ຽນຈົດໝາຍ, ໂທລະສັບສາຍດ່ວນ... ເພື່ອແນໃສ່ສົມທົບກັນແກ້ໄຂບັນດາກໍລະນີ ຢ່າງທັນການ.

ໂດຍ: ໄຊຊະນະ