ທີ່ການກວດຜ່ານ, ບັນດາອົງການ ແລະກົມກອງທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ ໄດ້ປະກອບຄໍາເຫັນກ່ຽວກັບເນື້ອໃນຈັດພິທີເປີດ, ເພື່ອແນໃສ່ຮັບປະກັນເຫດການດໍາເນີນໄປຢ່າງສະຫງ່າຜ່າເຜີຍ.

ທ່ານພົນໂທ ຟູ່ງສີເຕີນ ຍ້ອງຍໍຊົມເຊີຍພະນັກງານ, ນັກຮົບພ້ອມກັບອົງການ, ກົມກອງໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ, ປະກອບສ່ວນນໍາມາເຊິ່ງໝາກຜົນທີ່ດີງາມ ແລະຜົນສໍາເລັດໃຫ້ການກວດຜ່ານ. ຕາມທ່ານພົນໂທ ຟຸ່ງສີເຕີນ ແລ້ວ, ວຽກງານກະກຽມໃຫ້ແກ່ພິທີເປີດຕ້ອງໄດ້ດໍາເນີນຢ່າງພຽງພໍ, ລອບຄອບຖີ່ຖ້ວນຈາກກໍາລັງ, ພາຫະນະ, ໂສ້ງເສື້ອຕະຫຼອດຮອດເນື້ອໃນແຜນການບໍລິຫານ. ທ່ານພົນໂທ ຟຸ່ງສີເຕີນ ໄດ້ຖອດຖອນບົດຮຽນຢູ່ກັບທີ່ໃຫ້ບັນດາອົງການ, ກົມກອງກ່ຽວກັບເນື້ອໃນທີ່ກ່ຽວຂ້ອງເຖິງວຽກງານຈັດຕັ້ງ, ການຕ້ອນຮັບ, ປະດັບປະດາ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ...

leftcenterrightdel
ທ່ານພົນໂທ ຟູ່ງສີເຕີນ ເປັນປະທານການກວດຜ່ານພິທີເປີດການຝຶກຊ້ອມ VINBAX 2025. ພາບ: ງອັກທື

ທ່ານພົນໂທ ຟູ່ງສີເຕີນ ໄດ້ຕີລາຄາສູງບັນດາອົງການ ແລະກົມກອງຕ່າງໆທີ່ໄດ້ເສີມຂະຫຍາຍຄວາມຮັບຜິດຊອບ, ມີຄວາມຕັ້ງໜ້າ ແລະເປັນເຈົ້າການໃນການກະກຽມໃຫ້ແກ່ການຝຶກຊ້ອມ VINBAX 2025; ສະເໜີໃຫ້ບັນດາກໍາລັງຕ້ອງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ກວດກາຄືນຄັ້ງສຸດທ້າຍວຽກງານກະກຽມກ່ຽວກັບທຸກດ້ານເພື່ອພິທີເປີດການຝຶກຊ້ອມ VINBAX 2025 ດໍາເນີນໄປຢ່າງສະຫງ່າຜ່າເຜີຍ ແລະປະສົບຜົນສໍາເລັດ.

ສືບຕໍ່ຜົນສຳເລັດຂອງ VINBAX-2024 ຢູ່ປະເທດອິນເດຍ, VINBAX-2025 ແມ່ນການຝຶກຊ້ອມສອງຝ່າຍ ຄັ້ງທີ 4 ກ່ຽວກັບການຮັກສາສັນຕິພາບ ສະຫະປະຊາຊາດລະຫວ່າງກອງທັບ ຫວຽດນາມ-ອິນເດຍ, ມີຄວາມໝາຍສໍາຄັນ, ແທດຈິງ, ປະກອບສ່ວນຮັດແໜ້ນນໍ້າໃຈມິດຕະພາບ, ຄວາມສາມັກຄີ, ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດທີ່ດີງາມລະຫວ່າງຫວຽດນາມ ແລະອິນເດຍ ໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.

ໂດຍ: ໄຊນີດາ