ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາອົງການ, ກົມກອງທີ່ຂຶ້ນກັບຄະນະຊີ້ນໍາກະຊວງປ້ອງກັນປະເທດກ່ຽວກັບການຕ້ານການຂຸດຄົ້ນ IUU ໄດ້ລາຍງານກ່ຽວກັບວຽກງານຕ້ານການຂຸດຄົ້ນ IUU ໃນໄລຍະຜ່ານມາ ແລະທິດທາງປະຕິບັດໜ້າທີ່ນັບແຕ່ນີ້ຮອດວັນທີ 30 ພະຈິກ 2025. ຕາມນັ້ນແລ້ວ, ບັນດາກໍາລັງກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ ໄດ້ຜັນຂະຫຍາຍບັນດາໜ້າທີ່ ທີ່ໄດ້ຮັບມອບໝາຍຕາມການຊີ້ນໍາຂອງນາຍົກລັດຖະມົນຕີ; ການນໍາກະຊວງປ້ອງກັນປະເທດ ແລະການນໍາກົມໃຫຍ່ເສນາທິການ, ຫົວໜ້າຄະນະຊີ້ນໍາກະຊວງປ້ອງກັນປະເທດກ່ຽວກັບການຕ້ານການຂຸດຄົ້ນ IUU ຢ່າງຄົບຊຸດ ແລະຂ້ຽວຂາດ.

ຈັດຕັ້ງຄະນະປະຕິບັດງານກວດກາການປະຕິບັດໜ້າທີ່ຕ້ານການຂຸດຄົ້ນ IUU ຂອງທະຫານຊາຍແດນແຂວງອານຢາງ ແລະຕໍາຫຼວດທະເລ ເຂດ 4; ກົມສູ້ຮົບ (ກົມໃຫຍ່ເສນາທິການ), ກອງບັນຊາການທະຫານຊາຍແດນ, ກອງບັນຊາການຕໍາຫຼວດທະເລ ໄດ້ຈັດສົ່ງພະນັກງານເຂົ້າຮ່ວມຄະນະປະຕິບັດງານຂອງຄະນະຊີ້ນໍາແຫ່ງຊາດກ່ຽວກັບການຕ້ານການຂຸດຄົ້ນ IUU ໄປກວດກາຢູ່ແຂວງແທງຮວາ. ກະຊວງປ້ອງກັນປະເທດສືບຕໍ່ຮັກສາກຳປັ່ນ 46 ລໍາ ທີ່ປະຈໍາການຢູ່ເຂດທະເລ ແລະ 3 ກອງກຳປັ່ນອີກ ເພື່ອປະຕິບັດໜ້າທີ່ລາດຕະເວນ ແລະຄວບຄຸມການຕ້ານການຂຸດຄົ້ນ IUU ຕະຫຼອດ 24/24 ຊົ່ວໂມງ ຢູ່ບັນດາເຂດທະເລຕິດຈອດກັນ...

leftcenterrightdel
ທ່ານພົນຕີ ເລກວາງດ້າວ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຫົວໜ້າຄະນະຊີ້ນໍາກະຊວງປ້ອງກັນປະເທດກ່ຽວກັບການຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກໍານົດ (IUU) ເປັນປະທານກອງປະຊຸມ. ພາບ: qdnd.vn

ເພື່ອປະຕິບັດຄວາມຕັດສິນໃຈຍົກເລີກ “ບັດເຫຼືອງ” ຂອງຄະນະກຳມະການເອີລົບ ສໍາລັບສິນໃນນໍ້າທີ່ສົ່ງອອກຂອງຫວຽດນາມ ໃນເດືອນ ພະຈິກ 2025, ທ່ານພົນຕີ ເລກວາງດ້າວ ໄດ້ຮຽກຮ້ອງໃຫ້ບັນດາອົງການ, ກົມກອງກ່ຽວຂ້ອງຄົ້ນຄວ້າ, ເປັນເສນາທິການໃຫ້ຂັ້ນເທິງເພື່ອອະນຸມັດຜ່ານວິທີການນໍາໃຊ້ເຮືອບິນກອງທັບ ເພື່ອປະຕິບັດໜ້າທີ່ລາດຕະເວນ ແລະຄວບຄຸມ; ພ້ອມກັນນັ້ນ, ສືບຕໍ່ຄົ້ນຄວ້າເພີ່ມທະວີຈຳນວນກຳປັ່ນລາດຕະເວນ; ກວດກາຄືນການຈັດກຳລັງປະຈໍາການຢູ່ທະເລຢ່າງສົມເຫດສົມຜົນ ແລະມີປະສິດທິຜົນທີ່ສຸດ. ທະຫານຊາຍແດນ ສືບຕໍ່ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະບັນດາກຳລັງກ່ຽວຂ້ອງຢູ່ທ້ອງຖິ່ນ ເພື່ອຈັດຕັ້ງການຄວບຄຸມກຳປັ່ນເຂົ້າ-ອອກທ່າກຳປັ່ນຢ່າງເຂັ້ມງວດ; ຍົກສູງປະສິດທິຜົນການນຳໃຊ້ຊອັບແວຄຸ້ມຄອງຂໍ້ມູນກຳປັ່ນຫາປາໃໝ່ໂດຍກຸ່ມບໍລິສັດອຸດສາຫະກຳ-ຄົມມະນາຄົມກອງທັບ (Viettel) ສະໜອງເພື່ອຄຸ້ມຄອງກຳປັ່ນຫາປາຢູ່ທ່າກຳປັ່ນ ກໍ່ຄືໃນໄລຍະທີ່ເຄື່ອນໄຫວຢູ່ທະເລໃຫ້ດີກວ່າເກົ່າ...

ໂດຍ: ທູຈາງ