ກ່ຽວກັບວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນໍ້າຖ້ວມ, ກະຊວງປ້ອງກັນປະເທດໄດ້ລະດົມພະນັກງານ, ນັກຮົບ 3.200 ກວ່າຄົນ ແລະພາຫະນະ 111 ຄັນ ເພື່ອຊ່ວຍເຫຼືອປະຊາຊົນເຮັດອະນາໄມ, ສ້ອມແປງໂຮງຮຽນ 8 ແຫ່ງ, ສຸສານ,  ວິຫານນັກຮົບເສຍສະຫຼະຊີວິດເພື່ອຊາດ 7 ແຫ່ງ ຢູ່ນະຄອນເຫວ້; ເຮັດອະນາໄມເສັ້ນທາງຄົມມະນາຄົມ 38 ກິໂລແມັດ ຢູ່ບັນດາທ້ອງຖິ່ນຕ່າງໆ.

*ຕອນບ່າຍວັນທີ 9 ພະຈິກ, ຄະນະປະຕິບັດງານຂອງທະຫານເຂດ 5 ນຳໂດຍທ່ານພົນຈັດຕະວາ ເຈິ່ນແທງຫາຍ, ຮອງຜູ້ບັນຊາການທະຫານເຂດ 5, ໄດ້ໄປຢ້ຽມຢາມຕາແສງດົ່ງຊວນ, ແຂວງດັກລັກ - ໜຶ່ງໃນບັນດາທ້ອງຖິ່ນທີ່ໄດ້ຮັບຄວາມເສຍຫາຍອັນໜັກໜ່ວງທີ່ສຸດຈາກພາຍຸລູກທີ 13 ເພື່ອກວດກາ ແລະຊີ້ນຳບັນດາກຳລັງ ແກ້ໄຂຜົນຮ້າຍຢ່າງຕັ້ງໜ້າ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບປົກກະຕິ. ນະທີ່ນີ້, ຄະນະປະຕິບັດງານໄດ້ກວດກາຄວາມຄືບໜ້າການປະຕິບັດໜ້າທີ່ຂອງບັນດາກົມກອງ.

leftcenterrightdel
ທ່ານພົນຈັດຕະວາ ເຈິ່ນແທງຫາຍ, ຮອງຜູ້ບັນຊາການທະຫານເຂດ 5 ລະດົມກຳລັງໃຈແກ່ບັນດາກຳລັງຢູ່ຕາແສງດົ່ງຊວນ, ແຂວງ ດັກລັກ. ພາບ: qdnd.vn

*ຕອນເຊົ້າວັນທີ 9 ພະຈິກ, ພະນັກງານ, ປະຊາຊົນ ແລະກຳລັງປະກອບອາວຸດຂອງນະຄອນເຫ້ວ ໄດ້ພ້ອມກັນເຮັດອະນາໄມສິ່ງແວດລ້ອມຫຼັງຈາກໄພນ້ຳຖ້ວມ ເຊິ່ງຕິດພັນກັບການປະຕິບັດຂະບວນການ "ວັນອາທິດສີຂຽວ". ພະນັກງານ, ນັກຮົບ, ທະຫານ, ທະຫານລາດຫຼາຍພັນຄົນ ພ້ອມກັບພະນັກງານ, ປະຊາຊົນຂອງທ້ອງຖິ່ນຕ່າງໆໄດ້ຮ່ວມແຮງຮ່ວມໃຈກວາດຂີ້ຕົມ, ເກັບຂີ້ເຫຍື້ອ, ກວາດລ້າງທໍ່ລະບາຍນ້ຳເສຍຢູ່ບັນດາເຂດຖະໜົນ, ເຂດສາທາລະນະ, ກວາດລ້າງໜອງນ້ຳ, ແມ່ນ້ຳ...

ໂດຍ: ຈາງຫງວຽນ