ລັດຖະມົນຕີ ຟານວັນຢາງ ເປັນປະທານກອງປະຊຸມມອບຮັບຕຳແໜ່ງຜູ້ບັນຊາການທະຫານຊາຍແດນ
ກປ.ອອນໄລ - ຕອນບ່າຍວັນທີ 9 ພະຈິກ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເປັນປະທານກອງປະຊຸມມອບຮັບຕຳແໜ່ງຜູ້ບັນຊາການທະຫານຊາຍແດນລະຫວ່າງທ່ານພົນໂທ ເລດຶກຖາຍ ແລະທ່ານພົນຕີ ຫວູຈຸງກຽນ.
ທີ່ກອງປະຊຸມ, ຕາງໜ້າໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ຊົມເຊີຍທ່ານພົນໂທ ເລດຶກຖາຍ ທີ່ຫາກໍ່ໄດ້ຮັບການແຕ່ງຕັ້ງດໍາລົງຕໍາແໜ່ງຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານພົນຕີ ຫວູຈຸງກຽນ ທີ່ໄດ້ຮັບການແຕ່ງຕັ້ງດໍາລົງຕໍາແໜ່ງຜູ້ບັນຊາການທະຫານຊາຍແດນ; ພ້ອມທັງຮຽກຮ້ອງໃຫ້ກອງບັນຊາການທະຫານຊາຍແດນ ສໍາເລັດບັນດາລະບຽບການຢ່າງຮີບດ່ວນເພື່ອໃຫ້ສອງສະຫາຍບໍລິຫານວຽກງານຢ່າງເປັນທາງການ ຕາມການຊີ້ນຳຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ.
    |
 |
|
ທ່ານພົນເອກ ຟານວັນຢາງ ແລະບັນດາສະຫາຍການນໍາກະຊວງປ້ອງກັນປະເທດ ມອບຊໍ່ດອກໄມ້ອວຍພອນທ່ານພົນໂທ ເລດຶກຖາຍ ແລະທ່ານພົນຕີ ຫວູຈຸງກຽນ. ພາບ: ຕວນຮຸຍ |
ເພື່ອໃຫ້ກຳລັງທະຫານຊາຍແດນ ປະຕິບັດສຳເລັດໜ້າທີ່ການທະຫານ, ການປ້ອງກັນຊາດ, ທ່ານລັດຖະມົນຕີ ຟານວັນຢາງ ໄດ້ຮຽກຮ້ອງໃຫ້ທ່ານພົນຕີ ຫວູຈຸງກຽນ ໃນຖານະຕຳແໜ່ງໃໝ່ ຈະສືບຕໍ່ສືບທອດ, ເສີມຂະຫຍາຍບັນດາໝາກຜົນ, ຜົນງານທີ່ກຳລັງທະຫານຊາຍແດນ ບັນລຸໄດ້ໃນໄລຍະຜ່ານມາ, ເລີ່ມປະຕິບັດໜ້າທີ່ໃນທັນທີ.
ທ່ານພົນເອກ ຟານວັນຢາງ ສະແດງຄວາມເຊື່ອໝັ້ນວ່າ ທ່ານພົນຕີ ຫວູຈຸງກຽນ ຈະພ້ອມກັບຄະນະພັກ, ກອງບັນຊາການທະຫານຊາຍແດນ ຈະເສີມຂະຫຍາຍປະຊາທິປະໄຕໃຫ້ເປັນຢ່າງດີ, ສາມັກຄີ ແລະເຫັນດີເປັນເອກະພາບສູງ; ສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນໃນບໍລິເວນຢ່າງແໜ້ນແຟ້ນເພື່ອນຳພາ, ຊີ້ນໍາທະຫານຊາຍແດນ ປະຕິບັດສຳເລັດທຸກໜ້າທີ່, ສົມກັບຄວາມໄວ້ວາງໃຈຂອງພັກ, ລັດ ແລະປະຊາຊົນ.
ໂດຍ: ຈາງຫງວຽນ