ເລຂາທິການໃຫຍ່ ຮຽກຮ້ອງປະຕິບັດແຜນນະໂຍບາຍກໍ່ສ້າງກອງທັບທັນສະໄໝຢ່າງມີປະສິດທິຜົນ
ຕອນເຊົ້າວັນທີ 6 ກັນຍາ, ກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອ (7-9-1945 /7-9-2025) ແລະຕ້ອນຮັບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນ. ທ່ານ ໂຕເລິມ ເລຂາທິການໃຫຍ່, ເລຂາຄະນະພັກການທະຫານສູນກາງ ເຂົ້າຮ່ວມ ແລະຊີ້ນຳທີ່ພິທີ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ພິທີ. ພາບ: vov.vn |
ໂດຍຕາງໜ້າການນຳພັກ, ລັດ ມອບນາມມະຍົດ “ວິລະຊົນກຳລັງປະກອບອາວຸດປະຊາຊົນ” ໃຫ້ກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຢ້ຳຄືນບົດຮຽນປະຫວັດສາດ, ມູນເຊື້ອອັນລ້ຳຄ່າຂອງຄົນລຸ້ນພໍ່ລຸ້ນອ້າຍນັ້ນແມ່ນ “ການສ້າງສາປະເທດຊາດຕ້ອງໄປຄຽງຄູ່ກັບການປົກປັກຮັກສາປະເທດຊາດ”, ທ່ານເລຂາທິການໃຫຍ່ ສະເໜີວ່າ: ກົມໃຫຍ່ເສນາທິການ ຕ້ອງຮັບເອົາທີ່ມີການຄັດເລືອກ, ໝູນໃຊ້ວິທະຍາສາດເຕັກໂນໂລຢີການທະຫານທີ່ກ້າວໜ້າໃນໂລກຢ່າງມີຫົວຄິດປະດິດສ້າງ, ນຳພື້ນຖານວິທະຍາສາດ ແລະສິລະປະການທະຫານຫວຽດນາມ ພັດທະນາຂຶ້ນສູ່ລະດັບສູງໃໝ່. ຜັນຂະຫຍາຍບັນດາຍຸດທະສາດ, ແຜນນະໂຍບາຍ, ນະໂຍບາຍ, ກົດໝາຍກ່ຽວກັບການທະຫານ, ການປ້ອງກັນຊາດຢ່າງມີປະສິດທິຜົນ. ສຸມໃສ່ການສ້າງ, ຍົກສູງກຳລັງຄວາມສາມາດຢ່າງຮອບດ້ານ, ເປັນເຈົ້າການ, ມີໄຫວພິບໃນການຄົ້ນຄວ້າ, ຄາດຄະເນສະພາບການໂດຍໄວ, ເປັນຕົ້ນແມ່ນການກະທຳ, ທ່າອ່ຽງປັບປຸງຍຸດທະສາດຂອງບັນດາປະເທດໃຫຍ່, ສະພາບການຢູ່ທະເລຕາເວັນອອກ…
ທ່ານເລຂາທິການໃຫຍ່ ຮຽກຮ້ອງກົມໃຫຍ່ເສນາທິການ ປະຕິບັດແຜນນະໂຍບາຍກໍ່ສ້າງກອງທັບທັນສະໄໝຢ່າງມີປະສິດທິຜົນດ້ວຍວິວັດການ, ບາດກ້າວ, ມາດຖານຢ່າງລະອຽດ, ແທ້ຈິງ, ໝັ້ນແກ່ນ, ມີຄວາມເປັນໄປໄດ້ສູງ; ມີຄວາມເອົາໃຈໃສ່ເຖິງການລົງທຶນຢ່າງເໝາະສົມ ເພື່ອຮັບປະກັນອາວຸດປະກອບໃຫ້ແກ່ບັນດາກຳລັງຂຶ້ນທັນສະໄໝ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ