leftcenterrightdel
ບັນຍາກາດທີ່ພິທີຮັບສະມາຊິກພັກ. ພາບ: ກອງຊ່າງແສງເລກ 3

ເມື່ອໄດ້ຮັບເຂົ້າເປັນສະມາຊິກພັກ ໃນຂະນະປະຕິບັດໜ້າທີ່ຢູ່ຕ່າງປະເທດແມ່ນຂີດໝາຍສະແດງໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງທະຫານ ໝວກເບເລສີຟ້າຂອງຫວຽດນາມ, ເປັນການຢັ້ງຢືນຄຸນທາດ ແລະສະຕິປັນຍາຂອງຕົນໃນສະພາບແວດລ້ອມເຮັດວຽກທີ່ມີຫຼາຍປະເທດ.

6 ສະຫາຍທີ່ໄດ້ຮັບເຂົ້າເປັນສະມາຊິກພັກໃນຄັ້ງນີ້ລ້ວນແຕ່ແມ່ນບຸກຄົນດີເດັ່ນ, ໄດ້ຜ່ານຂະບວນການຝຶກຝົນຫຼໍ່ຫຼອມ ແລະທົດສອບຢ່າງເຂັ້ມງວດ, ມີຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ. ບັນດາສະຫາຍບໍ່ພຽງແຕ່ປະຕິບັດສຳເລັດໜ້າທີ່ວິຊາສະເພາະເປັນຢ່າງດີເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຄຸນທາດການເມືອງອັນໜັກແໜ້ນ, ມີສະຕິລະບຽບວິໄນສູງ,   ນ້ຳໃຈສາມັກຄີ ແລະ ໜູນຊ່ວຍເພື່ອນຮ່ວມກົມກອງ.

leftcenterrightdel
ປະຕິຍານຕົນທີ່ພິທີຮັບສະມາຊິກພັກ. ພາບ: ກອງຊ່າງແສງເລກ 3

ໃນທ່າມກາງບັນຍາກາດອັນເຄັ່ງຂຶມ, ຢູ່ເຂດດິນແດນຫ່າງຈາກປະເທດນັບພັນກວ່າກິໂລແມັດ, ສະມາຊິກພັກໃໝ່ 6 ສະຫາຍ ໄດ້ປະຕິຍານຕົນຢູ່ໃຕ້ທຸງຊາດ ແລະທຸງພັກ, ໝັ້ນໝາຍວ່າ ຈະຈົ່ງຮັກພັກດີຢ່າງເດັດຂາດ ຕໍ່ອຸດົມການ ແລະພາລະກິດການປະຕິວັດຂອງພັກກອມມູນິດຫວຽດນາມ. ນີ້ແມ່ນຈຸດເວລາອັນສັກກາລະບູຊາ, ສ້າງຂີດໝາຍໃນການເຕີບໃຫຍ່ດ້ານການເມືອງ ແລະ ເຈດຈໍານົງອຸທິດຕົນຂອງບັນດາສະຫາຍ.

ກ່າວຄຳເຫັນທີ່ພິທີ, ທ່ານພັນໂທ ເລຮົ່ງຢາງ, ເລຂາໜ່ວຍພັກກອງຊ່າງແສງເລກ 3 ເນັ້ນໜັກວ່າ: “ໄດ້ເຂົ້າເປັນສະມາຊິກພັກ ບໍ່ພຽງແຕ່ແມ່ນຄວາມເປັນກຽດເທົ່ານັ້ນ, ຫາກຍັງແມ່ນການເລີ່ມຕົ້ນໄລຍະທາງໃໝ່, ຮຽກຮ້ອງໃຫ້ສະຫາຍແຕ່ລະຄົນຕ້ອງຝຶກຝົນຫຼໍ່ຫຼອມຄຸນສົມບັດປະຕິວັດຢ່າງບໍ່ຢຸດຢັ້ງ. ຂ້າພະເຈົ້າຫວັງວ່າ ຍາມໃດພວກສະຫາຍຈະເປັນຜູ້ນໍາໜ້າ ແລະເປັນແບບຢ່າງໃນທຸກການເຄື່ອນໄຫວ, ຈາກວຽກງານວິຊາສະເພາະ ຈົນເຖິງການສ້າງພາບພົດທີ່ສວຍງາມກ່ຽວກັບປະເທດຊາດ ແລະຊາວຫວຽດນາມ ໃນສາຍຕາຂອງເພື່ອນມິດສາກົນ.”

leftcenterrightdel
ຄະນະການນໍາກອງຊ່າງແສງເລກ 3 ຂອງຫວຽດນາມ ມອບຊໍ່ດອກໄມ້ໃຫ້ສະມາຊິກພັກໃໝ່ 6 ສະຫາຍ. ພາບ: ກອງຊ່າງແສງເລກ 3

ທ່ານພັນໂທ ເລຮົ່ງຢາງ ເຊື່ອໝັ້ນວ່າ ພວກສະຫາຍທີ່ເປັນສະມາຊິກພັກໃໝ່ຍາມໃດກໍ່ຈະຮັກສາໄວ້ຄຳປະຕິຍານຂອງຕົນ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງພັກ ແລະ ປະຊາຊົນ. ນີ້ແມ່ນພະຍານຫຼັກຖານຢ່າງມີຊີວິດຊີວາ ສະແດງໃຫ້ເຫັນເຖິງກຳລັງແຮງ ແລະການແຜ່ຂະຫຍາຍຂອງພັກກອມມູນິດຫວຽດນາມ. ບໍ່ວ່າຈະຢູ່ໃສ, ຜູ້ທີ່ດີເດັ່ນຂອງປະເທດຊາດລ້ວນແຕ່ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ ແລະຈົ່ງຮັກພັກດີຕໍ່ກັບອຸດົມການຂອງພັກ.

ແບ່ງປັນຄວາມພາກພູມໃຈ, ຮ້ອຍຕີ ຈິ້ງມິງກົງ ເຊິ່ງເປັນສະມາຊິກພັກຄົນໃໝ່ ແບ່ງປັນວ່າ: “ໄດ້ເຂົ້າເປັນສະມາຊິກພັກກົງກັບໂອກາດວັນຊາດ ຄົບຮອບ 80 ປີ ແມ່ນຄວາມເປັນກຽດອັນໃຫຍ່ຫຼວງ, ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາວ່າ ຈະມານະພະຍາຍາມ, ຮ່ຳຮຽນຢ່າງບໍ່ຢຸດຢັ້ງ ແລະປະຕິບັດຕາມແບບຢ່າງຂອງລຸງໂຮ່, ປະຕິບັດໃຫ້ສຳເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ”.

ສ່ວນຮ້ອຍຕີ ດິງກົງເຕິນ ກໍ່ເວົ້າດ້ວຍຄວາມຕື້ນຕັນໃຈວ່າ: “ມື້ນີ້ແມ່ນຂີດໝາຍສໍໍາຄັນໃນຊີວິດການເປັນທະຫານຂອງຂ້າພະເຈົ້າ. ບໍ່ວ່າຈະຢູ່ໃສ, ຂ້າພະເຈົ້າ ຍາມໃດກໍ່ອຸທິດຕົນ, ຮັກສາຄຸນທາດການເມືອງ, ຄຸນສົມບັດຂອງທະຫານລຸງໂຮ່, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງກົມກອງ ແລະ ໜ້າທີ່ຮັກສາສັນຕິພາບ”.

leftcenterrightdel
ຜູ້ແທນເຂົ້າຮ່ວມພິທີຮັບສະມາຊິກພັກ. ພາບ: ກອງຊ່າງແສງເລກ 3

ຕາມທ່ານພັນໂທ ເລຮົ່ງຢາງ ແລ້ວ, ນີ້ແມ່ນຄວາມເປັນກຽດ ແລະຄວາມເອກອ້າງທະນົງໃຈອັນໃຫຍ່ຫຼວງ ສໍາລັບອົງຄະນະພັກ ກອງຊ່າງແສງເລກ 3 ທັງໝົດ. ການຈັດພິທີຮັບສະມາຊິກພັກກົງກັບໂອກາດສະເຫຼີມສະຫຼອງວັນຊາດ ຄົບຮອບ  80 ປີ ບໍ່ພຽງແຕ່ມີຄວາມໝາຍໃນການສຶກສາອົບຮົມມູນເຊື້ອຮັກຊາດ, ອຸດົມການປະຕິວັດເທົ່ານັ້ນ, ຫາກຍັງເປັນການຢັ້ງຢືນຢ່າງແຂງແຮງ ກ່ຽວກັບການພັດທະນາ ແລະການເຕີບໃຫຍ່ຂະຫຍາຍຕົວຂອງໜ່ວຍພັກ.

ເຫດການດັ່ງກ່າວຍິ່ງມີຄວາມພິເສດກວ່າເມື່ອໄດ້ດໍາເນີນຢູ່ເຂດທີ່ຫ່າງໄກ, ໃນສະພາບແວດລ້ອມແຫ່ງການເຮັດວຽກພິເສດສະເພາະຂອງຄະນະປະຕິບັດງານຮັກສາສັນຕິພາບ. ແຕ່ລະຄົນເມື່ອໄດ້ເຂົ້າເປັນສະມາຊິກພັກໃນຈຸດເວລາອັນສັກກາລະບູຊານີ້ ຈະມີຄວາມຮູ້ສຶກເຖິງຄວາມຮັບຜິດຊອບຂອງຕົນຢ່າງຈະແຈ້ງກວ່າ, ບໍ່ພຽງແຕ່ຕໍ່ກັບໜ້າທີ່ ຢູ່ໃນຄະນະປະຕິບັດງານເທົ່ານັ້ນ, ຫາກຍັງ ຕໍ່ກັບພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ ອີກດ້ວຍ.

ໂດຍ: ທູຈາງ