leftcenterrightdel
ທ່ານພົນຕີ ໂດ໋ຊວນຕຸ້ງ ຢ້ຽມຢາມຖາມຂ່າວສຸຂະພາບ ແລະຊີວິດການເປັນຢູ່ຂອງທ່ານພົນເອກ ເລວັນຢຸ້ງ ແລະຄອບຄົວ. ພາບ: qdnd.vn

ພາຍຫຼັງການຢ້ຽມຢາມຖາມຂ່າວສຸຂະພາບ ແລະຊີວິດການເປັນຢູ່ຂອງທ່ານພົນເອກ ເລວັນຢຸ້ງ ແລະຄອບຄົວ, ທ່ານພົນຕີ ໂດ໋ຊວນຕຸ້ງ ໄດ້ລາຍງານບາງຈຸດເດັ່ນກ່ຽວກັບສະພາບການຂອງປະເທດ, ໜ້າທີ່ການທະຫານ, ການປ້ອງກັນຊາດ, ວຽກງານພັກ, ວຽກງານການເມືອງໃນທົ່ວກອງທັບ; ພ້ອມທັງ ໄດ້ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ການອຸທິດສ່ວນຂອງທ່ານພົນເອກ ເລວັນຢຸ້ງ ເຂົ້າໃນພາລະກິດປະຕິວັດຂອງຊາດ ແລະກໍ່ສ້າງກອງທັບ. ສະຫາຍຮອງຫົວໜ້າກົມໃຫຍ່ການເມືອງ ອວຍພອນໃຫ້ທ່ານພົນເອກ ເລວັນຢຸ້ງ ພ້ອມດ້ວຍຄອບຄົວຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ສືບຕໍ່ປະກອບສ່ວນ, ປະກອບຄໍາເຫັນ, ແບ່ງປັນບົດຮຽນກັບການນໍາກົມໃຫຍ່ການເມືອງ ແລະພະນັກງານທຸກຂັ້ນ, ປະກອບສ່ວນຊ່ວຍໃຫ້ກົມໃຫຍ່ການເມືອງ ກໍ່ຄືບັນດາອົງການ, ກົມກອງໃນທົ່ວກອງທັບປະຕິບັດສໍາເລັດໜ້າທີ່ວຽກງານທີ່ພັກ, ລັດ ແລະປະຊາຊົນມອບໝາຍໃຫ້.

leftcenterrightdel
ຄະນະພະນັກງານກົມໃຫຍ່ການເມືອງ ແລະຄອບຄົວພົນເອກ ເລວັນຢຸ້ງ. ພາບ: qdnd.vn

ທ່ານພົນເອກ ເລວັນຢຸ້ງ ສະແດງຄວາມສະເທືອນໃຈຕໍ່ອາລົມຈິດຄວາມຮັກແພງຂອງພະນັກງານ, ນັກຮົບກົມໃຫຍ່ການເມືອງ; ຫວັງວ່າ ພະນັກງານ, ນັກຮົບຮຸ່ນຕ່າງໆໃນປັດຈຸບັນ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອ, ຈົ່ງມີຄວາມສາມັກຄີ, ເປັນເອກະພາບ, ຮັກສາແນວຮົບທາງດ້ານແນວຄິດຂອງພັກໃນກອງທັບ; ຍົກສູງຄຸນນະພາບການອົບຮົມຫັດແອບຢ່າງບໍ່ຢຸດຢັ້ງ, ກຽມພ້ອມສູ້ຮົບ ແລະປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ.

ໂດຍ: ໄຊຊະນະ